Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ເຈົ້າໜ້າທີ່ຂອງກຽກກິສຖານ ຍັງມີຄວາມຫວັງກ່ຽວກັບໂຄງການເສັ້ນທາງລົດໄຟ ລະຫວ່າງ ຈີນ-ກຽກກິສຖານ-ອຸສເບັກກິສຖານ


ສະຖານີກາງຂອງເມືອງ ໃນນະຄອນຫຼວງບິສເຄັກ, ກຽກກິສຖານ, ວັນທີ 7 ເມສາ 2024.
ສະຖານີກາງຂອງເມືອງ ໃນນະຄອນຫຼວງບິສເຄັກ, ກຽກກິສຖານ, ວັນທີ 7 ເມສາ 2024.

ເຈົ້າ​ໜ້າ​ທີ່ຂອງກຽກກິສຖານ ຍັງຄົງ​ຕື່ນເຕັ້ນ​ກ່ຽວ​ກັບຄວາມຄາດຫວັງຢ່າງຍິ່ງ ວ່າຈະໄດ້ຮັບ ສໍາລັບເສັ້ນ​ທາງ​ລົດ​ໄຟຈາກ ​ຈີນ-ກຽກ​ກິ​ສ​ຖານ-ອຸ​ສ​ເບັກ​ກິ​ສ​ຖານ ຫຼື CKU, ແຕ່ບັນດາຜູ້​ທີ່ມີຄວາມສົງໄສ ​ເຊື່ອວ່າ ຄວາມໄດ້ປຽບ ຫຼື ເສຍປຽບ​ກັນນັ້ນ ​ເປັນສິ່ງຂັດຂວາງຢ່າງຫຼວງຫຼາຍຕໍ່​ໂຄງ​ການ​ຂະ​ໜາດ​ໃຫຍ່​ນີ້.

ໂຄງການ​ດັ່ງກ່າວ​ມີ​ມາ​ແຕ່​ປີ 1997, ​ເມື່ອ​ທັງສາມ​ປະ​ເທດ​ ໄດ້​ເຊັນລົງ​ນາມ​ຂໍ້ຕົກລົງກ່ຽວ​ກັບ​ການ​ກໍ່ສ້າງເສັ້ນ​ທາງ​ລົດ​ໄຟ​ ເພື່ອ​ເຊື່ອມ​ຕໍ່​ແຂວງຊິນຈຽງຂອງ​ຈີນ​ກັບ​ແຂວງອັນດີຈານ (Andijan) ຂອງອຸສເບັກກິສຖານ ຜ່ານ​ແຂວງນາຣີນ (Naryn) ​ແລະ ແຂວງອອສ (Osh) ຂອງ ກຽກກິສຖານ.

ເຈົ້າ​ໜ້າ​ທີ່​ກຽກ​ກິ​ສຖານ ​ໄດ້​ຈັດ​ງານປູພົມແດງ​ ໃນ​ວັນ​ທີ 2 ເມ​ສາ ທີ່ຜ່ານມາ​ນີ້​ໃຫ້​ແກ່​ ທ່ານເອີຣ໌ຄິນ ຕູນີຢາສ (Erkin Tuniyaz), ປະທານ​ເຂດ​ປົກຄອງ​ຕົນ​ເອງຂອງຊົນ​ເຜົ່າວີເກີ ໃນແຂວງຊິນຈຽງຂອງ ​ຈີນ, ຜູ້ທີ່​ໄດ້​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ ບິສເຄັກ ຂອງ ກຽກກິສຖານ, ໃນ​ການ​ຢ້ຽມ​ຢາມ​ເປັນ​ເວ​ລາ 2 ວັນ. ປະທານຄະນະລັດຖະມົນຕີຂອງກຽກກິສຖານ, ທ່ານອາກີລເບັກ ຈາປາໂຣບວ໌ (Akylbek Japarov), ໄດ້ນໍາໃຊ້ກອງປະຊຸມດັ່ງກ່າວນີ້ ເພື່ອນໍາສະເໜີໃຫ້ເຫັນເຖິງຄວາມຄືບຫນ້າກ່ຽວກັບໂຄງການຂອງ CKU.

ທ່ານ ຈາປາໂຣບວ໌ ກ່າວ​ວ່າ "ໂຄງການ​ກໍ່ສ້າງເສັ້ນ​ທາງ​ລົດ​ໄຟ ​ຈີນ-ກຽກກິ​ສຖານ-ອຸສ​ເບັກກີ​ສຖານ ​ກໍາລັງສ້າງ​ບາດ​ກ້າວ​ອັນ​ສຳຄັນໄປໜ້າ. ທ່ານ​ກ່າວ​ຕື່ມ​ວ່າ ຜູ້ຕາງໜ້າ​ຂອງ​ທັງສາມ​ປະ​ເທດ ພົບ​ປະ​ກັນ​ໃນ​ເດືອນ​ກຸມພາທີ່ຜ່ານມາ ​ເພື່ອຫາລື​ກ່ຽວ​ກັບ​ແຜນການຕ່າງໆກ່ຽວກັບການ​ກໍ່ສ້າງດັ່ງກ່າວນີ້.

ເຖິງແມ່ນຈະມີຄວາມເຫັນໃນແງ່ດີຢ່າງຫຼວງຫຼາຍ ແລະມີຄວາມພະຍາຍາມຫຼາຍຄັ້ງທີ່ຈະເລີ້ມຕົ້ນໂຄງການດັ່ງກ່າວ, ແຕ່ຜູ້ສັງເກດການໃນພາກພື້ນຈໍານວນນຶ່ງ ໄດ້ເອີ້ນໂຄງການດັ່ງກ່າວນີ້ວ່າ “ເສັ້ນທາງລົດໄຟແຫ່ງຄວາມຝັນ,” ໂຄງການ CKU ໄດ້ໂຈະລົງ ເນື່ອງຈາກບັນດາປະເທດຕ່າງໆເຫຼົ່ານີ້ກໍາລັງປະເຊີນກັບສິ່ງທ້າທາຍຕ່າງໆທາງດ້ານການເງິນ ແລະດ້ານວິຊາການ. ນັກ​ສັງ​ເກດ​ການ​ຢູ່ໃນ​ພາກ​ພື້ນ​ບາງ​ຄົນ​ຍັງໄດ້​ອ້າງ​ວ່າ ການ​ພິ​ຈາ​ລະ​ນາ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ ​ໄດ້ກາຍມາເປັນໂຕກໍານົດ​ບົດ​ບາດ, ເຊິ່ງ ​ຣັດ​ເຊຍ ແລະ ກາ​ຊັກ​ສະ​ຖານ ກໍາລັງ​ພະ​ຍາ​ຍາມ​ເຕືອນ ​ຈີນ ​ບໍ່​ໃຫ້​ລົງ​ທຶນ​ໃສ່ໂຄງການ CKU. ທັງ ຣັດ​ເຊຍ ​ແລະ ​ກາ​ຊັກ​ສະຖານ ​ບໍ່​ໄດ້​ໃຫ້​ຄວາມ​ເຫັນໃດໆ​ກ່ຽວ​ກັບ​ໂຄງການ​ດັ່ງກ່າວ.

ວີວຂອງເສັ້ນທາງລົດໄຟດ້ານເໜືອ ທີ່ຕັ້ງຢູ່ນອກເມືອງນະຄອນຫຼວງບິສເຄັກ, ກຽກກິສຖານ, ວັນທີ 7 ເມສາ 2024.
ວີວຂອງເສັ້ນທາງລົດໄຟດ້ານເໜືອ ທີ່ຕັ້ງຢູ່ນອກເມືອງນະຄອນຫຼວງບິສເຄັກ, ກຽກກິສຖານ, ວັນທີ 7 ເມສາ 2024.

Kyrgyz officials remain upbeat about a much-anticipated China-Kyrgyzstan-Uzbekistan, or CKU, railway, but skeptics say odds are stacked against this mega project.

The project dates to 1997, when the three countries signed a memorandum on construction of a railroad to link China’s Xinjiang province with the Andijan province of Uzbekistan through Kyrgyzstan's Naryn and Osh provinces.

Kyrgyz officials rolled out a red carpet April 2 for Erkin Tuniyaz, chairman of China's Xinjiang Uighur Autonomous region, who was visiting the Kyrgyz capital, Bishkek, on a two-day tour. The chairman of Kyrgyzstan's Cabinet of Ministers, Akylbek Japarov, used the meeting to showcase progress on the CKU.

"The construction project for China-Kyrgyzstan-Uzbekistan railway is making significant strides forward," Japarov, said. He added that the three countries' representatives had met in February to discuss construction plans.

Despite much optimism and repeated attempts to start the project — some regional observers have come to call it a "dream railway" — the CKU has stalled as the countries face financing and technical challenges. Some regional observers also claim that geopolitical considerations have played a role, with Russia and Kazakhstan trying to dissuade China from committing funds to the CKU. Neither Russia nor Kazakhstan has commented on the project.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG