Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ທາງການໄທ ຢຶດຢາເສບຕິດທີ່ລັກລອບຂົນສົ່ງຈາກລາວ ມາໄທ ໄດ້ເພີ້ມຂຶ້ນເກີນກວ່າ 130 ເທົ່າໃນຮອບນຶ່ງປີຜ່ານມາ


ພລ.ອ. ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫລງຢູ່ທີ່ກອງປະຊຸມສະພາແຫ່ງຊາດ
ພລ.ອ. ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫລງຢູ່ທີ່ກອງປະຊຸມສະພາແຫ່ງຊາດ

ທາງການໄທ ຢຶດຢາເສບຕິດທີ່ລັກລອບຂົນສົ່ງຈາກລາວ ມາໄທໄດ້ ເພີ້ມຂຶ້ນເກີນກວ່າ 130 ເທົ່າໃນຮອບນຶ່ງປີຜ່ານມາ ໂດຍເປັນຜົນຈາກການເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາເຂດຊາຍແດນໄທກັບລາວ.

ພລ.ຕ.ທ. ພານຸຣັດ ຫລັກບຸນ ເລຂາທິການໃນຄະນະກຳມະການປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ (ປ.ປ.ສ.) ຖະແຫລງຢືນຢັນວ່າ ການເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາເຂດຊາຍແດນລະຫວ່າງ ໄທກັບລາວ ໃນຕະຫຼອດປີ 2023 ໄດ້ເປັນຜົນເຮັດໃຫ້ທາງການໄທ ສາມາດສະກັດກັ້ນ ແລະຢຶດຢາເສບຕິດທີ່ລັກລອບຂົນສົ່ງຈາກລາວມາໄທໄດ້ເພີ້ມຂຶ້ນເກີນກວ່າ 130 ເທົ່າ ທຽບໃສ່ປີ 2022 ໂດຍພື້ນທີ່ທີ່ຢຶດຢາເສບຕິດໄດ້ຫຼາຍທີ່ສຸດ ກໍຄືເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງແຂວງບໍລິຄຳໄຊ ກັບຈັງຫວັດນະຄອນພະນົມ ຊຶ່ງດ້ວຍຜົນງານດັ່ງກ່າວ ກໍຍັງເຮັດໃຫ້ທາງການໄທ ມີແຜນການທີ່ຈະເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາພື້ນທີ່ອື່ນໆໃນຕະຫຼອດແນວເຂດຊາຍແດນ ລະຫວ່າງໄທກັບລາວ ໃນໄວໆນີ້ ໂດຍລໍຖ້າພຽງການອະນຸມັດຈາກນາຍົກລັດຖະມົນຕີໄທເທົ່ານັ້ນ ດັ່ງທີ່ ພລ.ຕ.ທ. ພານຸຣັດ ໄດ້ໃຫ້ການຢືນຢັນວ່າ:

“ທ່ານນາຍົກລັດຖະມົນຕີ ໃຫ້ນະໂຍບາຍໃນການ ປິດ (seal) ພື້ນທີ່ຊາຍແດນທາງດ້ານເໜືອ ກະຄືຊຽງໃໝ່ ຊຽງຣາຍ ແລ້ວກະທາງພາກອີສານ ພໍເຮົາ ປິດພື້ນທີ່ຊາຍແດນບ່ອນນີ້ຫັ້ນ ມັນມີປະສິດທິພາບ ຖ້າມາທາງອີສານ ກໍຈະອອກມາທາງປະເທດລາວ ເຂົ້າທາງບໍລິຄຳໄຊ ອັນນີ້ຂ້າພະເຈົ້າກຳລັງພິຈາລະນາກັບໜ່ວຍງານ ທີ່ກ່ຽວຂ້ອງວ່າ ຖ້າຫາກມີຄວາມຈຳເປັນຈະຕ້ອງປະກາດເພີ້ມຕື່ມ ຂ້າພະເຈົ້າຈະສະເໜີ ຄະນະກຳມະການ ປ.ປ.ສ. ເພື່ອໃຫ້ທ່ານນາຍົກ ໄດ້ພິຈາລະນາປະກາດເພີ້ມຕື່ມ ເພາະວ່າ ເທົ່າທີ່ຂ້າພະເຈົ້າປະເມີນຂະນະນີ້ນິ ມັນມີປະສິດທິພາບ ກະຄືເຮົາສະກັດກັ້ນໄດ້ຫຼາຍຂຶ້ນ 130 ເທົ່າ ເມື່ອທຽບໃສ່ກັບປີທີ່ແລ້ວ.”

ພລ.ຕ.ທ. ພານຸຣັດ ໃຫ້ການຢືນຢັນດ້ວຍວ່າ ບັນດານັກຄ້າຢາເສບຕິດລາຍໃຫຍ່ທີ່ຖືກທາງການຕຳຫຼວດໄທ ອອກໝາຍຈັບສ່ວນຫຼາຍໄດ້ພາກັນຫລົບໜີການຈັບກຸມໄປຢູ່ໃນລາວ ດ້ວຍການແຝງຕົວເປັນນັກທຸລະກິດການຄ້າ ແລະລົງທຶນໃນລາວ ຈຶ່ງເປັນການຍາກທີ່ຈະຕິດຕາມເພື່ອຈັບກຸມໄດ້ຢ່າງເທົ່າທັນ ໂດຍຫລ້າສຸດທາງການໄທ ກໍໄດ້ຈັດສົ່ງຂໍ້ມູນທີ່ກ່ຽວກັບນັກຄ້າຢາເສບຕິດລາຍໃຫຍ່ຈຳນວນ 48 ລາຍໃຫ້ທາງການລາວ ເພື່ອຂໍໃຫ້ຊ່ວຍຕິດຕາມຈັບກຸມ ເນື່ອງຈາກກວ່າ ນັກຄ້າຢາເສບຕິດລາຍໃຫຍ່ທັງ 48 ລາຍດັ່ງກ່າວ ໄດ້ພາກັນຫລົບໜີຈາກໄທ ໄປຢູ່ໃນລາວ ແຕ່ວ່າກໍຍັງສືບຕໍ່ດຳເນີນການລັກລອບຂົນຢາເສບຕິດຂ້າມນ້ຳຂອງຈາກລາວໄປໄທ ເລື້ອຍມາ ໂດຍສະເພາະແມ່ນຢາບ້າ ແລະຢາໄອຊ໌ນັ້ນ.

ທາງດ້ານ ພລ.ອ. ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫລງຍອມຮັບວ່າ ໄດ້ກວດພົບການລັກລອບຜະລິດຢາບ້າ ແລະຢາໄອຊ໌ຢູ່ໃນເຂດແຂວງພາກເໜືອຂອງລາວ ເມື່ອບໍ່ນານມານີ້ ໂດຍເຖິງແມ່ນວ່າ ຈະຍັງເປັນການລັກລອບຜະລິດຢາເສບຕິດຂະໜາດນ້ອຍກໍຕາມ ແຕ່ກໍເປັນການຍາກທີ່ຈະປາບປາມໃຫ້ໄດ້ຢ່າງສິ້ນເຊິງ ເນື່ອງຈາກວ່າ ແກັ່ງຄ້າຢາເສບຕິດໄດ້ພາກັນຂຸດຫລຸມ ແລະຜະລິດຢາເສບຕິດຢູ້ໃຕ້ດິນນັ້ນເອງ ດັ່ງທີ່ ພລ.ອ. ວິໄລ ໄດ້ໃຫ້ການຢືນຢັນວ່າ:

“ພາກສ່ວນຂົນສົ່ງຢາເສບຕິດ-ສານເຄມີຕົ້ນທີ່ເປັນການປະສົມຢາເສບຕິດມັນໄດ້ຜ່ານໄປ ມັນກໍຕ້ອງມີ ດຽວນີ້ປາກົດການໃໝ່ມີທີ່ເຮົາຢຶດໄດ້ ປາກົດວ່າ ມີບ່ອນຜະລີດນ້ອຍຢູ່ບາງບ້ານ ທີ່ເຂົາເຈົ້າຂຸດຂຸມໃຕ້ດິນລົງໄປຜະລິດຢູ່ໃນພື້ນດິນກະມີ ຢູ່ທາງບ່ອນເກົ່າທີ່ເຮົາມ້າງໃນເມື່ອກ່ອນທາງຊາຍແດນເຊື່ອມຕໍ່ອຸດົມໄຊ ກັບຫຼວງພະບາງ ໂຕນີ້ ເຮົາກວາດລ້າງເທື່ອນຶ່ງ ແລ້ວພວກແຕກຊະນີ້ ຍ້າຍໄປຢູ່ບ່ອນໃໝ່ ແລ້ວເອົາເຄຶ່ອງຈັກຫັ້ໄປນຳ ໄປເຮັດຢູ່ບ່ອນໃໝ່ ອັນນີ້ພວກເຮົາຍັງຊອກຢູ່ ໂຕນີ້ແຫລະເປັນສາເຫດໃຫ້ເກີດບັນຫາ ປາກົດການຫຍໍ້ທໍ້ແລະອາຊະຍາກຳປະເພດຕ່າງໆ.”

ພົນເອກ ວິໄລ ຍອມຮັບດ້ວຍວ່າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງພາຍໃນປີ 2023 ນັ້ນ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງຈັງ ເຮັດໃຫ້ຕ້ອງເລື່ອນເປົ້າໝາຍອອກໄປເປັນພາຍໃນປີ 2025 ໂດຍເຖິງແມ່ນວ່າ ທາງການລາວ ຈະສາມາດຈັບນັກຄ້າຢາແລະຢຶດຢາເສບຕິດໄດ້ເພີ້ມຂຶ້ນນັບມື້ກໍຕາມ ຫາກແຕ່ວ່າ ກໍຍັງມີການຜະລິດ ແລະລັກລອບຄ້າຢາເພີ້ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນໃນເຂດລຸ່ມນ້ຳຂອງນັ້ນ.

ທັງນີ້ ໂດຍທາງການຕຳຫຼວດ-ຈີນ-ມຽນມາ-ລາວ-ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອໃນແນວແມ່ນ້ຳຂອງ ລະຫວ່າງ 4 ປະເທດມາແລ້ວ 137 ຄັ້ງ ໂດຍສະເພາະໃນປີ 2023 ກໍເຮັດໃຫ້ຕຳຫຼວດໄທ ຈັບນັກຄ້າຢາເສບຕິດໄດ້ເກີນກວ່າ 1 ແສນຄົນ ຢຶດຊັຍຜູ້ຕ້ອງຫາໄດ້ 2 ໝື່ນກວ່າລ້ານບາດ ແລະຢຶດຢາບ້າ-ຢາໄອຊ໌ໄດ້ລວມເກີນກວ່າ 28 ໂຕນ ສ່ວນທາງການມຽນມາ ໄດ້ເຜົາທຳລາຍຢາເສບຕິດທີ່ຢຶດໄດ້ຫຼາຍກວ່າ 450 ໂຕນ ໃນຂະນະທີ່ທາງການຕຳຫຼວດລາວ ສາມາດສະກັດຈັບການລັກລອບຄ້າຢາເສບຕິດໄດ້ກວ່າ 10,840 ກໍລະນີ ຈັບຜູ້ຕ້ອງຫາໄດ້ 15,966 ຄົນ ຢຶດຢາບ້າໄດ້ 32,111 ກິໂລກຣາມ ສານເຄມີກວ່າ 260 ໂຕນ ອາວຸດສົງຄາມ ຍານພາຫະນະຕ່າງໆ ແລະອຸປະກອນສື່ສານທີ່ທັນສະໄໝຈຳນວນຫຼາຍກວ່າ 30,000 ລາຍການ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG