Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ປະລິມານນໍ້າທີ່ເພີ້ມຂຶ້ນໃນພາກພື້ນ ເຂດເຄີການ ຂອງຣັດເຊຍ ຄາດວ່າ ຈະຮອດຈຸດສູງສຸດ ໃນວັນຈັນມື້ນີ້


ວີວນໍ້າຖ້ວມໃນພາກພື້ນ ໂອເຣັນເບີກ (Orenburg), ໜ່ວຍງານສຸກເສີນຂອງຣັດເຊຍກ່າວໃນວັນທີ 13 ເມສາ 2024 ນີ້ວ່າ ພວກເຂົາໄດ້ອົບພະຍົບປະຊາຊົນຫຼາຍພັນຄົນອອກຈາກພາກພື້ນໂອເຣັນເບີກ ທີ່ຕັ້ງຢູ່ທາງພາກໃຕ້ຂອງເຂດອູຣາລສ໌ ໃນຂະນະທີ່ສະພາບນໍ້າຖ້ວມຍັງຄົງເພີ້ມສູງຂຶ້ນ.
ວີວນໍ້າຖ້ວມໃນພາກພື້ນ ໂອເຣັນເບີກ (Orenburg), ໜ່ວຍງານສຸກເສີນຂອງຣັດເຊຍກ່າວໃນວັນທີ 13 ເມສາ 2024 ນີ້ວ່າ ພວກເຂົາໄດ້ອົບພະຍົບປະຊາຊົນຫຼາຍພັນຄົນອອກຈາກພາກພື້ນໂອເຣັນເບີກ ທີ່ຕັ້ງຢູ່ທາງພາກໃຕ້ຂອງເຂດອູຣາລສ໌ ໃນຂະນະທີ່ສະພາບນໍ້າຖ້ວມຍັງຄົງເພີ້ມສູງຂຶ້ນ.

ມີການຄາດການວ່າ ສະຖານະການ​ນ້ຳ​ຖ້ວມຢູ່ບໍລິເວນພາກພື້ນ ເຄີການ (Kurgan) ຂອງຣັດ​ເຊຍ ​ຈະເພີ້ມຮອດຈຸດ​ສູງ​ສຸດ​ໃນວັນຈັນມື້ນີ້, ເຊິ່ງບໍລິເວນແຫ່ງນີ້​ຕັ້ງຢູ່ລຽບ​ແມ່​ນ້ຳ ໂທໂບລ (Tobol) ​ໃກ້​ກັບ​ຊາຍ​ແດນ​ກາ​ຊັກ​ສະຖານ, ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະດັບນ້ຳ​ຍັງຄົງ​ເພີ້ມ​ຂຶ້ນ​ຢ່າງ​ຮຸນແຮງ, ອີງຕາມລາຍງານຂອງອົງການຂ່າວ Reuters.

ອົງການຂ່າວ RIA ຂອງລັດຖະບານ ກ່າວວ່າ ປະຊາຊົນຫຼາຍກວ່າ 7,100 ຄົນໄດ້ຖືກຍົກຍ້າຍອອກຈາກອາຄານທີ່ຢູ່ອາໄສຫຼາຍລ້ອຍຫລັງທີ່ຖືກນໍ້າຖ້ວມໃນວັນອາທິດວານນີ້ ໂດຍອ້າງເຖິງກະຊວງສຸກເສີນຂອງຣັດເຊຍ ເນື່ອງຈາກລະດັບນ້ໍາໄດ້ເປັນໄພຂົ່ມຂູ່ຕໍ່ 62 ບ່ອນຢູ່ອາໄສຊົ່ວຄາວ ແລະບ້ານເຮືອນອີກ 4,300 ຫຼັງ.

ໃນປະເທດເພື່ອນບ້ານກາຊັກສະຖານ, ເຊິ່ງເປັນບ່ອນທີ່ປະຊາຊົນຫຼາຍກວ່າ 108,000 ໄດ້ຖືກຍົກຍ້າຍອອກໄປນັບຕັ້ງແຕ່ໄພນໍ້າຖ້ວມເລີ້ມຕົ້ນຂຶ້ນໃນອາທິດທີ່ຜ່ານມາ, ອັນໄດ້ເຮັດໃຫ້ບ້ານເຮືອນຫຼາຍກວ່າ 1,000 ຫຼັງ ທີ່ຕັ້ງຢູ່ເມືອງ ເພໂຕຣພາບວ໌ໂລບຄ໌ (Petropavlovsk) ຕ້ອງຈົມຢູ່ໃຕ້ນໍ້າໃນວັນອາທິດວານນີ້, ໂດຍບັງຄັບໃຫ້ປະຊາຊົນຫຼາຍກວ່າ 4,500 ຄົນ ຕ້ອງພາກັນອົບພະຍົບໜີ.

ລະດັບນໍ້າໃນແມ່ນໍ້າ ໂຕໂບລ ເພີ້ມຂຶ້ນ 23 ຊັງຕີແມັດພາຍໃນ 4 ຊົ່ວໂມງກ່ອນເວລາ 6 ໂມງເຊົ້າຂອງວັນຈັນມື້ນີ້, ອີງຕາມການກ່າວຢູ່ໃນແອັບຂໍ້ຄວາມເທເລກຣາມຂອງລັດຖະບານຢູ່ໃນພາກພື້ນ ເຊິ່ງຕັ້ງຢູ່ໃນຈຸດທີ່ສາຍພູ ອູຣາລ (Ural) ແລະ ສາຍພູ ໄຊບີເຣຍ (Siberia) ມາບັນຈົບກັນ.

ໂດຍປົກກະຕິແລ້ວ, ແມ່ນໍ້າ ໂຕໂບລ ແມ່ນກ້າມເປັນນໍ້າກ້ອນໃນເດືອນ ພະຈິກ ຫາເດືອນ ເມສາ, ເຊິ່ງນໍ້າຈະມີລະດັບສູງຂຶ້ນໃນຊ່ວງລະດູໃບໄມ້ປົ່ງ.

ແຕ່ປີນີ້, ນ້ຳກ້ອນ ແລະ ຫິມະທີ່ລະລາຍແບບຜິດປົກກະຕິເປັນຈໍານວນຫຼວງຫຼາຍ ໄດ້ເຮັດໃຫ້ແມ່ນ້ຳໄຫຼຖ້ວມຂຶ້ນ ສົ່ງຜົນໃຫ້ມີນ້ຳຖ້ວມເປັນປະຫວັດການໃນເມືອງ ອູຣາລສ໌ ແລະ ປະເທດກາຊັກສະຖານ. ໃນຂົງເຂດ ເຄີການ (Kurgan), ຝົນທີ່ຕົກລົງມາຢ່າງໜັກ ໄດ້ເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ.

ໃນກ່ອນໜ້ານັ້ນ, ຜູ້ບໍລິຫານພາກພື້ນເຄີການ ທ່ານວາດິມ ຊູມໂຄບວ໌ (Vadim Shumkov) ໄດ້ອອກມາເຕືອນວ່າ ນໍ້າກໍາລັງຖ້ວມລົ້ນຢູ່ຕາຝັ່ງເບື້ອງຂວາຂອງແມ່ນໍ້າໂຕໂບລ, ເຊິ່ງໄດ້ເຮັດໃຫ້ພາກພື້ນທາງທິດໃຕ້ຫາທິດເໜືອ, ແລະເຂດຕ່ຳຂອງຕາຝັ່ງເບື້ອງຊ້າຍ ຈະເລີ້ມຖ້ວມເຊັ່ນກັນ ເມື່ອລະດັບນ້ຳຮອດຈຸດ 600 ຊັງຕີແມັດ.

ເຈົ້າ​ໜ້າ​ທີ່ຢູ່ໃນ​ພາກ​ພື້ນ​ກ່າວຜ່ານເທເລກຣາມ​ວ່າ ສະຖານະການ​ນ້ຳ​ຖ້ວມກໍາລັງ​ຖ້ວມ​ບ້ານ​ເຮືອນປະຊາຊົນ​ຢູ່​ໃນ​ພາກພື້ນ ທອມຄ໌ (Tomsk) ທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ ໄຊບີເຣຍ ອີກດ້ວຍ.

ມີບ້ານເຮືອນປະມານ 140 ຫລັງທີ່ຕັ້ງຢູ່ໃກ້ໆກັບພາກພື້ນ ທອມຄ໌, ເຊິ່ງເປັນສູນກາງຂອງລັດຖະບານທ້ອງຖິ່ນ, ໄດ້ຈົມຢູ່ໃຕ້ນ້ຳໃນວັນຈັນມື້ນີ້ ແລະປະຊາຊົນ 84 ຄົນ ໄດ້ຖືກຍົກຍ້າຍອອກໄປແລ້ວ.

Flooding is expected to peak on Monday in Russia's Kurgan region straddling the Tobol River near the border with Kazakhstan, as officials said waters maintained a sharp rise.

More than 7,100 people were evacuated on Sunday from several hundred residential buildings that had been flooded, state news agency RIA said, citing Russia's emergency ministry, as the waters threatened 62 settlements and 4,300 homes.

In neighboring Kazakhstan, where more than 108,000 have been evacuated since floods began last week, waters submerged more than 1,000 additional homes in the city of Petropavlovsk on Sunday, forcing the evacuation of more than 4,500 people.

The Tobol rose 23 cm (9 inches) in the four hours before 6 a.m. on Monday, the administration of the region, located at the confluence of the Ural mountains and Siberia, said on the Telegram messaging app.

The Tobol is typically frozen from November to April, with high water occurring in spring.

But this year's unusually large amounts of melting ice and snow have swelled rivers, bringing record floods in the Urals and Kazakhstan. In Kurgan, heavy rainfall has exacerbated the situation.

Earlier, Kurgan regional head Vadim Shumkov warned that flooding of the right bank of the Tobol, which slices the region south to north, and the low part of its left bank, would begin when waters reached a level of 600 cm (20 feet).

Floods were also inundating homes in the Tomsk region in the southwestern part of Siberia, regional officials said on Telegram.

Almost 140 houses near the city of Tomsk, which is the regional administrative center, were under water on Monday and 84 people were evacuated.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG