Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ນັກວິເຄາະກ່າວວ່າ ການປາກົດໂຕຂອງ ທ່ານ ທັກສິນ ເປັນການສະແດງອອກ ເຖິງອິດທິພົນທາງການເມືອງ


ແຟ້ມຮູບ-ມະຫາເສດຖີດ້ານການຄົມມະນາຄົມສື່ສານ ແລະເປັນຜູ້ນໍາຂອງພັກ ໄທ ຮັກ ໄທ ທ່ານທັກສິນ ຊິນນະວັດ ຍົກມືທັກທາຍຜູ້ຄົນໃນລະຫວ່າງການຊຸມນຸມໂຄສະນາຫາສຽງໃນບາງກອກ, ວັນທີ 26 ທັນວາ 2000. ອະດີດນາຍົກລັດຖະມົນຕີທີ່ເປັນທີ່ໂຕ້ແຍ້ງກັນຂອງໄທ ກັບຄືນໄປປະເທດໄທໃນປີແລ້ວນີ້.
ແຟ້ມຮູບ-ມະຫາເສດຖີດ້ານການຄົມມະນາຄົມສື່ສານ ແລະເປັນຜູ້ນໍາຂອງພັກ ໄທ ຮັກ ໄທ ທ່ານທັກສິນ ຊິນນະວັດ ຍົກມືທັກທາຍຜູ້ຄົນໃນລະຫວ່າງການຊຸມນຸມໂຄສະນາຫາສຽງໃນບາງກອກ, ວັນທີ 26 ທັນວາ 2000. ອະດີດນາຍົກລັດຖະມົນຕີທີ່ເປັນທີ່ໂຕ້ແຍ້ງກັນຂອງໄທ ກັບຄືນໄປປະເທດໄທໃນປີແລ້ວນີ້.

ນັບ​ຕັ້ງ​ແຕ່ ​ທ່ານ​ທັກສິນ ຊິນ​ນະ​ວັດ ​ໄດ້ຮັບ​ການປ່ອຍໂຕຈາກ​ໂຮງ​ໝໍ​ຕຳ​ຫຼວດ​ຢູ່​ບາງກອກ​ໃນ​ທ້າຍ​ເດືອນ​ກຸມພາທີ່​ຜ່ານ​ມາ​, ກໍສາມາດເຫັນໄດ້ຢ່າງແຈ່ມແຈ້ງເຖິງການ​ສະ​ໜັບ​ສະ​ໜຸນ​ຈາກ​ສັງຄົມຕໍ່​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີຂອງ​ໄທ.

ທ່ານທັກສິນ ອາຍຸ 74 ປີ ໄດ້ຮັບການຕ້ອນຮັບແບບວິລະຊົນ ໃນວັນອັງຄານວານນີ້ ເມື່ອທ່ານເດີນທາງໄປຢ້ຽມຢາມສໍານັກງານໃຫຍ່ຂອງພັກເພື່ອໄທ ໂດຍເປັນພັກທີ່ທ່ານກໍ່ຕັ້ງຂຶ້ນມາ, ເຊິ່ງປັດຈຸບັນ ເປັນພັກທີ່ນໍາພາຄະນະລັດຖະບານຂອງໄທ.

ແຕ່​ການ​ກັບ​ຄືນ​ໄປ​ປະ​ເທດພາຍຫຼັງ​ທີ່​ເນລະ​ເທດຕົນ​ເອງໄປຢູ່ຕ່າງປະເທດໄດ້ 16 ປີ ​ກໍມີແຕ່ຄໍາຖາມທີ່​ເພີ້ມ​ຂຶ້ນກ່ຽວ​ກັບ​ວ່າ ​ໃນຂະນະນີ້ ທ່ານ​ ທັກສິນ ​ມີ​ອຳນາດ​ທາງ​ການ​ເມືອງ​ຫຼາຍ​ປານ​ໃດ.

ສະມາຊິກສະພາຈາກພັກເພື່ອໄທໄດ້ຢືນຢັນການປາກົດໂຕຂອງ ທ່ານ ທັກສິນ ຢູ່ທີ່ສໍານັກງານໃຫຍ່ຂອງພັກ, ຕິດຕາມດ້ວຍການໄປຢ້ຽມຢາມບ້ານເກີດຂອງທ່ານຢູ່ຈັງຫວັດຊຽງໃໝ່, ບ່ອນທີ່ທ່ານໄດ້ຮັບການຕ້ອນຮັບໂດຍຝູງຊົນທີ່ໃຫ້ການສະໜັບສະໜຸນນັ້ນ ບໍ່ມີຄວາມໝາຍໃດໆທາງດ້ານການເມືອງ.

ແນວໃດກໍຕາມ, ຜູ້ຊ່ຽວຊານກ່າວວ່າ ຄວາມຈິງໃນການປາກົດໂຕອີກຄັ້ງຂອງທ່ານ ເປັນພຽງການຊຸກຍູ້ໃຫ້ທ່ານຢູ່ໃນຖານະທີ່ມີອິດທິພົນທາງດ້ານການເມືອງເທົ່ານັ້ນ.

ທ່ານປຣະວິດ ໂຣດຈະນະພຣຶກ (Pravit Rojanaphruk) ​ນັກ​ຂ່າວອາວຸໂສ ​ແລະ​ນັກ​ວິ​ເຄາະ​ທາງດ້ານ​ການ​ເມືອງ ​ກ່າວ​ຕໍ່ VOA ວ່າ "ທ່ານ​ທັກສິນ​ ກໍາລັງເຮັດ​ໃຫ້​ແນ່​ໃຈ​ວ່າ​ ທ່ານ​ຈະ​ບໍ່ຖືກ​ປິດບັງ ​ໂດຍ​ການ​ໄປ​ຢ້ຽມ​ຢາມ​ນະຄອນ​ຊຽງ​ໃໝ່ ອັນໄດ້​ດຶງ​ດູດ​ການ​ລາຍ​ງານຂ່າວ​ຢ່າງ​ກວ້າງ​ຂວາງໂດຍ​ອົງການ​ຂ່າວຕ່າງໆຂອງ​ໄທ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG