Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ມົສກູ ແນ່ເປົ້າໃສ່ ນັກຂ່າວຂອງ ວີໂອເອ ຢູ່ໃນການລົງໂທດຊາວອາເມຣິກັນ ຮອບຫຼ້າສຸດ


ແຟ້ມພາບ - ປ້າຍ ໄດ້ປະກົດຢູ່ເທິງຕຶກ ຂອງ ສຽງອາເມຣິກາ ໃນ ນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມິຖຸນາ 2020.
ແຟ້ມພາບ - ປ້າຍ ໄດ້ປະກົດຢູ່ເທິງຕຶກ ຂອງ ສຽງອາເມຣິກາ ໃນ ນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມິຖຸນາ 2020.

ນັກ​ຂ່າວ​ຂອງສຽງ​ອາ​ເມ​ຣິ​ກາ​ຄົນນຶ່ງ ​ແມ່ນ​ນຶ່ງໃນ​ຈຳນວນ​ພົນລະ​ເມືອງ​ສະຫະລັດ 200 ກວ່າ​ຄົນ ​ທີ່​ລັດຖະບານຣັດ​ເຊຍ ວາງມາດຕະການ​ລົງ​ໂທດ​ ໃນ​ວັນ​ພະຫັດ​ວານ​ນີ້.

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ປະກາດ​ ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຕົນ​ໄດ້​ລົງ​ໂທດ​ຕໍ່​ທ່ານ ເຈຟ ເຊລດິນ (Jeff Seldin) ຜູ້​ທີ່ຮັບຜິດຊອບລາຍງານກ່ຽວກັບບັນຫາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຢູ່ ສຽງອາເມຣິກາ ຫຼື VOA. ທ່ານ ເຊລດິນ (Seldin) ​ເປັນນຶ່ງໃນ​ບັນດາ​ນັກ​ຂ່າວ​ຫລາຍ​ຄົນ, ​ລວມເຖິງ​ບາງ​ຄົນ​ຈາກ​ໜັງສືພິມ Washington Post ​ແລະ The New York Times, ທີ່ຢູ່​ໃນ​ມາດຕະການ​ລົງ​ໂທດ ຕໍ່​ພົນລະ​ເມືອງ​ສະຫະລັດ ​ຄັ້ງ​ຫລ້າ​ສຸດ​ນີ້.

ລວມທັງຫມົດ, ມີພົນລະເມືອງອາເມຣິກັນ 227 ຄົນ ຖືກລວມຢູ່ໃນການລົງໂທດຮອບນີ້ ກ່ຽວກັບສິ່ງທີ່ລັດຖະບານຣັດເຊຍກ່າວວ່າ ເປັນ "ກິດຈະກໍາຕໍ່ຕ້ານຣັດເຊຍ."

"ການ​ເຂົ້າ​ມາ​ໃນ​ສະຫະພັນ​ຣັດ​ເຊຍ​ແມ່ນ​ຖືກປິດ​ບໍ່ໃຫ້​ຊາວ​ອາ​ເມ​ຣິກັນ 227 ຄົນດັ່ງກ່າວ ​ທີ່​ພົວພັນໃນ​ການ​ສ້າງ, ການ​ນຳໄປປະຕິບັດ ​ແລະ​ການໃຊ້ເຫດຜົນທີ່ເປັນ​ແນວທາງຂອງໂຣກຢ້ານຣັດເຊຍ ໂດຍ​ລັດຖະບານ​ສະຫະລັດ​ໃນ​ປັດຈຸບັນ,"ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ ໃນເວັບໄຊຂອງກະຊວງ.

ການ​ປະກາດ​ດັ່ງກ່າວ ​ມີ​ຂຶ້ນ​ພຽງນຶ່ງ​ມື້ ​ກ່ອນ​ການ​ເລີ່ມຕົ້ນ ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນຣັດ​ເຊຍ ທີ່ ປະທານາທິບໍດີ ວລາມີເມຍ ປູຕິນ ແມ່ນຮັບປະກັນ​ໄດ້ວ່າ​ ຈະເປັນຜູ້​ຊະນະ.

ນັກ​ຂ່າວ​ຄົນອື່ນໆ ​ທີ່ຖືກ​ລົງ​ໂທດ​ແມ່ນ​ຮວມ​ທັງ ໂຈເຊບ ມາກສ (Joseph Marks), ໂຈເຊບ ເມນນ໌ (Joseph Menn), ເອລເລນ ນາກາຊິມາ (Ellen Nakashima) ແລະ ທິມ ສຕາກສ (Tim Starks) ຂອງ​ໜັງສືພິມ Washington Post​. ໂຣເບີດ ເວີດທ (Robert Worth) ຈາກ The New York Times ກໍຢູ່ໃນລາຍຊື່ນັ້ນ ເຊັ່ນກັນ.

ທ່ານ ເຊລດິນ (Seldin) ​ຊີ້ບອກໃຫ້​ ວີ​ໂອ​ເອ ​ໄປຫາທີມ​ປະຊາ​ສຳພັນ​ຂອງອົງການຂ່າວ.

ອົງການຂ່າວ ​ໄດ້​ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “​ໜ້າ​ທີ່​ຂອງ VOA ​ແມ່ນການ​ສະໜອງ​ຂ່າວ ແລະຂໍ້ມູນ ​ທີ່​ຖືກຕ້ອງ ມີເປັນກາງ ​ແລະ ຮອບດ້ານ ​ໃຫ້ກັບ​ທຸກ​ພາກສ່ວນ​ຂອງ​ໂລກ." "ພວກເຮົາຢືນຢູ່ຂ້າງການລາຍງານຂອງ ທ່ານ ເຈຟ (Jeff) ແລະຈະບໍ່ຖືກຂັດຂວາງຈາກການໃຫ້ບໍລິການຜູ້ຊົມຂອງພວກເຮົາໃນຣັດເຊຍ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG