Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ການພັດທະນາດ້ວຍລະບົບ Digital ຂອງລາວ ຖືກຈັດໃຫ້ຢູ່ໃນອັນດັບ 159 ຈາກ 193 ປະເທດໃນທົ່ວໂລກ


ຜູ້ຄວບຄຸມສື່ສັງຄົມອອນລາຍ
ຜູ້ຄວບຄຸມສື່ສັງຄົມອອນລາຍ

ການພັດທະນາດ້ວຍລະບົບ Digital ຂອງລາວ ຖືກຈັດໃຫ້ຢູ່ໃນອັນດັບ 159 ຈາກ 193 ປະເທດໃນທົ່ວໂລກ ທັງຍັງໄດ້ຄວບຄຸມການເຜີຍແຜ່ຂໍ້ມູນຂ່າວສານໃນສື່ສັງຄົມຢ່າງເຂັ້ມງວດທີ່ສຸດອີກດ້ວຍ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກຊ່ຽວຊານດ້ານການພັດທະນາລະບົບ Digital ໃນລາວ ເປີດເຜີຍວ່າ ການບໍລິຫານງານຂອງພາກລັດຖະບານລາວ ໃນການພັດທະນາລະບົບ Digital ເພື່ອໃຫ້ການບໍລິການແກ່ປະຊາຊົນນັ້ນ ໄດ້ດໍາເນີນໄປຢ່າງຊັກຊ້າຫຼາຍ ເມື່ອທຽບກັບຕ່າງປະເທດ ທັງນີ້ໂດຍມີສາເຫດມາຈາກການຂາດບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ການຂາດເຂີນທາງດ້ານງົບປະມານ ແລະການບໍລິຫານງານໃນພາກລັດທີ່ບໍ່ມີປະສິດທິພາບ ເຊິ່ງກໍເຮັດໃຫ້ອົງການສະຫະປະຊາຊາດ ໄດ້ຈັດລະດັບການພັດທະນາດ້ານລະບົບ Digital ຂອງລັດຖະບານລາວ ໃຫ້ຢູ່ອັນດັບທີ 159 ຈາກ 193 ປະເທດໃນທົ່ວໂລກ ໂດຍໄດ້ພັດທະນາຈາກ 3 ໂຕຊີ້ວັດນໍາກັນ ກໍຄື ຊັບພະຍາກອນມະນຸດ ພື້ນຖານໂຄງລ່າງ ແລະການໃຫ້ບໍລິການດ້ານສື່ສັງຄົມ Online, ດັ່ງທີ່ຜູ້ຊ່ຽວຊານດ້ານການພັດທະນາລະບົບ Digital ໃນລາວ ໄດ້ໃຫ້ການຢືນຢັນວ່າ:

ອົງການສະຫະປະຊາຊາດ ກໍໄດ້ເຮັດການປະເມີນໂຕຊີ້ວັດລັດຖະບານ Digital (UN Government Index) ເພື່ອເບິ່ງສະພາບການພັດທະນາ ແລະການບໍລິການລັດຖະບານ Electronic ເຊິ່ງມີ 3 ໂຕຊີ້ວັດ, ອັນທີ 1 ແມ່ນທາງດ້ານຊັບພະຍາກອນມະນຸດ, ອັນທີ 2 ນີ້ ແມ່ນທາງດ້ານພື້ນຖານໂຄງລ່າງ ແລະອັນທີ 3 ນີ້ ແມ່ນການບໍລິການຜ່ານທາງ Online ເຮົາເອງກໍມີການພັດທະນາເນາະ ແຕ່ທຽບໃສ່ຫຼາຍປະເທດກໍຖືວ່າ ເຂົາເຈົ້າກໍພັດທະນາໄວກວ່າພວກເຮົາ ເພາະສະນັ້ນ ພວກເຮົານີ້ ແມ່ນໃນປັດຈຸບັນ ກະຢູ່ໃນອັນດັບທີ 159 ໃນຈໍານວນ 193 ປະເທດ.

ຍິ່ງໄປກວ່ານັ້ນ ລັດຖະບານລາວໂດຍກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວນັ້ນ ຍັງໄດ້ດໍາເນີນມາດຕະການກວດກາ ແລະຄວບຄຸມການເຜີຍແຜ່ຂໍ້ມູນຂ່າວສານ ແລະການປະກອບຄວາມຄິດເຫັນຕ່າງໆຂອງປະຊາຊົນລາວ ໃນສື່ສັງຄົມ Online ຢ່າງເຂັ້ມງວດຫຼາຍທີ່ສຸດປະເທດນຶ່ງໃນໂລກອີກດ້ວຍ ໂດຍຖ້າຫາກວ່າ ຜູ້ໃດຕ້ອງການຈະດໍາເນີກິດຈະການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕໍ່ສາທາລະນະໃນລາວນັ້ນ ກໍຈະຕ້ອງລົງທະບຽນຕາມກົດໝາຍສື່ມວນຊົນ ທັງຍັງຈະຕ້ອງໄດ້ຮັບອະນຸຍາດຈາກກົມຂ່າວຢ່າງເປັນທາງການແລ້ວເທົ່ານັ້ນ ຈຶ່ງຈະສາມາດດໍາເນີນກິດຈະການໄດ້ ແຕ່ຖ້າຫາກວ່າ ຍັງບໍ່ທັນໄດ້ຮັບອະນຸຍາດ ກໍຈະຖືວ່າເປັນສື່ສັງຄົມ Online ທີ່ຜິດກົດໝາຍ ທີ່ຈະຕ້ອງຖືກດໍາເນີນມາດຕະການລົງໂທດຕາມກົດໝາຍສື່ມວນຊົນ ແລະກົດໝາຍອາຍາຂອງລາວຕໍ່ໄປ.

ປັດຈຸບັນ ລາວມີສື່ສັງຄົມອອນລາຍ Online ຈໍານວນ 90 ກວ່າສື່ສັງຄົມທີ່ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍສື່ມວນຊົນ ຫາກແຕ່ກໍຍັງມີຫຼາຍສິບສື່ສັງຄົມທີ່ໄດ້ດໍາເນີນການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບລາວຢູ່ຕ່າງປະເທດ ທີ່ລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ ຈຶ່ງຕ້ອງການຈະດໍາເນີນການພັດທະນາລະບົບໂຄງຂ່າຍສື່ມວນຊົນລາວໃຫ້ທັນສະໄໝ ດ້ວຍການຊ່ວຍເຫຼືອທາງດ້ານວິຊາການ ແລະເທັກໂນໂລຈີຂັ້ນສູງຈາກລັດຖະບານຈີນ ເພື່ອຈະເຮັດໃຫ້ສາມາດຕອບໂຕ້ສື່ສັງຄົມ Online ທີ່ຢູ່ຕ່າງປະເທດ ໄດ້ຢ່າງເທົ່າທັນນັ້ນເອງ, ດັ່ງທີ່ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ ໄດ້ໃຫ້ການຢືນຢັນວ່າ:

“ສື່ສັງຄົມ Online ມັນມີ 2 ປະເພດ, ປະເພດ 1 ແມ່ນຄົນຢູ່ພາຍໃນປະເທດເຮົານີ້ເປັນຜູ້ລົງຂ່າວ ອັນນີ້ເຮົາຕິດຕາມໄດ້ ແລະເຮົາກະເອົາມາປັບທັດສະນະຄະຕິ ເອົາມາອົບຮົມແນວຄິດການເມືອງໃຫ້ເຂົາເຈົ້າ ແລ້ວເຂົາກະເຊົາເຮັດ, ທີ່ຜ່ານມາໄທເຮົາກະໄດ້ສົມທົບກັບກະຊວງ ປກສ. ເຮັດບັນຫາດັ່ງກ່າວ, ແຕ່ມັນກະມີສື່ສັງຄົມ Online ປະເພດທີ 2 ມັນເຮັດຢູ່ຕ່າງປະເທດ ເຂົາເປີດບັນຊີຢູ່ຕ່າງປະເທດ, ພວກເຮົາປິດ ເຂົາເປີດໃໝ່, ປິດເຂົາ-ເຂົາເປີດໃໝ່, ອັນນີ້ ພວກຂ້າພະເຈົ້າກະໄດ້ສົມທົບກັບທາງບັນດາກະຊວງກ່ຽວຂ້ອງແລ້ວ ເພື່ອເຮັດແນວໃດມີການຕອບໂຕ້ ມີການແກ້ຂ່າວ.”

ທາງດ້ານຜູ້ຕາງໜ້າຂອງຂະບວນການລາວເສລີ (Free Lao) ກໍໃຫ້ການຢືນຢັນວ່າ ຂະບວນການລາວເສລີ ຍັັງຈະສືບຕໍ່ການເຄື່ອນໄຫວ ເພື່ອເຜີຍແຜ່ຂໍ້ມູນ ແລະວິພາກວິຈານການບໍລິຫານງານທີ່ບໍ່ມີປະສິດທິພາບຂອງພັກ-ລັດຖະບານລາວຢ່າງບໍ່ຢຸດຢັ້ງ ໂດຍເຖິງແມ່ນວ່າ ພັກ-ລັດຖະບານລາວ ຈະໄດ້ພະຍາຍາມໃນທຸກວິຖີທາງເພື່ອເຮັດໃຫ້ເກີດຄວາມຢ້ານກົວ ແລະຢຸດການເຄື່ອນໄຫວທີ່ເປັນປໍລະປັກຕໍ່ ພັກ-ລັດຖະບານລາວ ກໍຕາມ ຫາກແຕ່ວ່າຂະບວນລາວເສລີຈະບໍ່ຍອມໃຫ້ ພັກ-ລັດຖະບານລາວ ມີວັນທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແນ່ນອນ.

ສ່ວນພົນໂທທອງລອຍ ສິລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຖະແຫຼງວ່າ ການຈັດຕັ້ງປະຕິບັດຍຸດທະສາດ 2 ໜ້າທີ່ກໍຄື ການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໂດຍກອງທັບປະຊາຊົນລາວ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ໄດ້ເຮັດໃຫ້ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງສົມບູນແລ້ວ ໂດຍສະເພາະແມ່ນໃນພື້ນທີ່ເປົ້າໝາຍຄື ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງບໍລິຄໍາໄຊ ແລະແຂວງຫຼວງພະບາງນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG