Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດພິທີເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ ຢ່າງເປັນທາງການ


ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດພິທີງານ ເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ ຢ່າງເປັນທາງການ, ສະໜັບສະໜູນໂດຍ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID).
ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດພິທີງານ ເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ ຢ່າງເປັນທາງການ, ສະໜັບສະໜູນໂດຍ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID).

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີງານ ເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ ຢ່າງເປັນທາງການ, ສະໜັບສະໜູນໂດຍ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID). ເຊີ່ງກາໝາຍຫັດຖະກຳ ແຫ່ງຊາດ ນີ້ແມ່ນຖືເປັນການຍົກລະດັບໃຫ້ແກ່ຊ່າງຫັດ ຖະກຳທ້ອງຖິ່ນ ແລະ ຜູ້ຜະລິດ ເຄື່ອງຫັດຖະກຳ, ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າສາມາດຍົກລະດັບຄຸນນະພາບຂອງ ຜະລິດຕະພັນ ແລະ ແຂ່ງຂັນໄດ້ຢ່າງມີປະສິດທິພາບໃນເວທີສາກົນ.

ພາຍໃນງານດັ່ງກ່າວແມ່ນໄດ້ມີການເຂົ້າຮ່ວມເປັນປະທານໂດຍ ທ່ານ ດຣ. ມະໂນທອງ ວົງໄຊ ຮອງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຮັກສາການຊົ່ວຄາວ ສະຖານທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ພ້ອມທັງ ຜູ້ຕາງໜ້າຈາກບັນດາ ກະຊວງ, ບໍລິສັດເອກະຊົນ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ຫຼາຍກວ່າ 100 ທ່ານ.

ທ່ານ ນາງ ມິແຊວ ເອົ້າລໍໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ເປັນການນຳພາໃນການເພີ່ມທະວີຄວາມສາມາດແຂ່ງຂັນ ພາກເອກະຊົນໂດຍຜ່ານການສ້າງກາໝາຍຫັດຖະກຳ ແຫ່ງຊາດ. ທ່ານ ນາງ ເອົ້າລໍ ຍັງໄດ້ກ່າວເພີ່ມເຕີມວ່າ: ສະຫະລັດໄດ້ເນັ້ນເຖິງຄວາມມຸ່ງໝັ້ນໃນການຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານທັງຫມົດໃນການຊຸກຍູ້ການເຕີບໂຕທາງດ້ານເສດ ຖະກິດແບບຍືນຍົງ.

ງານມື້ນີ້ເປັນການສະເຫຼີມສະຫຼອງຄວາມມານະພະຍາຍາມຂອງພວກເຮົາຮ່ວມ ກັນ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງໃນການນຳໃຊ້ກາໝາຍຫັດຖະກຳ ແຫ່ງຊາດນີ້ເພື່ອຍົກລະດັບເຄື່ອງຫັດຖະກຳຂອງລາວໃຫ້ ເຂົ້າສູ່ຕະຫຼາດ ພາກພື້ນແລະ ສາກົນ.

ກາໝາຍຫັດຖະກຳ ແຫ່ງຊາດ ຄາດວ່າຈະມີບົດບາດສໍາຄັນໃນການສົ່ງເສີມ ມໍລະດົກວັດທະນະທໍາອັນໂດດເດັ່ນຂອງ ສປປ ລາວ ຜ່ານເຄື່ອງຫັດຖະກໍາ. ດ້ວຍການວາງສະແດງເຄື່ອງຫັດຖະກໍາເຫຼົ່ານີ້ໃຫ້ທົ່ວໂລກໄດ້ຮັບຮູ້, ກາໝາຍ ຫັດຖະກຳ ແຫ່ງຊາດ ຈະສ້າງຄວາມຮັບຮູ້ກ່ຽວກັບມໍລະດົກທາງດ້ານວັດທະ ນະທໍາອັນອຸດົມສົມບູນຂອງປະເທດ ແລະ ກະຕຸ້ນການທ່ອງທ່ຽວ, ແລະ ສາມາດສ້າງຜົນກະທົບທາງບວກທາງດ້ານເສດຖະກິດໃນທ້ອງຖິ່ນ.

ອົງການພັດທະນາສາກົນສະຫະລັດອາເມລິກາ USAID, ໂດຍຜ່ານໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ, ສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃນການປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງວິສາ ຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG