Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ຫົວ​ໜ້າ​ລັດ​ຖະ​ບານ​ທະ​ຫານ ມຽນ​ມາ ຮຽກ​ຮ້ອງຄວາມ​ສາ​ມັກ​ຄີ ໂດຍ​ເວົ້າ​ວ່າ​ກອງ​ທັບ​ຈະ​ກຳ​ອຳ​ນາດ "ຊົ່ວ​ຄາວ"


ນາຍ​ພົນ​ອະ​ວຸ​ໂສ ມິນ ອອ​ງ ລາຍ, ຫົວ​ໜ້າ​ຂອງ​ສະ​ພາ​ກອງ​ທັບ, ກວດ​ກາ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມ​ເພື່ອ​ລະ​ນຶກ​ເຖິງວັນ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ຄັ້ງ​ທີ 79 ຂອງ ມຽນ​ມາ, 27 ມີ​ນາ 2024.
ນາຍ​ພົນ​ອະ​ວຸ​ໂສ ມິນ ອອ​ງ ລາຍ, ຫົວ​ໜ້າ​ຂອງ​ສະ​ພາ​ກອງ​ທັບ, ກວດ​ກາ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມ​ເພື່ອ​ລະ​ນຶກ​ເຖິງວັນ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ຄັ້ງ​ທີ 79 ຂອງ ມຽນ​ມາ, 27 ມີ​ນາ 2024.

ນາຍ​ພົນ​ທີ່​ກຳ​ລັງ​ປົກ​ຄອງ​ມຽນ​ມາ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ລັດ​ຖະ​ບານ​ທະ​ຫານ​ຈະ​ຄອງ​ອຳ​ນາດ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ ດ້ວຍ​ເປົ້າ​ໝາຍ​ຂອງ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ແລະ ທ່ານ​ໄດ້​ຮຽກ​ຮ້ອງ​ສຳ​ລັບ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ທະ​ຫານ​ໃນ​ການ​ຕໍ່​ສູ້​ກັບ​ກຸ່ມ​ຕິດ​ອາ​ວຸດ​ທີ່​ພະ​ຍາ​ຍາມ​ຈະ​ທຳ​ລາຍ​ແຜນ​ການ​ເພື່ອ​ຈັດ​ການ​ເລືອກ​ຕັ້ງ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ການ​ເດີນ​ສວນ​ສະ​ໜາມ​ວັນ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ນັ້ນ, ນາຍ​ພົນ​ອະ​ວຸ​ໂສ ມິນ ອອ​ງ ລາຍ, ຜູ້​ທີ່​ໄດ້​ນຳ​ພາ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ປີ 2021, ໄດ້​ກ່າວ​ວ່າ​ພວກ​ຄູ່​ແຂ່ງ​ຂອງ​ທ່ານ​ແມ່ນ​ໄດ້​ຮັບ​ການ​ໜູນຫຼັງ​ຈາກ​ຕ່າງ​ປະ​ເທດ ແລະ ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ປະ​ເທດ ແລະ ທຳ​ລາຍ​ແຜນ​ການ​ທີ່​ນຳ​ເອົາ ມຽ​ນ​ມາ ກັບ​ໄປ​ສູ່​ການ​ປົກ​ຄອງ​ແບບ​ປະ​ຊາ​ທິ​ປະ​ໄຕ.

ທ່ານ​ໄດ້​ກ່າວ​ຕໍ່​ທະ​ຫານຫຼາຍ​ຮ້ອຍ​ຄົນ​ໃນ​ນະ​ຄອນຫຼວງ ເນ​ປີ​ດໍ ວ່າ “ກອງ​ທັບ, ກອງ​ກຳ​ລັ​ງ​ຕຳຫຼວດ ແລະ ທະ​ຫານ​ບ້ານ​ຂອງ​ປະ​ຊາ​ຊົນ​ແມ່ນ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ນຳ​ເອົາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ງ​ຄົງ​ກັບ​ຄືນ​ມາ. ພວກ​ເຮົາ​ຕ້ອງ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ລະ​ຫວ່າງກອ​ງ​ທັບ ແລະ ປະ​ຊາ​ຊົນ.”

ກອງ​ທັບ​ແມ່ນ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ນັບ​ຕັ້ງ​ແຕ່​ໄດ້​ຍຶດ​ອຳ​ນາດ​ຄັ້ງ​ທຳ​ອິດ​ໃນ​ປະ​ເທດ​ອະ​ດີດ​ອາ​ນາ​ນິ​ຄົມ​ຂອງ ອັງ​ກິດ ໃນ​ປີ 1962, ໂດຍ​ໄດ້​ຕໍ່​ສູ້​ໃນຫຼາຍ​ແນວ​ລົບ​ເພື່ອ​ຍັບ​ຢັ້ງ​ການ​ລຸກ​ຮື້​ຂຶ້ນ​ໃນຫຼາຍ​ພາກ​ສ່ວນ​ຂອງ​ປະ​ເທດ ແລະ ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ທີ່​ໄດ້​ຊຸດ​ໂຊມ​ນັບ​ຕັ້ງ​ແຕ່​ການ​ກໍ່​ລັດ​ຖະ​ປະ​ຫານ.

ມຽນ​ມາ ແມ່ນ​ຕິດ​ຢູ່​ໃນ​ສົງ​ຄາມ​ກາງ​ເມືອງ​ລະ​ຫວ່າງກອງ​ທັບ​ໃນ​ດ້ານ​ນຶ່ງ ແລະ ອີກ​ດ້ານ​ນຶ່ງ​, ແມ່ນພັນ​ທະ​ມິດ​ທີ່ບໍ່​ແໜ້ນ​ແຟ້ນ​ຂອ​ງ​ກຸ່ມ​ກະ​ບົດ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ແລະ ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ຕິດ​ອາ​ວຸດ​ທີ່​ໄດ້​ເກີດ​ຂຶ້ນ​ມາ​ຍ້ອນ​ການ​ປາບ​ປາມ​ທີ່ນອງ​ເລືອດ​ຂອ​ງ​ລັດ​ຖະ​ບານ​ທະ​ຫານຕໍ່​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ກໍ່ລັດ​ຖະ​ປະ​ຫານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG