Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ຄວາມເຄັ່ງຕຶງລະຫວ່າງ ເກົາຫຼີໃຕ້ ແລະ ຈີນ ນັບມື້ເພີ້ມຂຶ້ນ ໃນຂະນະທີ່ລັດຖະບານໂຊລ ເປັນຈຸດສໍາຄັນຕໍ່ບົດບາດຂອງໂລກ


ແຟ້ມຮູບ-ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ເຫວິນບິນ ຮັບຄໍາຖາມລະຫວ່າງການຖະແຫຼງຂ່າວຢູ່ກະຊວງການຕ່າງປະເທດໃນປັກກິ່ງ, ວັນທີ 9 ພະຈິກ 2020.
ແຟ້ມຮູບ-ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ເຫວິນບິນ ຮັບຄໍາຖາມລະຫວ່າງການຖະແຫຼງຂ່າວຢູ່ກະຊວງການຕ່າງປະເທດໃນປັກກິ່ງ, ວັນທີ 9 ພະຈິກ 2020.

ທ່າທີຢ່າງເປີດເປີດເຜີຍທີ່ເພີ້ມຂຶ້ນ​ນັບ​ມື້ຂອງ​ເກົາ​ຫຼີ​ໃຕ້ ກ່ຽວກັບບັນຫາຕ່າງໆ ລວມ​ທັງບັນຫາ​ໄຕ້​ຫວັນ ​ແລະໃນ​ທະ​ເລ​ຈີນ​ໃຕ້ ໄດ້ສົ່ງຜົນ​ເຮັດ​ໃຫ້ເກີດ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປັກ​ກິ່ງ ​ແລະ​ໂຊ​ລ ​ເພີ້ມ​ຂຶ້ນ.

ເມື່ອບໍ່ດົນ​ມາ​ນີ້, ​ເກົາຫຼີ​ໃຕ້​ໄດ້​ຕອບໂຕ້​ຕໍ່ຄຳວິພາກວິຈານ​ຂອງ​ຈີນ ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ປະຊາທິປະ​ໄຕຂອງໄຕ້ຫວັນ ​ທີ່ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ໂຊລ ​ໃນ​ວັນ​ພຸດ​ທີ່ຜ່ານມາ. ອີງຕາມການກ່າວຂອງ ທ່ານອູເດຣ ຖັງ (Audrey Tang) ລັດຖະມົນຕີກະຊວງດິຈິຕອລຂອງໄຕ້ຫວັນ ທີ່ໄດ້ກ່າວຜ່ານທາງອອນລາຍ ໃນວັນຈັນແລ້ວນີ້, ໂດຍກ່າວເຖິງຄວາມສ່ຽງທີ່ເກີດຈາກການໂຈມຕີທາງອິນເຕີເນັດຕໍ່ການເລືອກຕັ້ງທົ່ວໂລກ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງເກົາຫລີ​ໃຕ້ ທ່ານລິມ ຊູ-ຊຸກ (Lim Soo-suk) ກ່າວລະຫວ່າງກອງປະຊຸມຖະແຫຼງ​ຂ່າວໂດຍຫຍໍ້ ​ໃນ​ວັນ​ອັງຄານ​ແລ້ວ​ນີ້ວ່າ ​ເຫດການ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ເພື່ອ "​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ" ​ແລະ "ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ປະ​ເທດ​ໃດ​ນຶ່ງ,” ທ່ານກ່າວຕື່ມວ່າ ນະ​ໂຍບາຍ​ຈີນ​ດຽວ​ຂອງ​ເກົາຫຼີໃຕ້ ​ຍັງຄົງ​ບໍ່​ມີ​ການ​ປ່ຽນ​ແປງ.

ແຟ້ມ-ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ສະແດງການຄໍານັບຢູ່ທີ່ຖານທັບອາກາດເຊັງນໍາ (Seongnam) ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 26 ກໍລະກົດ 2023.
ແຟ້ມ-ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ສະແດງການຄໍານັບຢູ່ທີ່ຖານທັບອາກາດເຊັງນໍາ (Seongnam) ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 26 ກໍລະກົດ 2023.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຂອງ​ຈີນ ທ່ານຫຼິນ ຈຽນ (Lin Jian) ກ່າວໃນກອງປະຊຸມຖະແຫຼງຂ່າວ ເມື່ອ​ວັນ​ຈັນ​ແລ້ວ​ນີ້ວ່າ ປັກ​ກິ່ງ "ຄັດຄ້ານ​ຢ່າງ​ເດັດຂາດ​ຕໍ່ ສາທາລະນະລັດ​ເກົາຫລີ ຫຼື ROK ທີ່​ເຊື້ອ​ເຊີນ​ເຈົ້າໜ້າທີ່ຂອງ​ໄຕ້​ຫວັນ" ​ເຂົ້າ​ຮ່ວມ​ການປະຊຸມ​ສຸດຍອດດັ່ງກ່າວ.

ໃນຊ່ວງຕົ້ນຂອງກອງປະຊຸມຖະແຫຼງຂ່າວໂດຍຫຍໍ້​ຂອງ​ວັນ​ທີ 12 ມີນາ​ ທີ່ຜ່ານມານີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງຈີນ ທ່ານຫວັງ ເຫວິນບິນ (Wang Wenbin) ​ໄດ້​ຮຽກຮ້ອງ​ໃຫ້ເກົາຫຼີໃຕ້ ຈົ່ງຫຼີກ​ລ່ຽງຈາກ​ທ່າ​ທີທີ່​ຕໍ່ຕ້ານ​ຈີນ​ ຢູ່ໃນຂົງເຂດ​ທະ​ເລ​ຈີນ​ໃຕ້ ​ແລະຈົ່ງ "ຫຼີກ​ເວັ້ນຈາກການ​ເພີ້ມ​ພາລະ​ທີ່​ບໍ່​ຈຳ​ເປັນ" ​ໃຫ້​ແກ່ສາຍ​ພົວພັນຂອງທັງ​ສອງ​ປະ​ເທດ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ ລັດຖະບານໂຊ​ລ "ໄດ້​ປ່ຽນ​ທ່າ​ທີ​ທີ່​ຮອບ​ຄອບ ​ແລະ​ເປັນ​ກາງ​ຂອງ​ຕົນທີ່​ຢຶດ​ໝັ້ນ​ມາ​ເປັນ​ເວ​ລາ​ຫລາຍ​ປີ, ແລະ​ໄດ້​ກ່າວ​ເຖິງ ຫຼື ຕໍາໜິ ​ຈີນ ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ຢູ່​ຫລາຍໆ​ຄັ້ງ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG