Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ຄະ​ນະ​ຜູ້​ແທນ​ຈາກ​ສະ​ພາ​ແຫ່ງ​ຊາດ​ລາວ ຖອດ​ຖອນ​ບົດ​ຮຽນ​ອັນ​ສຳ​ຄັນ ຈາກ​ລັດ​ຖະ​ສະ​ພາ ສ​ຫລ ຊຶ່ງ​ຄິດ​ວ່າ​ຈະ ສາ​ມາດ​ເອົາ​ໄປ​ໝູນ​ໃຊ້​ຢູ່​ລາວ​ໄດ້


ພາບ​ຫໍລັດ​ຖະ​ສະ​ພາ​ ໃນ​ລະ​ດູ​ຮ້ອນ​ຕອນ​ນຶ່ງ ຊຶ່ງ​ພວກ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດລາວ 13 ທ່ານ​ໄດ້​ມາ​ຢ້ຽມ​ຢາມ​ຖອນ​ຖອນ​ບົດ​ຮຽນ​ນຳສະ​ມາ​ຊິກ​ສະ​ພາ​ທີ່​ເຮັດ​ວຽກ ຢູ່​ທີ່ນີ້ ​ໃນ​ກາງ​ຫາ​ທ້າຍ​ເດືອນ​ກໍ​ລະ​ກົດ ປີ 2023
ພາບ​ຫໍລັດ​ຖະ​ສະ​ພາ​ ໃນ​ລະ​ດູ​ຮ້ອນ​ຕອນ​ນຶ່ງ ຊຶ່ງ​ພວກ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດລາວ 13 ທ່ານ​ໄດ້​ມາ​ຢ້ຽມ​ຢາມ​ຖອນ​ຖອນ​ບົດ​ຮຽນ​ນຳສະ​ມາ​ຊິກ​ສະ​ພາ​ທີ່​ເຮັດ​ວຽກ ຢູ່​ທີ່ນີ້ ​ໃນ​ກາງ​ຫາ​ທ້າຍ​ເດືອນ​ກໍ​ລະ​ກົດ ປີ 2023

ທ່ານຜູ້ຟັງທີ່ເຄົາລົບສຳ​ລັບ​ລາຍ​ການ​ພິ​ເສດ​ໃນ​ແລງມື້ນີ້ພວກ​ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບທ່ານ​ສັນ​ຍາ ປ​ຣະ​ເສີດ​ທີ່​ເປັນ​ຜູ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ມາ​ຢ້ຽມ​ຢາມ​ສະ​ຫະ​ລັດເປັນ​ຄັ້ງ​ທຳ​ອິດໃນ​ປະ​ຫວັດ​ສາດພື່ອ​ຖອດ​ຖອນ​ບົດ​ຮຽນ​ຈາກ​ສະ​ມາ​ຊິກລັດຖະ​ສະ​ພາ​ສະ​ຫະ​ລັດ ຊຶ່ງ​ບົວ​ສະ​ຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ. ​ສັນ​ຍາ ປ​ຣະ​ເສີດ, ປະ​ທານ​ກຳ​ມາ​ທິ​ການ​ການ​ພົວ​ພັນ​ຕ່າງ​ປະ​ເທດນັ່ງ​ຢູ່ ​ຂະ​ນະ​ທີ່​ຟັງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ ສ​ຫລ ກ່າວ​ຄຳ​ປາ​ໄສ
ທ. ​ສັນ​ຍາ ປ​ຣະ​ເສີດ, ປະ​ທານ​ກຳ​ມາ​ທິ​ການ​ການ​ພົວ​ພັນ​ຕ່າງ​ປະ​ເທດນັ່ງ​ຢູ່ ​ຂະ​ນະ​ທີ່​ຟັງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ ສ​ຫລ ກ່າວ​ຄຳ​ປາ​ໄສ

ດັ່ງ​ທີ່​ໄດ້​ສະ​ເໜີ​ໄປ​ໃນ​ອາ​ທິດ​ກ່ອນນັ້ນ, ສະມາຊິກສະ​ພາ​ແຫ່ງ​ຊາດ​ລາວ 13 ທ່ານ​ທີ່​ນຳ​ພາໂດຍທ່ານສັນຍາ ປຣະເສີດ, ປະທານກໍາມາ​ທິການການພົວພັນ ຕ່າງປະເທດ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ສະ​ຫະ​ລັດ​ເປັນ​ຄັ້ງ​ທຳ​ອິດນັບ​ຕັ້ງ​ແຕ່​ສະ​ພາ​ດັ່​ງ​ກ່າວຖືກສ້າງຕັ້ງ​ຂຶ້ນ ​ຊຶ່ງ​ທ່ານ​ປະ​ເສີດກ່າວວ່າ ພວກເພິ່ນເຫັນໄດ້ວ່າ ສະພາຂອງທັງສອງປະເທດມີ 3 ບົດບາດໃຫຍ່ຄືກັນ ຊຶ່ງ​ກໍ​ຄືຮັບຮອງເອົາກົດ ໝາຍ, ຕັດສິນບັນຫາສໍາຄັນຂອງປະເທດຊາດ ແລະ ຕິດຕາມກວດກາ. ​ສ່ວນ​ສິ່ງທີ່ຖອດ​ຖອນ​ບົດ​ຮຽນອັນ​ສຳ​ຄັນ​ໄດ້ຈາກ​ການ​ມາ​ຢ້ຽມ​ຢາມລັດ​ຖະ​ສະ​ພາ​ຂອງ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ແລະ​ລັດ​ແມ​ຣີ​ແລນ​ໃນຄັ້ງ​ນີ້ ທ່ານ​ສັນ​ຍາຍົກ​ໃຫ້​ເຫັນ​ວ່າ:

ຄະ​ນະ​ຜູ້​ແທນ​ຈາກ​ສະ​ພາ​ແຫ່ງ​ຊາດ​ລາວ 13 ທ່ານ​ທີ່​ມາ​ຢ້ຽມ​ຢາມ​ສະ​ຫະ​ລັດ ໄດ້​ພົບ​ປະ​ສັງ​ສັນ​ກັບ​ປະ​ຊາ​ຄົມ​ລາວ​ໃນ​ເຂດ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ໃນແລງ​ວັນ 21 ກໍລະ​ກົດ 2023
ຄະ​ນະ​ຜູ້​ແທນ​ຈາກ​ສະ​ພາ​ແຫ່ງ​ຊາດ​ລາວ 13 ທ່ານ​ທີ່​ມາ​ຢ້ຽມ​ຢາມ​ສະ​ຫະ​ລັດ ໄດ້​ພົບ​ປະ​ສັງ​ສັນ​ກັບ​ປະ​ຊາ​ຄົມ​ລາວ​ໃນ​ເຂດ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ໃນແລງ​ວັນ 21 ກໍລະ​ກົດ 2023

ທາງ​ຄະ​ນະ​ຜູ້​ແທນເຫັນ​ວ່າບົດ​ຮຽນ​ໃນການ​ບໍ​ລິ​ຫານ​ງານຂອງ ລັດຖະສະພາ ສະຫະລັດທີ່​ກ່າວ​ມານັ້ນຄິດ​ວ່າ​ຄວນ​ຈະ​ນຳ​ເອົາ​ໄປ​ໝູນ​ໃຊ້​ຢູ່​ລາວ ດັ່ງ​ທີ່ ທ່ານ​ສັນ​ຍາເປີດ​ເຜີຍ​ຄວາມ​ຮູ້​ສຶກ​ຂອງ​ທ່ານສູ່​ຟັງ​ວ່າ:

ນອກ​ຈາກ​ການ​ຖອດ​ຖອນ​ບົດ​ຮຽນໃນ​ການ​ບໍ​ລິ​ຫານ ແລະ​ປະ​ຕິ​ບັດ​ງານ​ໃນ​ລະ​ບົບ ນິ​ຕິ​ບັນ​ຍັດ​ຂອງ​ສະ​ຫະ​ລັດ​ແລ້ວ ທາງ​ຄະ​ນະ​ກໍ​ໄດ້​ສະ​ເໜີ​ໃຫ້​ສືບ​ຕໍ່​ການ​ຊ່ວຍ​ເຫລືອ​ຂອງ​ສະ​ຫະ​ລັດ​ແກ່​ລາວ​ອີກ​ດ້ວຍ ຊຶ່ງ​ມີ 3 ດ້ານ​ທີ່​ສຳ​ຄັນຊຶ່ງ​ສອງ​ດ້ານໃນ​ນັ້ນ​ກໍ​ຄື ການ​ຊ່ວຍ​ເຫລືອ​ດ້ານ​ການ​ເກັບ​ກູ້​ລະ​ເບີດ ແລະ​ບັນ​ຫາ​ຢາ​ເສບ​ຕິດດັ່ງ​ທີ່​ທ່ານ​ສັນ​ຍາ​ໂອ້​ລົມ​ສູ່​ຟັງ​ວ່າ:

ການ​ຢ້ຽມ​ຢາມສະ​ຫະ​ລັດ​ຄັ້ງ​ປະ​ຫວັດ​ສາດໂດຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກ​ຝ່າຍ​ນິ​ຕິ​ບັນ​ຍັດຂອງ​ລາວ​ໃນເທື່ອນີ້ແມ່ນດຳ​ເນີນ​ໄປ​ເປັນ​ເວ​ລາ 1 ອາ​ທິດ​ເຕັມ ແຕ່​ວັນ​ທີ 16 ຫາ 23 ກໍ​ລະ​ກົດ​ຜ່ານ​ມາ ພາຍ​ໃຕ້​ການ​ອຸ​ປະ​ຖຳຈາກມູນນິທິເອເຊຍ ຫລື Asia Foundation ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລ ມີສໍານັກງານໃຫຍ່ ຕັ້ງຢູ່ໃນລັດຄາລິຟໍເນຍ ແລະມີສໍານັກງານຜູ້ຕາງໜ້າຕັ້ງຢູ່ລາວຊຶ່ງ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ໃນ​ການ​ສ້າງ​ຄວາມ​ສາ​ມາດແລະເຂັ້ມ​ແຂງແກ່​ສະ​ພາ​ແຫ່ງ​ຊາດ​ລາວ ມາໄດ້ຫລາຍປີແລ້ວ, ອີງ​ຕາມ​ທ່ານ​ສັນ​ຍາກ່າວ.

XS
SM
MD
LG