Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ລັດຖະບານລາວ ຈະຄວບຄຸມ ແລະ ຈຳກັດ ການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ ໂປແຕຊ ພຽງ 7 ໂຄງການ ໃນທົ່ວປະເທດ


ຮູບພາບທີ່ຕັ້ງຂອງ ການຂຸດຄົ້ນແຮ່ ໂປຕາສ ໃນລາວ
ຮູບພາບທີ່ຕັ້ງຂອງ ການຂຸດຄົ້ນແຮ່ ໂປຕາສ ໃນລາວ

ລັດຖະບານລາວ ຈະຄວບຄຸມ ແລະ ຈຳກັດ ການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ ໂປແຕຊ ພຽງ 7 ໂຄງການ ໃນທົ່ວປະເທດ ເພາະເປັນບໍ່ແຮ່ທີ່ສົ່ງຜົນກະທົບຕໍ່ປະຊາຊົນລາວ ຢ່າງກວ້າງຂວາງ ທີ່ສຸດ.

ເຈົ້າໜ້າທີ່ໃນສະພາປະຊາຊົນລາວຂັ້ນແຂວງ ແຂວງວຽງຈັນ ເປີດເຜີຍວ່າ ການອະນຸຍາດໃຫ້ສຳປະທານທີ່ດິນ ແລະ ການຂຸດຄົ້ນແຮ່ທາດໃຫ້ແກ່ເອກະຊົນລາວ ແລະ ຊາວຕ່າງຊາດທີ່ຂາດການປະສານງານກັນ ລະຫວ່າງຂັ້ນສູນກາງກັບທ້ອງຖິ່ນ ໄດ້ສ້າງບັນຫາຫຍຸ້ງຍາກຕໍ່ການດຳລົງຊີວິດ ຂອງປະຊາຊົນລາວ ເພີ້ມຂຶ້ນນັບມື້ ເພາະວ່າ ການອະນຸຍາດໃຫ້ສຳປະທານດັ່ງກ່າວ ນອກຈາກຈະບໍ່ໄດ້ປະຕິບັດຕາມລະບຽບ-ກົກໝາຍຢ່າງແທ້ຈິງແລ້ວ ຍັງປະກົດວ່າ

ບໍ່ໄດ້ມີການກວດກາການຈັດຕັ້ງປະຕິບັດໂຄງການຕົວຈິງອີກດ້ວຍ ໂດຍສະເພາະແມ່ນສຳປະທານທີ່ດິນເພື່ອປູກກ້ວຍ ແລະ ຂຸດຄົ້ນແຮ່ ໂປແຕຊ ທີ່ອະນຸຍາດໃຫ້ແກ່ບັນດາບໍລິສັດເອກະຊົນຈີນນັ້ນ ກໍຄື ໂຄງການສຳປະທານທີ່ປະຊາຊົນລາວ ມີຄວາມກັງວົນໃຈວ່າ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງທີ່ສຸດ ໃນເວລານີ້.

ສ່ວນ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍອມຮັບວ່າ ການຂຸດຄົ້ນແຮ່ ໂປແຕຊ ມີທ່າອ່ຽງຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ ເພີ້ມຂຶ້ນຈິງ ເພາະພື້ນທີ່ທີ່ສຳຫຼວດພົບແຮ່ ໂປແຕຊ ນັ້ນ ສ່ວນໃຫຍ່ ຢູ່ໃນເຂດທີ່ຢູ່ອາໄສ ແລະ ທີ່ິດິນທຳມາຫາກິນຂອງປະຊາຊົນ ໂດຍສະເພາະແມ່ນໃນເຂດແຂວງວຽງຈັນ,​ ຄຳມ່ວນ ແລະ ເຂດນະຄອນວຽງຈັນ ນັ້ນ ກໍຄືພື້ນທີ່ທີ່ມີການສຳຫຼວດພົບແຮ່ ໂປແຕຊ ຫຼາຍທີ່ສຸດ ແຕ່ດ້ວຍຄວາມຕ້ອງການໃນດ້ານລາຍຮັບຂອງລັດຖະບານ ຈຶ່ງຈຳເປັນຕ້ອງອະນຸຍາດໃຫ້ສຳປະທານແກ່ບໍລິສັດເອກະຊົນຕ່າງຊາດ ແຕ່ວ່າ ເພື່ອເປັນການຄວບຄຸມ ແລະ ຈຳກັດ ພື້ນທີ່ທີ່ຈະຖືກກະທົບດັ່ງກ່າວ ລັດຖະບານລາວ ກໍໄດ້ຈຳກັດການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ ໂປແຕຊ ໄວ້ພຽງ 7 ໂຄງການເທົ່ານັ້ນ ໃນທົ່ວປະເທດ ດັ່ງທີ່ ທ່ານ ໂພໄຊ ໄດ້ໃຫ້ການຢືນຢັນວ່າ:

‘‘ຊຸກຍູ້ ສົ່ງເສີມ ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອ ໂປແຕຊ ທີ່ລັດຖະບານໄດ້ອະນຸຍາດຜ່ານມາ ຈຳນວນ 7 ໂຄງການ ໃຫ້ດຳເນີນເປັນປົກກະຕິ ແລະ ບໍ່ຄວນອະນຸຍາດໂຄງການໃໝ່ຕື່ມອີກ ເນື່ອງຈາກວ່າ ໃນຈຳນວນໂຄງການ ແລະ ປະລິມານແຮ່ທາດເກືອໂປແຕຊ ທີ່ລັດະບານອະນຸຍາດຜ່ານມາ ແມ່ນພຽງພໍ ແລະ ເໝາະສົມຕໍ່ການພັດທະນາແຮ່ທາດດັ່ງກ່າວແລ້ວ ອີກຢ່າງນຶ່ງ ແຫຼ່ງແຮ່ເກືອ ໂປແຕຊ ໃນ ສປປ ລາວ ສ່ວນໃຫຍ່ກະແມ່ນຢູ່ໃນຕົວເມືອງ. ພ້ອມນີ້ ຊຸກຍູ້ໃຫ້ສ້າງຕັ້ງໂຮງງານຜະລິດປຸ໋ຍໃຫ້ສຳເລັດ 3​ ແຫ່ງ.’’

ໃນປັດຈຸບັນນີ້ ທາງການລາວໄດ້ອະນຸຍາດໃຫ້ສຳປະທານທີ່ດິນແກ່ເອກະຊົນລາວ ແລະ ບໍລິສັດຕ່າງຊາດໄປແລ້ວ ຈຳນວນທັງໝົດ 2,223 ໂຄງການ ໂດຍມີພື້ນທີ່ສຳປະທານລວມກັນກວ້າງກວ່າ 11 ລ້ານເຮັກຕາ ໃນທົ່ວປະເທດ ຄິດເປັນ 46 ເປີເຊັນ ຂອງພື້ນທີ່ທັງໝົດໃນລາວ ຊຶ່ງສ່ວນໃຫຍ່ເປັນການອະນຸຍາດທີ່ຜິດກົດໝາຍ ທັງຍັງບໍ່ມີການສຳຫຼວດ ແລະ ກວດກາພື້ນທີ່ສຳປະທານຕົວຈິງອີກດ້ວຍ ອັນເຮັດໃຫ້ເກີດມີໂຄງການທີ່ຈັດຕັ້ງປະຕິບັດບໍ່ເປັນໄປຕາມສັນຍາຈຳນວນຫຼາຍ ໂດຍສະເພາະແມ່ນໂຄງການຂຸດຄົ້ນແຮ່ທາດຜິດກົດໝາຍທີ່ເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດລາວນັ້ນ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໃຫ້ການຢືນຢັນວ່າ:

ການເຊົ່າສຳປະທານທີ່ດິນໃນປັດຈຸບັນ ມີນັກທຸລະກິດ ຫຼືວ່າ ນາຍທຶນ ເຂົ້າໄປຈັບຈອງ ຫຼືວ່າ ໄປສ້າງເອກະສານຊື້ຂາຍທີ່ດິນກັບອຳນາດການປົກຄອງຢູ່ຂັ້ນບ້ານໂດຍກົງເລີຍ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ ຈຶ່ງເຮັດໃຫ້ການຄຸ້ມຄອງທີ່ດິນນີ້ ມີຄວາມຫຍຸ້ງຍາກຍິ່ງໆຂຶ້ນ ສ່ວນທີ່ດິນທີ່ບໍລິສັດຂໍສຳປະທານ ກໍເຫັນວ່າ ຫຼາຍບໍລິສັດຄຸ້ມຄອງ ແລະ ນຳໃຊ້ດິນເກີນກວ່າສັນຍາ ຊຶ່ງວ່າ ບໍ່ໄດ້ເສຍພັນທະອາກອນໃຫ້ແກ່ລັດ ຍິ່ງໄປກວ່ານັ້ນ ຍັງໄດ້ເອົາດິນໃຫ້ບໍລິສັດອື່ນເຊົ່າຕໍ່ເພື່ອເກງກຳໄລ ອັນເຮັດໃຫ້ລັດເສຍຜົນປະໂຫຍດ.

ຍິ່ງໄປກວ່ານັ້ນ ການອະນຸຍາດໃຫ້ສຳປະທານທີ່ດິນຈຳນວນຫຼາຍ ຍັງເຮັດໃຫ້ເກີດການຂັດແຍ້ງໃນສັງຄົມລາວ ຢ່າງກວ້າງຂວາງອີກດ້ວຍ ເພາະພະນັກງານລັດໃຊ້ອຳນາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນ ເພື່ອນຳໄປສົ່ງມອບໃຫ້ກັບນັກທຸລະກິດ ໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວເປັນສຳຄັນ ສ່ວນປະຊາຊົນຜູ້ທີ່ຖືກຍາດແຍ່ງເອົາທີ່ດິນກັບໄດ້ຮັບຄ່າຊົດເຊີຍໃນອັດຕາທີ່ຕໍ່າຫຼາຍ ເມືອສົມທຽບກັບລາຄາທີ່ດິນຕົວຈິງ ໂດຍເຖິງແມ່ນວ່າ ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈະໄດ້ຮ້ອງຮຽນຕໍ່ຄະນະປະຈຳສະພາແຫ່ງຊາດເປັນຈຳນວນຫຼາຍກໍຕາມ ແຕ່ວ່າ ຄະນະນະປະຈໍາສະພາແຫ່ງຊາດລາວ ກໍດຳເນີນມາດຕະການໄດ້ພຽງການສະເໜີໃຫ້ຄະນະກວດກາພັກ-ລັດ ດຳເນີນການກວດສອບຕາມການຮ້ອງຂໍດັ່ງກ່າວເທົ່ານັ້ນ.

ໂດຍໃນປີ 2023 ທາງການລາວ ໄດ້ມີການຍົກເລີກສຳປະທານທີ່ດິນໄດ້ພຽງ 101 ໂຄງການເທົ່ານັ້ນ ຈາກທັງໝົດ 2,223 ໂຄງການ ຊຶ່ງໃນນີ້ 1,700 ກວ່າໂຄງການ ເປັນສຳປະທານທີ່ດິນຂອງບໍລິສັດເອກະຊົນ ແລະ ເກີນກວ່າ 1,300 ໂຄງການ ເປັນການອະນຸຍາດໃຫ້ສຳປະທານໂດຍອຳນາດການປົກຄອງທ້ອງຖິ່ນ ຈຶ່ງເຮັດໃຫ້ອຳນາດຂັ້ນສູນກາງດຳເນີນການກວດກາໄດ້ພຽງ 460 ໂຄງການເທົ່ານັ້ນ ເພາະວ່າ ບໍ່ໄດ້ຮັບການຮ່ວມມືຈາກພະນັກງານໃນລະດັບທ້ອງຖິ່ນ ທີ່ໄດ້ຮັບຜົນປະໂຫຍດຈາກການອະນຸຍາດສຳປະທານດັ່ງກ່າວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG