Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ກ້ອງຕິດໂຕຂະໜາດນ້ອຍ ທີ່ຖືກອອກແບບມາ ເພື່ອຕໍ່ຕ້ານ ການກໍ່ເຫດອາດຊະຍາກຳ


ກ້ອງນ້ອຍ, ບໍ່ແພງ ສາມາດບັນທືກພາບສົດ ໃນຂະນະທີ່ຜູ້ຊົມໃຊ້ຕົກຢູ່ໃນເຫດການອັນຕະລາຍ

ຄັ້ງ​ນຶ່ງ​ເຄີ​ຍ​ຖືກ​ໃຊ້​ໂດຍ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດໝ​າຍ, ແຕ່​ດຽວນີ້ປະຊາ ຊົນທົ່ວໄປ ແມ່ນສາມາດເຂົ້າຫາ​ເພື່ອນຳໃຊ້ກ້ອງຕິດ​ໂຕຊະນິດນີ້ ທີ່ມີຂະໜາດ ນ້ອຍ, ລາຄາຖືກ ເພື່ອຊ່ວຍໃຫ້ເຂົາເຈົ້າຮູ້ສືກປອດໄພ ໃນຂະນະທີ່ຢູ່ໃນສະ ຖານະ​ການອັນຕະລາຍ. ທ່ານນາງ ຈູລີ ເທບໍ ຈະນຳພວກເຮົາໄປເບິ່ງວ່າ ມັນໃຊ້ງານແນວໃດ ໃນ​ລາຍ​ການ LogOn ຂອງ​ອາ​ທິດນີ້ ເຊິ່ງ ທິບສຸດາ ຈະນຳລາຍລະອຽດມາສະເໜີທ່ານ.

Story: ກະຊວງຍຸດຕິທຳຂອງສະຫະລັດ ເວົ້າວ່າກ້ອງທີ່​ຕິດ​ໃສ່​ຮ່າງ​ກາຍ​ແມ່ນ​ມັກ​ຈະ​ຖືກ​ໃຊ້​ໂດຍ​ເຈົ້າ​ໜ້າ​ບັງ​ຄັບ​ໃຊ້​ກົດ​ໝາຍ​ເພື່ອປັບປຸງດ້ານ​ຄວາມ​ປອດໄພໃຫ້ ແກ່ເຈົ້າ​ໜ້າ​ທີ່ຕຳຫຼວດ ແລະ ບັນທືກຫຼັກຖານທີ່​ມີຄຸນະພາບສູງ. ແຕ່ປັດຈຸບັນປະຊາຊົນທຳ​ມະ​ດາກໍສາມາດນຳໃຊ້ອຸ​ປະ​ກອນຂະໜາດນ້ອຍ​ແບບ​ນັ້ນ ​ທີ່ມີ​ລາ​ຄາ​ຖືກກວ່າ ເພື່ອປົກປ້ອງຄວາມປອດໄພຂອງພວກເຂົາເຈົ້າ.

ອີກຕົວຢ່າງໜື່ງ ແມ່ນ​ກ້ອງ PhoneCam, ເຊິ່​ງ​ແມ່ນ​ກ້ອງຕິດ​ຕົວຂະ​ໜາດ​ນ້ອຍ​ທີ່​ທຳງານ​ໂດຍ​ປັນ​ຍາ​ປະ​ດິດ ແລະ ຖືກ​ຂະໜານນາມວ່າ ເປັນເພື່ອນດ້ານ ຄວາມປອດໄພທີ່​ດີ​ທີ່​ສຸດ.

ອຸ​ປະ​ກອບ​ດັ່ງ​ກ່າວສາມາດຕິດຕັ້ງຢ່າງງ່າຍດາຍໃສ່ເສື້ອຜ້າ ແລະ ເປີດ​ໃຊ້​ງານ​ເວ​ລາ​ໃດ​ກໍ​ໄດ້​ທີ່​ຜູ້​ໃຊ້ຄິດ​ວ່າ​ ມີໄພອັນຕະລາຍ.

ທ່ານ ວາວເຕີ້ ໂຄນິງສ໌ (Wouter Konings) ຜູ້ບໍລິຫານໃຫຍ່ ແລະ ຜູ້ກໍ່​ຕັ້ງບໍ​ລິ​ສັດກ້ອງ PhoneCam ກ່າວ​ວ່າ

ຄົນ​ຂັບລົດເມຫຼາຍຄົນ, ຍົກຕົວ​ຢ່າງ, ຫຼື ປະຊາຊົນຄົນອື່ນໆ ທີ່ໄດ້ປະເຊີນ​ກັບ ການ​ຮາວີລົບກວນ, ພວກເຂົາບໍ່ມີກ້ອງພົກພາຕິດຕົວເພາະມັນມີລາຄາແພງ ແລະ ລະບົບການຕິດຕັ້ງຂອງກ້ອງກໍມີຄວາມຫຍຸ້ງຍາກສັບສົນ ສຳລັບພວກເຂົາ ເຈົ້າ. ດັ່ງນັ້ນ, ສິ່ງທີ່ພວກເຮົາເຮັດ​ກໍຄືຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ​ນັ້ນ”.

​ກ້ອງ PhoneCam ມາພ້ອມກັບ ແອັບຟີເຄຊັນ ຊຶ່ງອະ​ນຸ​ຍາດ​ໃຫ້​ຜູ້​ໃຊ້​ເລີ່ມ​ອັດ​ວິ​ດີ​ໂອ​ສົດດ້ວຍ​ການກົດປຸ່ມບາດ​ດຽວຂະ​ນະ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງໄພອັນຕະລາຍ. ຖ້າຫາກສະຖານະການຮຸນ​ແຮງ​ຂຶ້ນ, ພວກເຂົາສາມາດກົດປຸ່ມດັ່ງ​ກ່າວ​ເປັນ​ຄັ້ງ​ທີ​ສອງ ເພື່ອ​ສົ່ງ​ສັນ​ຍານ​ເຕືອນ​ ໄປຍັງຜູ້ຕິດຕໍ່ສຸກເສີນທີ່ໄດ້ກຳນົດໄວ້.

ທ່ານ ວາວເຕີ້ ໂຄນິງສ໌ Wouter Koning ເວົ້າຕື່ມວ່າ: (ສຽງຂອງທ່ານ ວາວເຕີ້)........

“ພວກເຮົາກຳລັງນຳໃຊ້ຄວາມທັນສະໄໝດ້ານເຕັກໂນໂລຈີ ຂອງໂທລະສັບມືຖື​ເຈົ້າ ແລະ ສະ​ນັ້ນ​ພວກເຮົາ​ຈຶ່ງສາມາດເຮັດ​ໃຫ້​ມັນນ້ອຍລົງຫຼາຍກວ່າເກົ່າ ແລະ ມີລາຄາຖືກກວ່າ. ນອກນັ້ນ, ພວກເຮົາຍັງສາມາດນຳໃຊ້ CPU (ການປະມວນຂໍ້ມູນ) ຂອງ ໂທລະສັບ, ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ເຮັດ​ສິ່ງ​ທີ່​ອີງ​ໃສ່​ປັນ​ຍາ​ປະ​ດິດຫຼາຍ​ຢ່າງ, ຫຼາຍກວ່າກ້ອງຕິດຕົວທຳ​ມະ​ດາທີ່ສາ​ມາດ​ເຮັດ ຍ້ອນວ່າ ມັນບໍ່ໄດ້ຕິດຕັ້ງໄມ​ໂຄ​ຣຊິບຢູ່ໃນອຸ​ປະ​ກອນ​ຂອງ​ເຂົາ​ເຈົ້າ.

ກ້ອງດັ່ງ​ກ່າວ ມີຊ່ອງການສື່ສານໄປ​ມາ​ກັບຜູ້ຕິດຕໍ່, ຜູ້ທີ່ຈະ​ໄດ້​ຮັບພາບຖ່າຍວິ​ດີ​ໂອ​ສົດ ແລະ ຕຳແໜ່ງຂອງກ້ອງ​ຢ່າງວ່ອ​ງ​ໄວ.

ລະບົົບການຄວບຄຸມຂອງກ້ອງ PhoneCam ຍັງຈະອະນຸຍາດໃຫ້ກຸ່ມຜູ້ຊົມໃຊ້ ຈາກກຸ່ມ​ອື່ນໆ ຕິດຕາມຕຳແໜ່ງຂອງ​ເຂົາ​ເຈົ້າຢູ່ໃນແຜນທີ່ ແລະ ຮັບສາຍ ແລະ ສົ່ງຕໍ່ສັນຍານເຕືອນໄດ້ອີກ.

ທ່ານ ວາວເຕີ້ ໂຄນິງສ໌ Wouter Koning ເວົ້າຕື່ມວ່າ: (ສຽງຂອງທ່ານ ວາວເຕີ້)........

ການສະກັດກັ້ນທີ່​ໃຫຍ່ສຸດຂອງກ້ອງນີ້ ກໍ​ແມ່ນ​ວ່າ ມັນຈະສົ່ງພາບຖ່າຍເຂົ້າໄປຍັງຖານຂໍ້ມູນ cloud ແລະ ມັນ​ກໍ​ສາ​ມາດຖືກ​ນຳອອກມາເປັນຫຼັກຖານໄດ້ ຕາມພາຍຫຼັງ.

​ກ້ອງ​ຕິດ​ໂຕ​ທີ່​ພ້ອມ​ໃຊ້​ສຳ​ລັບ​ຜູ້​ບໍ​ລິ​ໂພກ ສາມາດເພີ້ມມາດ​ຕະ​ການ​ຮັກ​ສາ ຄວາມປອດໄພ, ສ້າງຄວາມອຸ່ນໃຈໃຫ້ແກ່ພວກຜູ້ໃຊ້ ແລະ ກັບພວກຄົນຮັກ​ຂອງ​ເຂົາ​ເຈົ້ານຳ​ດ້ວຍ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Once used mainly by law enforcement, ordinary citizens now have access to smaller, cheaper versions of body cameras to help them feel safe in dangerous situations. Julie Taboh shows us how in this week’s episode of LogOn.

The U.S. Department of Justice says body-worn cameras are usually used by law enforcement to improve officer safety and to collect high-quality evidence.

Now, ordinary citizens can use smaller, more affordable versions of such devices for their own protection.

One example is the PhoneCam, a miniature body camera powered by artificial intelligence and billed as the ultimate safety companion.

The device can be easily attached to clothing and activated whenever a user perceives danger.

Wouter Konings, PhoneCam Founder and CEO, Zoom.

“A lot of bus drivers, for instance, or other people that come in contact with aggression, they don't get a body camera because they're too expensive, and the whole system that has to be set up for them is too complex. So what we set out to do is just to reduce the complexity."

The PhoneCam is equipped with an app that allows users to start a live recording with a short press the moment they sense danger. If the situation escalates, they can press the button a second time to send an alarm to a designated emergency contact.

Wouter Konings, PhoneCam Founder and CEO, Zoom.

"We are leveraging the technology of your phone and therefore we can make it much smaller and more affordable. ((end PhoneCam credit)) We can also use the CPU [central processing unit] of the phone, and therefore we can do a lot more AI-based things than normal body cameras can because they don't have that chip set in their device.”

The device has two-way audio communications with the contact, who quickly receives both the live video feed and a location.

A PhoneCam control room also allows groups of users to track their location on a map and answer and forward alarms.

Wouter Konings, PhoneCam Founder and CEO, Zoom.

“The biggest deterrent of this camera is that it's going to be streamed into the cloud and it can be used as evidence later.”

Consumer-ready body cameras can provide an added measure of security and peace of mind for users, and their loved ones.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG