Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ມາດຕະການລົງໂທດໃໝ່ ແນໃສ່ການເງິນທາງດ້ານການທະຫານຂອງ ເກົາຫຼີເໜືອ 


ແຟ້ມພາບ - ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ແລະລູກສາວຂອງທ່ານ ເຂົ້າຮ່ວມໃນພິທີຖ່າຍຮູບ ຮ່ວມກັບ ບັນດານັກວິທະຍາສາດ, ນັກວິສະວະກອນ, ເຈົ້າໜ້າທີ່ທະຫານ ແລະຄົນອື່ນໆທີ່ກ່ຽວຂ້ອງໃນການຍິງທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ (ICBM) Hwasong-17 ຂອງປະເທດ, ວັນທີ 27 ພະຈິກ 2022.
ແຟ້ມພາບ - ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ແລະລູກສາວຂອງທ່ານ ເຂົ້າຮ່ວມໃນພິທີຖ່າຍຮູບ ຮ່ວມກັບ ບັນດານັກວິທະຍາສາດ, ນັກວິສະວະກອນ, ເຈົ້າໜ້າທີ່ທະຫານ ແລະຄົນອື່ນໆທີ່ກ່ຽວຂ້ອງໃນການຍິງທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ (ICBM) Hwasong-17 ຂອງປະເທດ, ວັນທີ 27 ພະຈິກ 2022.

ສະຫະລັດ ໃນວັນພຸດວານນີ້ ໄດ້ປະກາດມາດຕະການລົງໂທດຕໍ່ຫົກບຸກຄົນ ແລະສອງອົງກອນທີ່ມີຫ້ອງການຕັ້ງຢູ່ໃນຣັດເຊຍ, ຈີນ ແລະສະຫະລັດ ອາຣັບ ເອມີເຣັສ ໂດຍກ່າວຫາພວກເຂົາໃນການສົ່ງທຶນໄປໃຫ້ໂຄງການອາວຸດຂອງ ເກົາຫຼີເໜືອ.

ກະຊວງການເງິນຂອງສະຫະລັດ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ ການເອົາມາດຕະການດັ່ງກ່າວນັ້ນ ໄດ້ຮັບການປະສານງານກັບເກົາຫຼີໃຕ້.

ກະຊວງດັ່ງກ່າວ ໄດ້ລະບຸຊື່ຫົກບຸກຄົນດັ່ງຕໍ່ໄປນີ້ ຢູ ປູ ອຶງ, ຣີ ຕົງ ຢົກ, ຮານ ໂຊລ ມານ, ໂອ ອິນ ຈຸນ, ຈົງ ຊົງ ໂຮ ແລະ ຈອນ ຢອນ ກຸນ.

ສ່ວນອົງການທີ່ຖືກວາງມາດຕະການລົງໂທດແມ່ນ ບໍລິສັດ Alis LLC ທີ່ມີຫ້ອງການຕັ້ງຢູ່ໃນເມືອງ ວລາດີໂວສຕ໊ອກ ຂອງຣັດເຊຍ ແລະ ບໍລິສັດ ອະສັງຫາລິມະຊັບ Pioneer Bencont Star Real Estate ທີ່ມີຫ້ອງການຕັ້ງຢູ່ໃນ ສະຫະລັດ ອາຣັບ ເອມີເຣັສ.

ຖະແຫລງການໄດ້ກ່າວວ່າ ທັງສອງບໍລິສັດດັ່ງກ່າວຢູ່ພາຍໃຕ້ ບໍລິສັດ Chinyong Information Technology Corporation ເຊິ່ງເປັນອົງກອນ ທີ່ກ່ຽວຂ້ອງກັບກອງກຳລັງເຫຼົ່າທັບຂອງເກົາຫຼີເໜືອ.

ກະຊວງການເງິນສະຫະລັດ ໄດ້ກ່າວວ່າບໍລິສັດ Chinyong ເຊິ່ງໄດ້ຖືກວາງ ມາດຕະການລົງໂທດໃສ່ຢູ່ແລ້ວນັ້ນເມື່ອເດືອນພຶດສະພາ ປີ 2023 ທີ່ໃຊ້ເຄືອ ຂ່າຍບໍລິສັດຕ່າງໆ ແລະພວກຜູ້ຕາງໜ້າ ໃນການຈັດແຈງຄະນະຜູ້ແທນທີ່ເປັນ ພວກພະນັກງານດ້ານ ໄອທີ ຊາວເກົາຫຼີເໜືອ ທີ່ປະຕິບັດງານຢູ່ໃນ ຣັດເຊຍ ແລະ ລາວ.

ການປະກາດດັ່ງກ່າວມີຂຶ້ນຫຼັງຈາກທີ່ ສະຫະລັດ ແລະເກົາຫຼີໃຕ້ ເມື່ອອາທິດ ແລ້ວນີ້ໄດ້ຕັ້ງໜ່ວຍງານສະເພາະກິດໃໝ່ເພື່ອແນເປົ້າໃສ່ ການປ້ອງກັນບໍ່ໃຫ້ ເກົາຫຼີເໜືອ ຊື້ນ້ຳມັນທີ່ຜິດກົດໝາຍ ໃນຂະນະທີ່ສະພາຄວາມໝັ້ນຄົງຂອງອົງ ການສະຫະປະຊາຊາດຢູ່ໃນສະພາບທີ່ບໍ່ໄປບໍ່ມານັ້ນ ເຮັດໃຫ້ເກີດຂໍ້ສົງໄສ ກ່ຽວກັບອະນາຄົດ​ຂອງມາດຕະການລົງໂທດສາກົນຕໍ່ ພຽງຢາງ.

ຫຼາຍປີຂອງມາດຕະການລົງໂທດສາກົນທີ່ນຳພາໂດຍ ສະຫະລັດ ໄດ້ປະສົບກັບ ຄວາມລົ້ມແຫຼວ ທີ່ຈະຢຸດຢັ້ງໂຄງການອາວຸດນິວເຄລຍ ແລະລູກສອນໄຟຂອງ ເກົາຫຼີເໜືອ ແລະພວກນັກສັງເກດການ ເກົາຫຼີເໜືອ ແລະບັນດານັກຊ່ຽວຊານ ດ້ານມາດຕະການລົງໂທດຫຼາຍຄົນຖືວ່າລະບອບການປົກຄອງຂອງ ສະຫະປະ ຊາຊາດ ແມ່ນ​ໃກ້​ຈະ​ຕາຍ ຖ້າວ່າບໍ່ຕາຍ​ໄປແລ້ວ.

The United States on Wednesday announced sanctions on six individuals and two entities based in Russia, China and the United Arab Emirates, accusing them of channeling funds to North Korea's weapons programs.

A U.S. Treasury Department statement said the action was taken in coordination with South Korea.

It named the six individuals as Yu Pu Ung, Ri Tong Hyok, Han Chol Man, O In Chun, Jong Song Ho and Jon Yon Gun.

The entities to be hit with sanctions were Alis LLC, based in Vladivostok, Russia, and UAE-based Pioneer Bencont Star Real Estate.

The statement said both firms were subordinate to Chinyong Information Technology Cooperation Company, an entity associated with North Korea's armed forces.

The Treasury Department said Chinyong, which was placed under U.S. sanctions in May 2023, uses a network of companies and representatives to manage delegations of North Korean IT workers operating in Russia and Laos.

The announcement came after the United States and South Korea this week launched a new task force aimed at preventing North Korea from procuring illicit oil, as a deadlock at the U.N. Security Council casts doubts over the future of international sanctions on Pyongyang.

Years of U.S.-led international sanctions have failed to halt North Korea's nuclear weapons and missile programs, and many North Korea watchers and sanctions experts consider the U.N. regime moribund, if not already dead.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG