Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຣັດເຊຍ ໂຈມຕີ ພື້ນຖານໂຄງລ່າງ ດ້ານພະລັງງານຂອງ ຢູເຄຣນ ຕື່ມອີກ


ໃນຮູບນີ້ ທີ່ສະໜອງໃຫ້ໂດຍ ອົງການຄຸ້ມຄອງເຫດການສຸກເສີນຂອງຢູເຄຣນ, ບັນດາເຈົ້າໜ້າທີ່ສຸກເສີນ ດັບເພີງ ຫຼັງຈາກການໂຈມຕີຂອງຣັດເຊຍ ໃສ່ ໂຮງງານໄຟຟ້າຄວາມຮ້ອນ ທຣີພີລສກາ (Trypilska) ໃນ ຢູເຄຣນກາ, ພາກພື້ນກີຢິບ ຂອງຢູເຄຣນ ໃນວັນທີ 11 ເມສາ 2024.
ໃນຮູບນີ້ ທີ່ສະໜອງໃຫ້ໂດຍ ອົງການຄຸ້ມຄອງເຫດການສຸກເສີນຂອງຢູເຄຣນ, ບັນດາເຈົ້າໜ້າທີ່ສຸກເສີນ ດັບເພີງ ຫຼັງຈາກການໂຈມຕີຂອງຣັດເຊຍ ໃສ່ ໂຮງງານໄຟຟ້າຄວາມຮ້ອນ ທຣີພີລສກາ (Trypilska) ໃນ ຢູເຄຣນກາ, ພາກພື້ນກີຢິບ ຂອງຢູເຄຣນ ໃນວັນທີ 11 ເມສາ 2024.

ໃນ​ສອງສາມ​ມື້​ມໍ່ໆ​ມາ​ນີ້, ຣັດ​ເຊຍ​ໄດ້​ດຳເນີນ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ດ້ວຍເຮືອບິນ​ບໍ່​ມີ​ຄົນ​ຂັບ​ ຫຼືໂດຣນ ຄັ້ງ​ໃຫຍ່​ ໃສ່​ພື້ນຖານ​ໂຄງ​ລ່າງດ້ານ​ພະລັງງານ ​ແລະດ້ານສາທາລະນຸປະໂພກຂອງ​ຢູເຄຣນ, ​ເຮັດ​ໃຫ້​ມີ​ຜູ້​ໄດ້ຮັບບາດເຈັບ ແລະເສຍ​ຊີວິດ​ ແລະ​ສ້າງຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່ຫຼວງ.

ການ​ໂຈມ​ຕີ​ຄັ້ງ​ໃໝ່ ​ໃນ​ວັນ​ທີ 12 ​ເມສາ​ ມື້ນີ້ ​ໄດ້​ແນ​ເປົ້າ​ໃສ່​ໂຮງງານ​ພະລັງງານ​ຢູ່​ພາກ​ໃຕ້​ຂອງ​ເມືອງ ດນິໂປຣເປໂຕຣບກ໌ (Dnipropetrovsk) ​ເຊິ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ ພາຍຫຼັງເກີດໄຟໄໝ້ ຈາກການ​ຍິງ​ໂຈມ​ຕີ​ດ້ວຍ​ໂດຣນ​ຂອງຣັດ​ເຊຍ ​ໃນ​ວັນ​ທີ 12 ​ເມສາ, ອີງຕາມການກ່າວຂອງເຈົ້າໜ້າທີ່ທະຫານ ແລະ ເຈົ້າໜ້າທີ່ຢູ່ໃນພາກພື້ນ ຂອງຢູເຄຣນ.

ໂຮງງານ​ພະລັງງານ​ດັ່ງກ່າວ ບໍ່​ໄດ້​ຖືກ​ລະບຸ​ຊື່ ໃນ​ບົດ​ລາຍ​ງານຂອງກອງທັບ, ​ເຊິ່ງໄດ້​ກ່າວ​ພຽງ​ແຕ່ວ່າ ​ມີ​ຊາກ​ຫັກ​ພັງ​ຈາກ ໂດຣນ ຂອງຣັດ​ເຊຍ 4 ລຳ ​ທີ່​ຖືກ​ຍິງ​ຕົກ​ ແລ້ວຕົກລົງໃສ່​ເຂດ​ພື້ນທີ່ ທີ່ມີສິ່ງອຳນວຍຄວາມສະດວກດ້ານພື້ນ​ຖານ​ໂຄງ​ລ່າງ​ ‘ທີ່​ສຳຄັນ’​ ໃນ​ເມືອງ ຄຣີໂວຣີຊກາ (Kryvorizka), ​ເຮັດ​ໃຫ້​ມັນ​ຖືກ​ໄຟ​ໄໝ້.

ເຈົ້າ​ໜ້າທີ່​ດັບ​ເພີງ​ຂອງ​ຢູ​ເຄຣນ​ສາມາດ​ດັບ​ໄຟ​ໄດ້, ​ແຕ່​ຂອບເຂດ​ຂອງ​ຄວາມ​ເສຍ​ຫາຍນັ້ນ​ ຍັງ​ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້​ໃນ​ທັນທີ, ຫົວໜ້າ​ພາກ​ພື້ນ ທ່ານ ເຊີຮີ ລີຊັກ (Serhiy Lysak) ກ່າວ​.

​ໃນ​ຂະນະດຽວກັນ, ທ່ານ ໂອເລັກຊານເດີ ໂປຣກູດິນ (Oleksandr Prokudin) ຫົວໜ້າຝ່າຍ​ບໍລິຫານ​ເຂດ ເຄີຊັນ ກ່າວ​ໃນ​ວັນ​ທີ 12 ​ເມສາ​ນີ້ ​ວ່າ ການໂຈມ​ຕີ​ຂອງຣັດ​ເຊຍ ​ໃນ​ຂົງເຂດທາງພາກໃຕ້​ຂອງ​ຢູ​ເຄຣນ ​ໄດ້​ທຳລາຍສິ່ງອຳນວຍຄວາມສະດວກດ້ານ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ ​ໂດຍ​ບໍ່​ໄດ້​ລະບຸ​ວ່າ​ແມ່ນສະຖານທີ່​ໃດ.

ທ່ານ ໂປຣກູດິນ (Prokudin) ກ່າວວ່າ ຊຸມຊົນ 15 ແຫ່ງ ໃນທົ່ວພາກພື້ນໄດ້ຖືກທຳລາຍ, ໂດຍເສີມວ່າ ເຂດທີ່ຢູ່ອາໄສ ໄດ້ຕົກເປັນເປົ້າຫມາຍໂດຍສະເພາະ. ທ່ານ​ກ່າວ​ວ່າ ຍັງ​ບໍ່ມີ​ລາຍ​ງານ​ຜູ້​ບາດ​ເຈັບ​ ຫຼືເສຍຊີວິດ ໃນທັນທີ, ​ແຕ່​ມີບ້ານເຮືອນ​ຫຼາຍ​ຫຼັງ​ໄດ້​ຖືກ​ທຳລາຍ.

ລະບົບປ້ອງກັນທາງອາກາດຂອງຢູເຄຣນ ​ໄດ້​ຍິງ​ຍົນ​ໂດ​ຣນ 16 ລຳ​ໃນ​ຈຳນວນທັງໝົດ 17 ລຳ​ຂອງ​ຣັດ​ເຊຍ ​ຕົກ ​ຢູ່ໃນ 6 ພາກພື້ນ ​ໃນ​ວັນ​ທີ 12 ​ເມສາ​ນີ້, ກອງທັບອາກາດຢູເຄຣນ ກ່າວໃນຂໍ້ຄວາມ ໃນສື່ສັງຄົມອອນລາຍນ໌.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG