Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ການເກັບເງິນທິບຢູ່ຮ້ານອາຫານ ແລະ ການບໍລິການຕ່າງໆແມ່ນບັນຫາທີ່ກຳລັງມີການໂຕ້ຖຽງກັນຫຼາຍຂຶ້ນໃນ ສະຫະລັດ


ພະນັກງານເສີບອາຫານຢູ່ຮ້ານອາຫານແຫ່ງນຶ່ງ.
ພະນັກງານເສີບອາຫານຢູ່ຮ້ານອາຫານແຫ່ງນຶ່ງ.

ການ​ໃຫ້​ເງິນ​ທິບ​ຢູ່​ຮ້ານ​ອາ​ຫານ​ເປັນ​ສິ່ງ​ທີ່​ປົກ​ກະ​ຕິ​ຢູ່​ໃນ ສະ​ຫະ​ລັດ, ​ເຊິ່ງ​ລູກ​ຄ້າ​ແຕ່​ລະ​ຄົນ​ຈະ​ຂຽນ​ປະ​ລິ​ມານ​ໃນ​ໃບ​ບິນ​ທຸກ​ຄັ້ງ. ແຕ່​ດຽວນີ້​ມັນ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້ຫຼາຍ​ຄົນ​ອຶດ​ອັດ ແລະ ມີ​ການ​ໂຕ້​ຖຽງ​ກັນຫຼາຍ​ຂຶ້ນ. ພຸດ​ທະ​ສອນ ຈະ​ນຳ​ລາຍ​ງານ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຄົ​ນ​ຕ່າງ​ປະ​ເທດ​ທີ່​ຢາກ​ມາ​ຢ້ຽມ​ຢາມ ສະ​ຫະ​ລັດ ຕ້ອງ​ຮູ້​ໄວ້​ວ່າການ​ໄປ​ກິນ​ເຂົ້າ​ຢູ່​ຮ້ານ​ອາ​ຫານ ທ່ານ​ຕ້ອງ​ໄດ້​ໃຫ້​ທິບພະນັກງານເສີບຫຼັງ​ຈາກ​ຈ່າຍ​ຄ່າ​ອາ​ຫານ​ແລ້ວ, ເຊິ່ງ​ສິ່ງ​ດັ່ງ​ກ່າວນີ້​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ທີ່ບໍ່​ຄຸ້ນ​ເຄີຍກັບ​ທຳ​ນຽມ​ພາ​ກັນ​ຕົກ​ໃຈ. ປະ​ລິ​ມານ​ຂອງ​ເງິນ​ທິບ​ແມ່ນ​ຖືກ​ພິ​ຈາ​ລະ​ນາ​ຈາກ​ການ​ບໍ​ລິ​ການ, ເຊິ່ງ​ການ​ໃຫ້​ທິບ​ສຳ​ລັບ​ການ​ບໍ​ລິ​ການ​ດີ​ຈະ​ເລີ່ມ​ຈາກ 15 ເປີ​ເຊັນ, 18 ແລະ 20 ເປີ​ເຊັນ. ແຕ່​ເຖິງ​ແມ່ນ​ການ​ບໍ​ລິ​ການ​ບໍ່​ດີ, ເຂົາ​ເຈົ້າ​ກໍແນະ​ນຳ​ໃຫ້ທິບ​ຢ່າງ​ໜ້ອຍ 10 ເປີ​ເຊັນ​ ຂອງ​ຄ່າ​ອາ​ຫານ​ທັງ​ໝົດ.

ເປັນ​ຫຍັງ​ຈຶ່ງ​ໃຫ້​ທິບ? ການ​ໃຫ້​ທິບບໍ່​ແມ່ນ​ຂໍ້​ບັງ​ຄັບ​ຢູ່​ໃນ ສະ​ຫະ​ລັດ. ຮ້ານ​ອ​າ​ຫານ​ຢູ່​ໃນ ສະ​ຫະ​ລັດ ມັກ​ຈະ​ຈ້າງ​ພະ​ນັກ​ງານ​ເສີບ​ດ້ວຍ​ເງິນ​ເດືອນ​ທີ່​ຕ່ຳກວ່າ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ໜ້ອຍ​ນຶ່ງ. ເພື່ອ​ທີ່​ຈະ​ຫາ​ລາຍ​ໄດ້​ເພີ່ມ​ເຕີມ ພວກ​ນັກ​ເສີບ​ທັງຫຼາຍ​ຈະ​ຕ້ອ​ງ​ໄດ້​ອາ​ໄສ​ເງິນ​ທິບ​ຈາກ​ລູກຄ້າ.

ນາງ ຄິດ​ທາ​ນາ, ນັກ​ສຶກ​ສາ​ທີ່​ຫາ​ກໍ່​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ໃໝ່, ເຊິ່ງ​ລາວ​ເຮັດ​ວຽກ​ພາດ​ທາມຢູ່​ຮ້ານ​ອາ​ຫານ​ໃນ​ຂະ​ນະ​ທີ່​ລໍ​ຖ້າ​ເຮັດ​ວຽກ​ຢູ່​ຫ້ອງ​ການ ໄດ້​ກ່າວ​ຕໍ່​ພວກ​ເຮົາ ກ່ຽວ​ກັບ ​ການ​ໃຫ້​ທິບ​ວ່າ

“ຂ້ານ້ອຍໄດ້ເຮັດວຽກໃນອຸດສາຫະກຳອາຫານຕັ້ງແຕ່ອາຍຸ 16 ປີ ແລະ ຕອນນີ້ຂ້ານ້ອຍກະ 24 ປີແລ້ວ. ຂ້ານ້ອຍຮູ້ວ່າຫຼາຍປະເທດທີ່ບໍ່ແມ່ນ ອາເມຣິກາ ຈະຄາດຫວັງເງິນທິບຈາກລູກຄ້າ. ແຕ່ຢູ່ໃນ ອາເມຣິກາ ເທົ່ານັ້ນຂ້ານ້ອຍຄິດວ່າຄົນຊິເຂົ້າໃຈວ່າພະນັກງານເສີບ, ຄົນເສີບສ່ວນຫຼາຍບໍ່ໄດ້ຖືກຈ້າງດ້ວຍເງິນທີ່ສາມາດປະຄອງຊີວິດໄດ້. ເຂົາເຈົ້າຖືກຈ້າງເຖິງ 13 ຫາ 3 ໂດລາຕໍ່ຊົ່ວໂມງ. ສະນັ້ນລາຍໄດ້ຂອງພະນັກງານເສີບສ່ວນຫຼາຍແມ່ນອີງໃສ່ທິບເທົ່ານັ້ນ.”

ແລ້ວພວກເຮົາຄວນໃຫ້ທິບເທົ່າໃດແທ້? ນາງ ຄິດທານາ ໄດ້ບອກເຫດຜົນ ແລະ ວິທີໃຫ້ທິບພະນັກງານເສີບ.

“ລາຍໄດ້ແມ່ນບໍ່ສະໝໍ່າສະເໝີ,​ ບາງມື້ເຂົາເຈົ້າໄດ້ຫຼາຍ ບາງມື້ກະໄດ້້ໜ້ອຍດຽວ ຂຶ້ນກັບຄົນເຂົ້າມາກິນຢູ່ໃນຮ້ານ. ແຕ່ມີສິ່ງທີ່ຂ້ານ້ອຍຢາກຊີ້ໃຫ້ເຫັນແມ່ນ ຫຼາຍຄົນປະເມີນຄ່າພະນັກງານເສີບຕໍ່າຫຼາຍໃນຈຳນວນວຽກທີ່ເຂົາເຈົ້າເຮັດ. ແລະ ເຫດຜົນທີ່ຂ້ານ້ອຍເວົ້າແນວນັ້ນກໍເພາະວ່າ ການເສີບອາຫານແມ່ນມີ ຄວາມຮຽກຮ້ອງຕ້ອງການຫຼາຍຢ່າງ. ສະນັ້ນມັນອາດເປັນການຟ້າວເສີບອາຫານ ໄປໃຫ້ໂຕະຕ່າງໆ. ຮັບປະກັນວ່າຕົນເອງມີຄວາມຮູ້ຖືກຈຸດ ເມື່ອເວົ້າເຖິງການ ແພ້ອາຫານຂອງລູກຄ້າບາງຄົນ. ພະນັກງານເສີບຍັງຕ້ອງໄດ້ຮັບມືກັບຄວາມຮົກ ເຮື້ອຢູ່ເທິງໂຕະ. ຄົນເສີບປົກກະຕິຈະເປັນຄົນທຳອິດທີ່ໄປອະນາໄມໂຕ້ະ ແລະ ຊ່ວຍເຫຼືອລູກຄ້າ. ສະນັ້ນໃນທັດສະນະຂອງຂ້ານ້ອຍ, ຖ້າເຈົ້າໄດ້ຮັບການບໍລິ ການທີ່ດີຈາກພະນັກງານເສີບ ຄຳແນະນຳຂອງຂ້ານ້ອຍແມ່ນໃຫ້ຈື່ວ່າໃຫ້ເງິນ ທິບເຂົາເຈົ້າດີແນ່, ຂ້ານ້ອຍຢາກເວົ້າປະມານ 18 ຫາ 20 ເປີເຊັນ.”

ໃນ​ລະ​ຫວ່າງ​ໂຣກ​ລະ​ບາດ​ໂຄວິດ-19, ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ໄດ້​ພາ​ກັນ​ຊ່ວຍ​ເຫຼືອ​ພາກ​ສ່ວນ​ທຸກ​ລະ​ກິດ​ຂະ​ໜາດ​ນ້ອຍຢ່າງຫຼວງຫຼາຍ, ໂດຍ​ສະ​ເພາະ​ຮ້ານ​ອາ​ຫານ. ເຂົາ​ເຈົ້າ​ໄດ້​ພາ​ກັນ​ສັ່ງ​ອາ​ຫານ ແລະ ໃຫ້​ເງິ​ນ​ທິບ​ເປັນ​ຢ່າງ​ດີ​ສຳ​ລັບ​ການ​ບໍ​ລິ​ການ​ຂອງ​ເຂົາ​ເຈົ້າ​, ເພື່ອ​ສົ່ງ​ເສີມໃຫ້​ກິດ​ຈະ​ການ​ຂອງ​ເຂົາ​ເຈົ້າ​ຢູ່​ລອດ ແລະ ໃຫ້​ພວກ​ພະ​ນັກ​ງານ​ເສີບ​ສາ​ມາດ​ຢູ່ລອດ​ໄດ້.

ແຕ່ຫຼັງ​ຈາກ​ໂຄວິດ-19 ຖືກ​ຍົກ​ເລີກ​ຈາກ​ພາ​ວະ​ສຸກ​ເສີນ​ແລ້ວ, ຮ້ານ​ອາ​ຫານ​ຕ່າງໆແມ່ນ​ຍັງ​ຫວັງ​ເງິນ​ທິບ​ຈາກ​ລູກ​ຄ່າ​ຢູ່ ແມ່ນ​ກະ​ທັ້ງ​ທີ່​ການ​ຂາຍກາເຟ ຫຼື ອາຫານຕ່າງໆ​ຢູ່​ໜ້າ​ຄາວ​ເຕີ​ເຂົາເຈົ້າກໍໄດ້ຂໍ​ເກັບເງິນ​ທິບເຊັ່ນກັນ ເຖິງ​ແມ່ນ​ວ່າ​ຈະ​ບໍ່​ໄດ້​ໃຫ້​ການ​ບໍ​ລິ​ການຢູ່ໂຕະອາຫານ​ເລີຍ​ກໍ​ຕາມ. ດັ່ງ​ນັ້ນ​ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ຄົນ​ໂຕ້​ຖຽງ​ກັນ​ໃນ​ສື່​ສັງ​ຄົມ ແລະ ວ່າ​ມັນ​ບໍ່​ສົມ​ເຫດ​ສົມ​ຜົນ​ທີ່​ເຂົາ​ເຈົ້າ​ຮຽກ​ຮ້ອງ​ເງິນ​ທິບ​ແມ່ນ​ກະ​ທັ້ງ​ທີ່ບໍ່​ໄດ້​ໃຫ້​ການ​ບໍ​ລິ​ການ.

ນາງ ຄິດທານາ ກ່າວວ່າ “ເມື່ອເວົ້າເຖິງຮ້ານກາເຟ ຫຼື ຮ້ານຂາຍແຮມເບີເກີ, ໂດຍພື້ນຖານແລ້ວຄົນທີ່ຢູ່ບ່ອນຈ່າຍເງິນ ຂ້ານ້ອຍຮູ້ສຶກວ່າມັນຈຳເປັນທີ່ຈະໃຫ້ ທິບຢູ່ຮ້ານພວກນັ້ນ ແນ່ນອນເຈົ້າໃຫ້ກະໄດ້ຖ້າເຈົ້າມັກຄົນນັ້ນແທ້ໆ, ຄົນເຮັດ ກາເຟ, ພະນັກງານເກັບເງິນທີ່ເຈົ້າລົມນຳ. ໂດຍສ່ວນຕົວແລ້ວ ບາງເທື່ອ ຂ້ອຍບໍ່ຢາກຈ່າຍເງິນ 9 ໂດລາຊື້ນໍ້າ ບາງເທື່ອຂ້ອຍຢາກຈ່າຍແຕ່ 7 ໂດລາ ຫຼື 6 ໂດລາມັນກະບໍ່ເປັນຫຍັງ.”

ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຫຼາຍ​ຄົນ​ໄດ້​ໂຕ້​ຖຽງ​ວ່າ ວັດ​ທະ​ນະ​ທຳ​ການ​ເກັບ​ເງິນ​ທິບ​ຄວນ​ຖືກ​ຍົກ​ເລີກ​ໄດ້​ແລ້ວ ແລະ ມັນ​ຄວນ​ເປັນ​ໜ້າ​ທີ່​ຂອງ​ຮ້ານ​ອາ​ຫານ​ທີ່​ຈະ​ຕ້ອງ​ໄດ້​ຈ້າງ​ພະ​ນັກ​ງານ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ, ແທນ​ທີ່​ຈະ​ໃຫ້​ລູກ​ຄ້າ​ເປັນ​ຜູ້​ແບກ​ຫາບ​ພາ​ລະ​ດັ່ງ​ກ່າວ. ນອກ​ຈາກ​ຮ້ານ​ອາ​ຫານ, ສະ​ຖານ​ທີ່​ບໍ​ລິ​ການ​ອື່ນໆກໍ​ມີ​ການ​ເກັບ​ເງິນ​ທິບ​ຄື​ກັນ​ເຊັ່ນ​ຮ້ານ​ຕັດ​ຜົມ, ລົດ​ຕັກ​ຊີ, Uber.

ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຈຳ​ນວນຫຼາຍບໍ່​ມັກ​ການ​ເກັບ​ເງິ​ນ​ທິບນີ້, ກາ​ນ​ປະ​ຕິ​ບັດ​ດັ່ງ​ກ່າວ​ແມ່ນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ຖືກ​ຫ້າມ​ຢູ່​ບ່ອນ​ໃດໆ​ໃນ ສະ​ຫະ​ລັດ ໃນ​ໄວໆ​ນີ້.

XS
SM
MD
LG