Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ທ່ານ ລາວລອບວ໌ ຢ້ຽມຢາມ ຈີນ ເພື່ອຫາລືກ່ຽວກັບສົງຄາມ ຢູເຄຣນ ແລະສະຖານະການໃນຂົງເຂດ ເອເຊຍ-ປາຊີຟິກ


ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວລອບວ໌, ຊ້າຍ, ແລະລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ປາກົດໂຕໃນລະຫວ່າງການພົບປະກັນໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 8 ເມສາ ປີ 2024. (Russian Foreign Ministry Press Service via AP)
ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວລອບວ໌, ຊ້າຍ, ແລະລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ປາກົດໂຕໃນລະຫວ່າງການພົບປະກັນໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 8 ເມສາ ປີ 2024. (Russian Foreign Ministry Press Service via AP)

ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວລອບວ໌ ເດີນທາງໄປເຖິງນະຄອນຫຼວງປັກກິ່ງ ໃນວັນຈັນວານນີ້ ເພື່ອເນັ້ນໜັກໃສ່ການພົວພັນທາງດ້ານການທູດ ແລະຫາລືກ່ຽວກັບສົງຄາມຢູ່ໃນ ຢູເຄຣນ, ພ້ອມທັງຫາລືກ່ຽວກັບສະຖານະການຢູ່ໃນພາກພື້ນ ອາເຊຍ-ປາຊີຟິກ.

ການ​ພົບ​ປະ​ລະ​ຫວ່າງ ​ທ່ານ ລາວລອບວ໌ ກັບ​ຄູ່ຮ່ວມ​ຕຳ​ແໜ່ງ​ຈີນ ທ່ານຫວັງ ຢີ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສອງ​ປະ​ເທດ​ພົບ​ກັບບັນ​ຫາຫຼາຍຢ່າງທີ່ຄ້າຍຄືກັນ ແລະ ໄດ້​ມີ​ການ​ຂັດ​ແຍ້ງນັບ​ມື້ເພີ້ມ​ຂຶ້ນ​ກັບບັນດາ​ປະເທດປະ​ຊາ​ທິ​ປະ​ໄຕ ພ້ອມດ້ວຍບັນດາສະ​ມາ​ຊິກອົງການ NATO.

ການ​ຢ້ຽມຢາມ​ຂອງ​ ທ່ານ ລາວລອບວ໌ ມີກຳນົດຮອດ​ວັນ​ອັງຄານ​ມື້​ນີ້ ​ແລະ​ກົງກັນ​ກັບ​ການ​ສິ້ນ​ສຸດໃນ​ການ​ເຈລະຈາ​ 4 ​ມື້​ຂອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ສະຫະລັດ ທ່ານນາງເຈເນັດ ເຢລເລັນ ​ໃນນະຄອນຫຼວງ​ປັກ​ກິ່ງ ​ທີ່ມີການໂອ້​ລົມ​ກັບ​ບັນດາເຈົ້າ​ໜ້າ​ທີ່​ຈີນ​ ກ່ຽວ​ກັບ​ບັນຫາຕ່າງໆທາງດ້ານ​ເສດຖະກິດ.

ທ່ານນາງ ເຢລເລັນ ກ່າວກ່ຽວກັບການເດີນທາງຂອງທ່ານນາງວ່າ ທ່ານນາງມີ “ການສົນທະນາທີ່ຫຍຸ້ງຍາກ” ກ່ຽວກັບຄວາມໝັ້ນຄົງແຫ່ງຊາດ, ລວມທັງຄວາມກັງວົນຂອງສະຫະລັດ ທີ່ບໍລິສັດຕ່າງໆຂອງຈີນ ໄດ້ທໍາການສະຫນັບສະໜຸນ ຣັດເຊຍ ໃນການຮຸກຮານ ຢູເຄຣນ.

ໃນອາທິດທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ "ຈີນຍັງຄົງສືບຕໍ່ສະໜອງອຸປະກອນຕ່າງໆ ເພື່ອສະໜັບສະໜຸນພື້ນຖານອຸດສາຫະກໍາດ້ານການປ້ອງກັນປະເທດຂອງ ຣັດເຊຍ."

ເຖິງ​ແມ່ນ​ຈະຮັກສາ​ການ​ພົວພັນ​ດ້ານ​ເສດຖະກິດ​ທີ່​ໝັ້ນຄົງ​ກັບ ຣັດ​ເຊຍ, ​ແຕ່ ​ຈີນ ​ຢືນຢັນ​ວ່າ ​ຕົນ​ບໍ່​ໄດ້​ສະໜອງການຊ່ວຍເຫຼືອດ້ານ​ອາວຸດ ​ຫຼື​ ການຊ່ວຍເຫຼືອດ້ານການ​ທະຫານໃຫ້​ແກ່ ຣັດ​ເຊຍ. ​ໃນ​ວັນ​ຈັນ​ວານ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານນາງໝາວ ໜິງ ກ່າວ​ວ່າ “ຈີນ​ສະແດງການຄັດຄ້ານ ​ແລະ​ມີຄວາມຍຸຕິ​ທຳ ​ກ່ຽວກັບບັນຫາ ​ຢູ​ເຄຣນ.”

ທ່ານນາງກ່າວຕື່ມວ່າ "ຈີນບໍ່ແມ່ນຜູ້ກໍ່ ຫຼື ສ້າງວິກິດການຕໍ່ ຢູເຄຣນ, ເຊິ່ງພວກເຮົາຈະບໍ່ມີ ແລະຈະບໍ່ກະທໍາການໃດໆ ເພື່ອຫາຜົນປະໂຫຍດຈາກ ຢູເຄຣນ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG