Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ນັກອອກແບບເສື້ອຜ້າລາວທັງຢູ່ໃນ ແລະຕ່າງປະເທດ ຮ່ວມກັນຈັດງານເດີນແບບເຄື່ອງນຸ່ງລາວ ຢູ່ທີ່ປາຣີ


ທ່ານນາງມາລີຣິນ, ນັກອອກແບບເຄື່ອງນຸ່ງຊຶ່ງເປັນຄົນລາວອາເມຣິກັນ ພ້ອມກັບເພື່ອນຮ່ວມງານຖ່າຍຮູບຮ່ວມກັບມີນາງງາມຈັກກະວານລາວປີ 2023 ໄພມະນີ ລາດຊະບັນເທົາ.
ທ່ານນາງມາລີຣິນ, ນັກອອກແບບເຄື່ອງນຸ່ງຊຶ່ງເປັນຄົນລາວອາເມຣິກັນ ພ້ອມກັບເພື່ອນຮ່ວມງານຖ່າຍຮູບຮ່ວມກັບມີນາງງາມຈັກກະວານລາວປີ 2023 ໄພມະນີ ລາດຊະບັນເທົາ.

ນັກອອກແບບເສື້ອຜ້າລາວທັງ ຢູ່ໃນ ແລະຕ່າງປະເທດ ເມື່ອມໍ່ໆມານີ້ ໄດ້ຮ່ວມກັນຈັດງານເດີນແບບເຄື່ອງນຸ່ງລາວທີ່ປາຣີ ໂດຍນໍາເອົາເສື້ອຜ້ອາພອນ ລາວ ທັງແບບດັ້ງເດີມ ແລະແບບປະຍຸກ ໄປສະແດງໃຫ້ແຂກຄົນເບິ່ງ ເພື່ອສົ່ງ ເສີມວັດທະນະທໍາລາວໃນເວທີສາກົນ ຊຶ່ງບົວສະຫວັນຈະນໍາລາຍລະອຽດເລື້ອງ ນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອລາວປີທ່ອງທ່ຽວລາວ 2024 ຫຍັບໃກ້ເຂົ້າມາຊາວລາວທັງຢູ່ໃນແລະຕ່າງ ປະເທດຕ່າງກໍໄດ້ຮ່ວມແຮງຮ່ວມໃຈກັນສົ່ງເສີມວັດທະນະທໍາລາວໃນເວທີສາກົນ ຊຶ່ງໃນວັນທີ 7 ຫາ 8 ຜ່ານມານີ້ ພວກນັກອອກແບບເສື້ອຜ້າທັງຢູ່ພາຍໃນປະເທດ ລາວພ້ອມກັບຄົນລາວຢູ່ສະຫະລັດ ແລະຢູ່ຝຣັ່ງໄດ້ພາກັນຈັດງານເດີນແບບ ເຄື່ອງນຸ່ງລາວທີ່ປາຣີ ຫລື Lao Fashion Festival in Paris ເປັນເວລາ 2 ຄືນ ຊຶ່ງໄດ້ດຶງດູດເອົາແຂກຄົນເຂົ້າຊົມບໍ່ຕໍ່າກວ່າ 200 ຄົນໃນແຕ່ລະຄືນ. ມາລີຣິນ ບຸນນະຜົນ, ນັກອອກແບບເສື້ອຜ້າຊາວລາວ-ອາເມຣິກັນໃນລັດເວີຈີເນຍ ທີ່ໄປ ຊ່ວຍນັກອອກແບບເຄື່ອງນຸ່ງລາວ-ອາເມຣິກັນຜູ້ນຶ່ງເລົ່າລາຍລະອຽດຂອງງານນີ້ ສູ່ຟັງວ່າ:

ຜູ້ທີ່ສໍາຄັນແປວ່າ ມີສາມຄົນ ຜູ້ທີນຶ່ງແມ່ນຊື່ປານີ ເພິ່ນເປັນຫົວໜ້າຂອງ ລາວແຟຊັນ ວີກຄ໌ ຫັ້ນ ຜູ້ທີ່ສອງລະແມ່ນທາງສະຖານທູດລາວ ກຸ່ມທີສາມແມ່ນກາບເວີເມັນ (ລັດຖະບານ) ຂອງຝຣັ່ງຫັ້ນ ທີ່ວ່າເຂົາເຈົ້າຊ່ວຍອຸ້ມຊູ ແຕ່ວ່າຜູ້ທີ່ວ່າມາເຮັດໂຊຫັ້ນສ່ວນຫລາຍແມ່ນລາວແຟຊັນວິກ ກະແປວ່າແມ່ນຄົນລາວທີ່ມາຈາກລາວ. ສ່ວນຄົນອະເມຣິກັນຫັ້ນກະແມ່ນມີເສີດນີ້ ສ່ວນນ້ອງຫັ້ນແມ່ນກຣຸບຂອງເສີດ ໄປຊ່ວຍສົ່ງເສີມເສີດ ລະກະຄົນຝຣັ່ງຜູ້ທີ່ຊື່ນິດຕະຍາ ສົມຊະນິດ ເພິ່ນເປັນຜູ້ ປະຈໍາຫັ້ນເລີຍ ແລະຜູ້ສໍາຄັນທີ່ສຸດທີ່ວ່າເລີ້ມເຮັດງານຫັ້ນນະ.

ສໍາລັບທ່ານນິດຕະຍາ ສົມສະນິດ, ນັກອອກແບບເຄື່ອງນຸ່ງທີ່ເປັນຄົນເຊື້ອສາຍ ລາວຢູ່ຝຣັ່ງນັ້ນ ກໍມີຫຍີ່ຫໍ້ຂອງເພິ່ນເອງ.

ນັກເດີນແບບຊາຍທີ່ໃສ່ຊຸດພື້ນເມືອງລາວໃນງານແຟຊັນເຄື່ອງນຸ່ງລາວທີ່ປາຣີ ໃນວັນທີ 7 ທັນວາ 2023.
ນັກເດີນແບບຊາຍທີ່ໃສ່ຊຸດພື້ນເມືອງລາວໃນງານແຟຊັນເຄື່ອງນຸ່ງລາວທີ່ປາຣີ ໃນວັນທີ 7 ທັນວາ 2023.

ສ່ວນນັກອອກແບບເສື້ອຜ້າທີ່ມາຈາກນະຄອນຫລວງວຽງຈັນນັ້ນ ທ່ານອານຸລັກ ໄຊຍະວົງ, ພະນັກງານອົງການ Lao Fashion Week ແລະເປັນຜູ້ນຶ່ງຢູ່ໃນໂຄງ ການນັກອອກແບບໜຸ່ມ ຫລື Young Designer Project ໃຫ້ສໍາພາດ ກັບພວກເຮົາວ່າ:

ເຊິ່ງເພິ່ນໃຫ້ໂຈດມາວ່າໃຫ້ອອກແບບເຄື່ອງນຸ່ງອາພອນເນາະ ກ່ຽວກັບຊົນ ເຜົ່າທີ່ມີໃນ ລາວ ວ່າໃຜຈະນໍາສະເໜີຊົນເຜົ່າໃດເນາະ ສ່ວນນ້ອງເອງໄດ້ເລືອກ ເອົາຊົນ ເຜົ່າໄຕເມີຍເນາະ ຊຶ່ງວ່າເປັນກຸ່ມລາວໄຕເນາະ ທີ່ວ່າຢູ່ແຖວກາງຂອງ ປະເທດ ລາວເນາະຢູ່ແຖວແຖວຄໍາມ່ວນ, ທ່າແຂກໃຫ້ເປັນແບບເຄື່ອງທີ່ແຕກຕ່າງ ເພາະ ພວກນ້ອງໄດ້ອອກແບບໃຫ້ມີຄວາມທັນສະໃໝຫລາຍຂຶ້ນ ເອົາຊົນເຜົ່າໄປ ປະຍຸກ.”

ເຄື່ອງນຸ່ງຂອງລາວທີ່ນໍາເອົາມາເດີນແບບ ແລະວາງສະແດງແມ່ນມີ 15 ຫຍີ່ຫໍ້ ຫລື brand, ດັ່ງທີ່ທ່ານສີອໍາພັນ ຈັນທະວີຈິດຈາກກຸ່ມ Lao Society ແລະຢູ່ໃນ Lao Young Designer Project ເລົ່າໃຫ້ຟັງວ່າ:

ສໍາລັບງານໂຕນີ້ມີມານໍາກັນ 15 ແບຣນຊຶ່ງມີມິນິສຕຣີອອຟຊີວທີ່ໄດ້ແຮງ ບັນດານໃຈມາຈາກເຝົ່າກຣຽງ ຊຶ່ງເປັນເຝົ່ານຶ່ງຈັດຢູ່ໃນກຸ່ມລາວເທິງ ທີສອງ ແມ່ນແບຣນຄັງ ມີແຮງບັນດານໃຈ ມາຈາກເຜົ່າໄທດໍາ ໄທແດງ.

ນອກຈາກງານເດີນແບບຢ່າງຄຶກຄື້ນແລະງົດງາມແລ້ວ ພວກນັກອອກແບບ ຍັງ ໄດ້ວາງສະແດງເຄື່ອງນຸ່ງລາວ ແລະສິນຄ້າທີ່ເຮັດດ້ວຍຜ້າລາວ ເຊັ່ນກະເປົາ ຢູ່ ທີ່ສະຖານທູດ ສປປ ລາວ ປະຈໍາປະເທດຝຣັ່ງອີກເປັນເວລາ 3 ມື້ ຊຶ່ງໄດ້ດຶງ ດູດເອົາແຂກເຂົ້າຊົມປະມານ 200 ຄົນເຊັ່ນກັນໃນແຕ່ລະວັນ.

ທ່ານສົມປະເສີດ ຈຸນລະມະນີ, ນັກອອກແບບເຄື່ອງນຸ່ງຈາກບໍລິສັດ Chounlamany Embroidery Atelier ທີ່ເປັນຄົນລາວອາເມຣິກັນກໍໄດ້ນໍາ ເອົາຊຸດລາວ 7 ຢ່າງເຂົ້າໄປຮ່ວມເດີນແບບ ແລະວາງສະແດງ. ທ່ານໃຫ້ສໍາ ພາດວ່າ:

ຈຸດຫຼັກເນາະທີ່ໄດ້ນໍາມາສະເໜີຫັ້ນກະແມ່ນເປັນຊຸດທີ່ໄດ້ແຮງບັນດານໃຈ ຈາກຊຸດພື້ນເມືອງຂອງຫລວງພະບາງ ສະເພາະກະແມ່ນຊຸດປັກດິງເນາະທີ່ ເຮົາຮູ້ທົ່ວໄປຫັ້ນນະ ກໍຈະເປັນແບບຊຸດທີ່ເຈົ້າສາວໃສ່ແຕ່ບໍ່ໄດ້ຄືແບບໂຕຂອງ ເຈົ້າສາວເນາະ ແຕ່ວ່າເຮົາມາປະຍຸກໃຫ້ມັນມີຄວາມເປັນທັນສະໄໝ ແລະກະ ມີຄວາມປະສົມປະສານກັບສິນລະປະຝຣັ່ງ ແບບສິນລະປະຕາເວັນຕົກ.

ທ່ານສົມປະເສີດ ຈຸນລະມະນີ, ນັກອອກແບບເຄື່ອງນຸ່ງລາວຈາກ ບໍລິສັດ Chounlamany Embroidery Atelier ທີ່ເປັນຄົນລາວອາເມຣິກັນ.
ທ່ານສົມປະເສີດ ຈຸນລະມະນີ, ນັກອອກແບບເຄື່ອງນຸ່ງລາວຈາກ ບໍລິສັດ Chounlamany Embroidery Atelier ທີ່ເປັນຄົນລາວອາເມຣິກັນ.

ພິເສດສຸດໃນງານນີ້ກໍຄືການນໍາເອົາກະເປົາແມ່ຍິງແບບທັນສະໄໝແລະຄຸນນະ ພາບທຽບເທົ່າສາກົນອັນທໍາອິດຂອງລາວ ຫຍີ່ຫໍ້ນາຣີທີ່ອອກແບບໂດຍທ່ານນາງ ມະໂນທິບ ສີລິປະພັນ ມາຮ່ວມໃນງານນີ້. ທ່ານນາງສະແດງຄວາມຮູ້ ສຶກອອກ ມາວ່າ:

ດີໃຈເນາະ ດີໃຈຕື່ນເຕັ້ນ ເຮົາກະຕາງມາແລກປ່ຽນປະສົບການ ກັບດີຊາຍເນີ ອື່ນໆ ແລະກະໄດ້ມາລອງຕະຫລາດຢູ່ຝຣັ່ງໜີ້ ໄດ້ມາພົບປະກັບ ໄດ້ຮູ້ຈັກ ຫລາຍໆຄົນຢູ່ນີ້ ຫລັກໆກະໄດ້ມາຮຽນຮູ້ ມາເອົາເອ໊ກສະປີຣຽນ.”

ງານວາງສະແດງເສື້ອຜ້າ ແລະເດີນແບບເຄື່ອງນຸ່ງລາວຢູ່ປາຣີ ທີ່ວ່ານີ້ເປັນຄັ້ງ ທໍາອິດທີ່ໄດ້ຈັດຂຶ້ນຢູ່ນອກຂົງເຂດເອເຊຍຕາເວັນອອກສຽງໃຕ້ ສໍາລັບນັກອອກ ແບບເຄື່ອງນຸ່ງລາວຢູ່ໃນ Young Designer Project ແລະຂອງຄົນລາວ-ອາເມ ຣິກັນ. ສ່ວນຜູ້ເດີນແບບນັ້ນມີປະມານ 30 ກວ່າຄົນທີ່ມາຈາກລາວ ແລະຝຣັ່ງ.

ພວກທີ່ມາຈາກລາວລວມມີນາງງາມຈັກກະວານລາວ ປີ 2023 ໄພມະນີ ລາດຊະ ບັນເທົາ. ສ່ວນຈໍານວນນຶ່ງແມ່ນລູກຫລານຂອງຄົນລາວຢູ່ຝຣັ່ງເອງ ແລະຄົນ ຝຣັ່ງທີ່ ອາສາສະໝັກເດີນແບບໃຫ້ຍ້ອນຢາກປະກອບສ່ວນສົ່ງເສີມວັດທະ ນະທໍາລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG