Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ອິສຣາແອລ ກ່າວວ່າ ຕົນໂຈມຕີ ສະຖານທີ່ຕ່າງໆຂອງກຸ່ມເຮສໂບລາ ໃນພາກຕາເວັນອອກຂອງເລບານອນ


ຄວັນດຳພຸ່ງຂຶ້ນທ້ອງຟ້າ ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ຕໍ່ເປົ້າໝາຍເຂດຊາຍແດນ ຢູ່ບ້ານ ເທຣ໌ ຮາຣຟາ (Tayr Harfa) ທາງພາກໃຕ້ຂອງເລບານອນ, ໃນວັນທີ 6 ເມສາ 2024.
ຄວັນດຳພຸ່ງຂຶ້ນທ້ອງຟ້າ ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ຕໍ່ເປົ້າໝາຍເຂດຊາຍແດນ ຢູ່ບ້ານ ເທຣ໌ ຮາຣຟາ (Tayr Harfa) ທາງພາກໃຕ້ຂອງເລບານອນ, ໃນວັນທີ 6 ເມສາ 2024.

ກອງທັບອິສຣາແອລ ໄດ້ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ສົ່ງເຮືອບິນລົບ ຫຼາຍລຳໄປໂຈມຕີສະຖານທີ່ແຫ່ງຕ່າງໆຂອງກຸ່ມເຮສໂບລາ ໃນພາກຕາເວັນ ອອກຂອງເລບານອນ ບ່ອນທີ່ກຸ່ມທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານ​ນັ້ນ ມີອິດ ທິພົນຢ່າງເຂັ້ມແຂງ, ໃນການຕອບໂຕ້ສຳລັບການຍິງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນລຳ​ນຶ່ງຂອງຕົນຕົກ.

ແຫຼ່ງຂ່າວທີ່ໃກ້ຊິດກັບກຸ່ມເຮສໂລລາ ໄດ້ກ່າວຕໍ່ນັກຂ່າວຂອງອົງການຂ່າວ ເອແອັຟພີ ໃນຂົງເຂດ ບາອາລເບັກ ທາງພາກຕາເວັນອອກຂອງເລບານອນ ວ່າ ການໂຈມຕີທາງອາກາດໄດ້​ແນ​ເປົ້າ​ໃສ່​ເມືອງ ຈານຕາ ແລະ ຊີຟຣີ ໃນ​ຮ່ອມ​ພູ ເບ​ກາ, ຕັ້ງຢູ່ຫ່າງຈາກເຂດແນວໜ້າຂອງອິສຣາແອລ ປະມານ 80 ກິໂລແມັດ.

ກອງທັບອິສຣາແອລ ໄດ້ກ່າວຢູ່ໃນ ເທເລແກຣມ (Telegram) ວ່າ “ເຮືອບິນ ລົບຈຳນວນນຶ່ງໄດ້ໂຈມຕີຄ້າຍທະຫານແລະ ສະຖານທີ່ພື້ນຖານໂຄງລ່າງດ້ານ ການກໍ່ການຮ້າຍອີກສາມແຫ່ງ ທີ່ເປັນເຄືອຂ່າຍລະບົບປ້ອງກັນໄພທາງອາກາດ ຂອງກຸ່ມເຮສໂບລາ” ຢູ່ໃນຂົງເຂດດັ່ງກ່າວ.

ຕົນໄດ້ກ່າວວ່າ ການໂຈມຕີທາງອາກາດນັ້ນ “ເປັນການຕອບໂຕ້ສຳລັບການ ໂຈມຕີ” ເຊິ່ງ “ໂດຣນ” ຂອງກອງທັບບົກ “ໄດ້ຖືກຍິງຕົກ” ໂດຍລູກສອນໄຟທີ່ ຍິງຈາກພາກພື້ນດິນສູ່ອາກາດໃນວັນເສົາຜ່ານມານີ້.

ອິສຣາແອລ ແລະກຸ່ມເຮສໂບລາ ໄດ້ຍິງຕອບໂຕ້ກັນເກືອບທຸກມື້ຂ້າມເຂດຊາຍ ນັບຕັ້ງແຕ່ກຸ່ມຫົວຮຸນແຮງຮາມາສຂອງປາແລັສໄຕນ໌ ໄດ້ດຳເນີນການໂຈມຕີທີ່ບໍ່ ເຄີຍມີມາກ່ອນຕໍ່ພາກໃຕ້ຂອງອິສຣາແອລ ເມື່ອວັນທີ 7 ຕຸລາ ປີກາຍນີ້ ທີ່ໄດ້ ກະຕຸ້ນໃຫ້ເກີດສົງຄາມໃນກາຊາ ຈົນເຖິງປັດຈຸບັນນີ້.

Israel's military said Sunday its warplanes had struck Hezbollah sites in eastern Lebanon, where the Iran-backed group has a strong presence, in retaliation for one of its drones being downed.

A source close to Hezbollah told an AFP correspondent in eastern Lebanon's Baalbek region that the strikes targeted Janta and Sifri in the Bekaa Valley, around 80 kilometers (50 miles) from the closest Israeli frontier.

The Israeli military said on Telegram that "fighter jets struck a military complex and three other terrorist infrastructure sites belonging to Hezbollah's air defense network" in the region.

It said the strikes were "in retaliation for the attack" in which an army "drone was shot down" by a surface-to-air missile on Saturday.

A source from Lebanon's civil defense said there were no casualties.

Israel and Hezbollah have exchanged near-daily cross-border fire since Palestinian militant group Hamas carried out an unprecedented attack on southern Israel on October 7, triggering war in Gaza.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG