Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ບໍລິສັດເລີ້ມຕົ້ນໃໝ່ຂອງລັດຄາລີຟໍເນຍ ກຳລັງນຳເອົາອາຍຄາບອນ ອອກຈາກມະຫາສະໝຸດ


ເຊີນຮັບຊົມລາຍງານ LogOn ກ່ຽວກັບບໍລິສັດເລີ້ມຕົ້ນໃໝ່ຂອງລັດຄາລີຟໍເນຍ ກຳລັງນຳເອົາອາຍຄາບອນ ອອກຈາກມະຫາສະໝຸດ

ການເກັບແລະເອົາອາຍຄາບອນອອກຈາກສິ່ງແວດລ້ອມຂອງພວກເຮົາ ແມ່ນວິທີການອັນນຶ່ງ ທີ່ພວກນັກວິທະຍາສາດກໍາລັງຕໍ່ສູ້ກັບການປ່ຽນແປງຂອງ ດິນຟ້າອາກາດ. ບໍລິສັດດ້ານເທັກໂນໂລຈີ ທີ່ເລີ້ມຕົ້ນໃໝ່ແຫ່ງນຶ່ງ ໃນນະຄອນ ລອສ ແອນເຈີລີສ ກໍາລັງພັດທະນາວິທີ ທີ່ຈະດຶງເອົາອາຍຄາບອນໄດອອກໄຊ ອອກຈາກມະຫາສະຫມຸດ. Genia Dulot ນັກຂ່າວຂອງພວກເຮົາ ມີລາຍລະ ອຽດເພີ້ມເຕີມຢູ່ໃນລາຍການ LogOn ມື້ນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີ ທ່ານ ໃນອັນ ດັບຕໍ່ໄປ.

​ໂຄງການ​ທົດ​ລອງ​ນີ້ ​ຢູ່ທີ່​ທ່າ​ກຳ​ປັ່ນຂອງນະຄອນລອສແອນເຈີລີສ, ລັດຄາລິຟໍ ເນຍ ສາມາດ​ນໍາເອົາອາຍຄາບອນ​ອອກ​ຈາກ​ມະຫາ​ສະໝຸດ​ໄດ້​ເຖິງ 100 ​ໂຕນ​ຕໍ່​ປີ. ມັນດໍາເນີນການໂດຍບໍລິສັດເລີ້ມຕົ້ນໃໝ່ແຄບຈູຣາ (Captura).

ທ່ານສະຕີບ ໂອລດໍາ (Steve Oldham) ເປັນຫົວໜ້າຜູ້ບໍລິຫານ ຫລື CEO ຂອງບໍລິສັດ Captura.

ທ່ານອະທິບາຍວ່າ:

"ມະຫາສະຫມຸດແມ່ນໃຫຍ່ຫຼາຍ. ມັນກວມເອົາ 70 ເປີເຊັນຂອງເນື້ອທີ່ທັງໝົດ ຂອງໂລກ. ຖ້າພວກເຮົາສາມາດສະແດງໃຫ້ເຫັນວ່າ ເຮົາສາມາດນໍາໃຊ້ມະຫາ ສະຫມຸດເພື່ອເອົາອາຍຄາບອນໄດອອກໄຊອອກຈາກບັນຍາກາດໄດ້ ດ້ວຍວິທີນີ້ ແມ່ນຈະທ່າແຮງຢ່າງໃຫຍ່ຫຼວງ.”

ທ່ານແຮຣີ ແອດວໍເທີ (Harry Atwater) ຜູ້ຮ່ວມກໍ່ຕັ້ງບໍລິສັດ Captura ແລະ ທັງ ເປັນນັກຄົ້ນຄວ້າດ້ານເທັກໂນໂລຈີຂອງລັດຄາລິຟໍເນຍ ເວົ້າວ່າ ມະຫາສະ ໝຸດໄດ້ດູດເອົາປະມານ 1/3 ຂອງອາຍຄາບອນໄດອອກໄຊ ໃນຊັ້ນບັນຍາກາດ ຢູ່ແລ້ວ.

ທ່ານກ່າວດັ່ງນີ້:

"ຖ້າພວກເຮົາສາມາດເຮັດໃຫ້ການປ່ຽນເປັນນໍ້າກົດຂອງມະຫາສະຫມຸດຢຸດລົງໄດ້ ດ້ວຍການເອົາອາຍຄາບອນອອກຈາກນໍ້າມະຫາສະຫມຸດ, ນໍ້າຢູ່ເທິງນັ້ນ ຈະທໍາ ການເປັນຕົວດູດຊຶມຢ່າງມີປະສິດທິພາບ ເພື່ອເຮັດໃຫ້ລະດັບສູງສຸດຂອງ ການ ປ່ອຍອາຍຄາບອນໄດອອກໄຊຫລຸດລົງຕື່ມ."

ລະບົບຂອງບໍລິສັດ Captura ໃຊ້ພຽງແຕ່ໄຟຟ້າ ແລະນໍ້າເກືອ.

ໂດຍສືບຕໍ່ຈາກຜົນໄດ້ຮັບໃນລອສ ແອນເຈລີສ, ບໍລິສັດທີ່ວ່ານີ້ ກໍາລັງຍ້າຍໄປ ເປີດໂຮງງານ ຢູ່ໃນປະເທດນໍເວ ທີ່ສາມາດເກັບເອົາອາຍຄາບອນໄດ້ 1,000 ໂຕນຕໍ່ປີ. ທັງທ່ານແອດວໍເທີ (Atwater) ແລະ ທ່ານໂອລດໍາ (Oldham) ເວົ້າວ່າ ພວກເຮົາຈໍາເປັນຈະຕ້ອງໄດ້ເອົາອາຍຄາບອນຫຼາຍຕື້ໂຕນ ອອກຈາກ ມະຫາສະຫມຸດ ເພື່ອຈະເຮັດໃຫ້ການປ່ຽນແປງຂອງສະພາບດິນຟ້າອາກາດຊັກ ຊ້າລົງຢ່າງຫຼວງຫຼາຍໄດ້.

ທ່ານແອດວໍເທີ ກ່າວວ່າ:

"ດຽວນີ້ ໃນຂະນະທີ່ພວກເຮົາ ນໍາໃຊ້ນໍ້າມັນເຊື້ອໄຟຟອດຊິລ ແລະພວກເຮົາ ປ່ອຍອາຍຄາບອນໄດອອກໄຊຫລື CO2 ເຂົ້າໄປໃນບັນຍາກາດ, ພວກເຮົາ ກໍາລັງປ່ອຍ CO2 ຈໍານວນ 40 ຕື້ໂຕນ ຫລື ຈີກາທັນ ໄປສູ່ບັນຍາກາດໃນ ແຕ່ລະປີ. ສິ່ງນັ້ນ ເຮັດໃຫ້ມີການສະສົມ ແລະການເພີ່ມຂຶ້ນ ຂອງການປ່ອຍ ອາຍອາຍ CO2 ຢູ່ໃນບັນຍາກາດ. ສະນັ້ນໂດຍພື້ນຖານແລ້ວພວກເຮົາຕ້ອງ ເຮັດໃຫ້ສິ່ງນັ້ນຍຸຕິລົງ. ດັ່ງນັ້ນ ມັນເປັນຂະຫນາດຂະຫນາດໃຫຍ່ຫຼາຍ ທີ່ ໂດຍພື້ນຖານແລ້ວ ກ່ຽວພັນກັບພື້ນຖານການພັດທະນາຕົ້ນແບບ ທີ່ພວກເຮົາ ສາມາດຂະຫຍາຍຂະຫນາດຂອງ ມັນໃຫ້ໃຫຍ່ຂຶ້ນ ແລະໃຫຍ່ຂຶ້ນ ແລະໃຫຍ່ ຂຶ້ນ. ສະນັ້ນຫລະ ທີ່ຈິງແລ້ວ ມັນແມ່ນພາລະກິດຂອງ Captura."

ຜູ້ບໍລິຫານ Captura ກ່າວວ່າ ສິ່ງທ້າທາຍທີ່ໃຫຍ່ທີ່ສຸດສໍາລັບເທັກໂນໂລຈີໃນ ການເອົາອາຍຄາບອນອອກ ແມ່ນການເຮັດໃຫ້ມັນໄວພໍ ເພື່ອຈະນໍາທັນຈັງຫວະ ຂອງການປ່ຽນແປງດິນຟ້າອາກາດໄດ້.

ອ່ານລາຍງານເປັນພາສາອັງກິດ ຂ້າງລຸ່ມນີ້:

Capturing and removing carbon from our environment is one way scientists are combating climate change. A tech startup in Los Angeles is developing ways to draw carbon dioxide from the ocean. Genia Dulot has our story in this week’s episode of LogOn.

This pilot project at the Port of Los Angeles can remove from the ocean as much as 100 tons of carbon a year. It is run by the startup firm Captura.

Steve Oldham, Captura CEO:

“The ocean is huge. It covers 70% of the surface of the planet. If we can demonstrate that you can use the ocean to remove CO2 from the atmosphere this way, the potential is very large.”

Oceans are already absorbing about one-third of the carbon dioxide in the atmosphere, says Captura co-founder Harry Atwater, also a California Institute of Technology researcher.

Harry Atwater, California Institute of Technology:

“If we can undo that ocean acidification by decarbonizing ocean water, that water on the surface acts effectively as an absorbent for further drawdown of carbon dioxide.”

Captura's system uses only electricity and salt water.

Building on results in Los Angeles, the company is moving to open a facility in Norway that could capture 1,000 tons of carbon a year. Both Atwater and Oldham say we will need to remove billions of tons of carbon from oceans to substantially slow climate change.

Harry Atwater, California Institute of Technology:

“Nowadays, as we use fossil fuels and we emit CO2 into the atmosphere, we are releasing of the order of 40 gigatonnes of CO2 into the atmosphere every year. That’s causing the accumulation and the rise in CO2 emissions in the atmosphere. So we have to basically undo that. So it's a big scale, that involves basically developing prototypes, that we can scale larger and larger and larger. So that, in fact, is the mission of Captura.”

The Captura executives say the biggest challenge for technologies that remove carbon is doing it fast enough to keep pace with climate change.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG