Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ເພື່ອຮັບມືກັບຜົນກະທົບຈາກການສ້າງເຂື່ອນ ແລະສິ່ງອື່ນໆ ນັກຊ່ຽວຊານ ແນະ ນໍາໃຫ້ຈັດຕັ້ງອົງການຄຸ້ມຄອງການໃຊ້ນໍ້າ ທີ່ຟັງຫາງສຽງປະຊາຊົນຫລາຍຂຶ້ນ 


ເຂື່ອນ ໄຊຍະບູລີ.
ເຂື່ອນ ໄຊຍະບູລີ.

ເພື່ອຄຸ້ມຄອງການໃຊ້ນໍ້າໃນແມ່ນໍ້າຂອງໃຫ້ມີປະສິດທິພາບຫລາຍຂຶ້ນ ພວກນັກ ຊ່ຽວຊານຈາກອົງການສາກົນ ແລະຝ່າຍສັງຄົມພົນລະເຮືອນ ສະເໜີໃຫ້ມີການ ສ້າງຕັ້ງຄະນະກໍາມາທິການຮ່ວມລະຫວ່າງຊຸມຊົນໃນຂົງເຂດແມ່ນໍ້າຂອງ ທີ່ລວມເອົາ ຜູ້ຕາງໜ້າປະຊາຊົນໃນທ້ອງຖິ່ນເຂົ້ານໍາ. ແຕ່ທາງ ຄະນະກໍາມາທິ ການແມ່ນໍ້າ ຂອງເຫັນວ່າສິ່ງນີ້ແມ່ນບໍ່ຈໍາເປັນ. ລາຍລະອຽດກ່ຽວກັບເລື້ອງນີ້ ຈະເປັນ ແນວ ໃດນັ້ນຂໍເຊີນທ່ານຮັບຟັງຈາກ ບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມສົນທະນາດ້ານນະໂຍບາຍທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໃນຈັງຫວັດຊຽງຮາຍ ພາກເໜືອຂອງໄທ ທີ່ລວມທັງໝົດມີ 80 ກວ່າຄົນ ໄດ້ສະເໜີຢູ່ໃນບົດລາຍງານທີ່ຫາກໍ່ເຜີຍແຜ່ອອກມາໃນຕົ້ນເດືອນນີ້ວ່າ ໃຫ້ຄະນະກໍາມາທິການແມ່ນໍ້າຂອງ ສ້າງຕັ້ງຄະນະກໍາມາທິການຮ່ວມ ລະຫວ່າງຊຸມຊົນແມ່ນໍ້າຂອງ ຫລື Mekong River Inter-Community Commission (MRICC) ທີ່ລວມເອົາຜູ້ຕາງໜ້າຈາກຊຸມຊົນໃນທ້ອງຖິ່ນ ແລະອົງການ​ຈັດ​ຕັ້ງສັງຄົມພົນລະເຮືອນ​ໃນ​ທຸກປະ​ເທດທົ່ວ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງເຂົ້າຮ່ວມນໍາ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ປະມົງ ​ແລະບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງໃຫ້ດີຂຶ້ນກວ່າເກົ່າ.

ແຕ່ ດຣ. ອານຸລັກ ກິດຕິຄຸນ, CEO ຂອງ MRC ໃຫ້ຄໍາເຫັນວ່າບໍ່ມີຄວາມຈຳເປັນທີ່ຈະຕ້ອງສ້າງຕັ້ງຄະນະກໍາ ມະການໃດໆ ຂຶ້ນເພີ້ມ ດັ່ງທີ່ທ່ານຊີ້ແຈງຢູ່ໃນອີເມລ ທີ່ຂຽນຫາພວກເຮົາວ່າ:

“Civil society as well as other stakeholders including private sector play a critical role in Mekong development. We do not have a view on the formation of the Mekong River Inter-Community Commission or other such bodies. For the MRC, we seriously engage with stakeholders through various established mechanisms such as the RSF , CSO dialogue, and new initiatives like the Roundtable.”

“ສັງຄົມ​ພົນລະ​ເຮືອນ ​ແລະບັນດາ​ພາກສ່ວນ​ກ່ຽວຂ້ອງ​ອື່ນໆ ລວມທັງ​ພາກ​ເອກະ​ຊົນ ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ແມ່​ນ້ຳຂອງ. ພວກ​ເຮົາ​ບໍ່​ຫລິງເຫັນວ່າ ຄວນມີ​ການ​ສ້າງ​ຕັ້ງ​ຄະນະ​ກຳມາທິການ​ຮ່ວມ​ລະຫວ່າງຊຸມຊົນ​ແມ່​ນ້ຳຂອງ ​ຫຼື​ອົງ ການ​ອື່ນແບບນັ້ນຂຶ້ນ. ສໍາລັບ MRC ແລ້ວ ພວກເຮົາມີສ່ວນຮ່ວມຢ່າງຈິງຈັງກັບ
ຜູ້ທີ່ມີສ່ວນກ່ຽວຂ້ອງໂດຍຜ່ານກົນໄກຕ່າງໆ ທີ່ໄດ້ສ້າງຕັ້ງຂຶ້ນ ເຊັ່ນ RSF (ເວທີ​ສົນທະນາຂອງ​ຜູ້​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ພາກ​ພື້ນ), CSO (ການ​ສົນທະນາ​ຂອງ​ອົງການ​ສັງຄົມ​ພົນລະ​ເຮືອນ ​ແລະໂຄງການລິເລີ່ມໃຫມ່ເຊັ່ນ: ກອງ​ປະຊຸມ​ໂຕະ​ມົນ.”

ຂະນະດຽວກັນ, ການສຶກສາຮ່ວມກ່ຽວກັບການປ່ຽນແປງຮູບແບບຂອງສະພາບອຸທົກກະສາດຂອງອ່າງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງທີ່ດໍາເນີນໂດຍ MRC ແລະ ອົງການຮ່ວມມືລ້ານຊ້າງ-ແມ່ນໍ້າຂອງ ຫລື LMC ສໍາລັບໄລຍະທີ 1 ທີ່ຫາກໍພິມເຜີຍອອກມາໃນວັນທີ 09 ຕຸລາຜ່ານມານີ້ ພົບວ່າ ຕ້ອງມີການແບ່ງປັນຂໍ້ມູນລະ ຫວ່າງສອງອົງການນີ້ຫຼາຍຂຶ້ນ.

ແຕ່ຢ່າງໃດກໍຕາມ ພວກນັກຊ່ຽວຊານທັງໃນເຂດລຸ່ມແມ່ນໍ້າຂອງ ແລະໃນສາກົນ ຍັງເຫັນວ່າ ການເຮັດເຊັ່ນນັ້ນ ແມ່ນດີ ແຕ່ຍັງບໍ່ພຽງພໍ ທີ່ຈະເຮັດໃຫ້ເກີດຜົນ ຢ່າງເປັນຮູບປະທໍາໄດ້ ດັ່ງທີ່ທ່ານນາງການິກາ ແກ້ວ, ຜູ້ຈັດການໂຄງການ ການມີສ່ວນຮ່ວມໃນແມ່ນໍ້າຂອງ, ຈາກອົງການອັອກຊແຟມ (Oxfam) ໃນກໍາປູເຈຍ ກ່າວວ່າ:

It has been engaged, but in the different level and also turn in the different result. At the moment we we believe that there need to be around map.”

“ມັນ​ມີ​ສ່ວນ​ຮ່ວມຢູ່​, ແຕ່​ວ່າຢູ່​ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ ​ແລະກໍໄດ້ຮັບຜົນ​ທີ່​ແຕກ​ຕ່າງ​ກັນ​. ໃນເວລານີ້, ພວກເຮົາເຊື່ອວ່າມັນຈໍາເປັນຕ້ອງມີການແຜນຊີ້ທາງ ທີ່ຈະນໍາໄປສູ່ຜົນສໍາເລັດ.”

ເຊັ່ນດຽວກັນ ດຣ. ອ່ຽນ ແບດ, ນັກນິເວດວິທະຍາທີ່ຄົນຄວ້າກ່ຽວກັບ ລະບົບ ນິເວດໃນແມ່ນໍ້າຂອງກໍເຫັນວ່າ ການແບ່ງປັນຂໍ້ມູນລະຫວ່າງຈີນກັບປະເທດ ລຸ່ມແມ່ນໍ້າຂອງມີທ່າອ່ຽງທີ່ດີຂຶ້ນ ແຕ່ມັນກໍຍັງບໍ່ພຽງພໍທີ່ຈະຊ່ວຍຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງເປັນຮູບປະທໍາເທື່ອ ຊຶ່ງທ່ານຊີ້ແຈງວ່າ:

“ແຕ່ວ່າ ມັນກະຍັງບໍ່ພຽງພໍໜະ ດຽວນີ້ໜະ ລະກະ ການຈັດການຍັງບໍ່ທັນໄດ້ມີ ແຜນຮ່ວມກັນ ເພາະວ່າ ແຕ່ລະປະເທດໜີ້ ຍັງເປັນຫ່ວງສິດຂອງເຂົາເຈົ້າເອງ ແລະກໍຍັງບໍ່ທັນໄດ້ເຫັນພາກສ່ວນທີ່ວ່າເປັນຜົນປະໂຫຍດຮ່ວມກັນ ເພາະວ່າ ຖ້າແຕ່ລະປະເທດຄຶດແຕ່ໃຜ ຄຶດແຕ່ມັນໜີ້ໜະ ມັນກະຊິຕາຍໝົດ 6 ປະເທດ ທີ່ຢູ່ ໃນອ່າງໜີ້ເນາະ ເພາະວ່າ ມັນກໍຕ້ອງມີການເບິ່ງນໍາກັນເນາະ ອັນໃດມັນດີ ອັນ ໃດມັນບໍ່ດີ, ອັນໃດມັນຊິມີຜົນກະທົບຫລາຍ, ອັນໃດມັນຊິມີຜົນກະທົບໜ້ອຍ ອັນນີ້ ມັນກະຕ້ອງມີການວາງແຜນນໍາກັນ, ເຫັນໃຈນໍາກັນ, ເຫັນໃຈປະຊາຊົນທີ່ວ່າ ຫາກິນ ບໍ່ວ່າຢູ່ປະເທດໃດເນາະ.”

ທ່ານບອກອີກວ່າ ການສະໜອງກົນໄກໃຫ້ປະຊາຊົນໃນທ້ອງຖິ່ນສາມາດຍົກບັນຫາຂອງເຂົາເຈົ້າຂຶ້ນມາໃຫ້ຫລາຍພາກສ່ວນເຂົ້າໃຈນໍານັ້ນແມ່ນສໍາຄັນຫລາຍ ດັ່ງທີ່ທ່ານອະທິບາຍວ່າ:

“ໂຕນີ້ສໍາຄັນທີ່ສຸດເພາະວ່າເລື້ອງນຶ່ງທີ່ສໍາຄັນຄື ຫລາຍຄົນປະຊາຊົນຫາກິນທໍາ ມະດາເນາະ ຕາມບ້ານເນາະ ເຂົາເຈົ້າກະບໍ່ຄ່ອຍຍົກຫາງສຽງເນາະ ບໍ່ມີໃຜໄດ້ຍິນ ເຂົາເຈົ້າ ໂດຍສະເພາະເຂົາເຈົ້າບໍ່ໄດ້ຢູ່ໃນຂອບເຂດຂອງໂຄງການເຂື່ອນເນາະ ເຂົາເຈົ້າໄດ້ຮັບຜົນເສຍຫາຍ ຜົນກະທົບກະມີຢູ່ ແຕ່ເຂົາເຈົ້າກະບໍ່ໄດ້ມີໂອກາດ ມາ ປະ ກອບສ່ວນ ກະບໍ່ມີໂອກາດໃຫ້ຄົນເຂົ້າໃຈກ່ຽວກັບບັນຫາທີ່ເກີດກັບເຂົາເຈົ້າ.”

ສະນັ້ນ ບັນດານັກຊ່ຽວຊານຈຶ່ງສະຫລຸບວ່າ ຄວນມີການສ້າງຕັ້ງຄະນະກໍາມາທິການຮ່ວມລະຫວ່າງຊຸມຊົນແມ່ ນໍ້າຂອງດັ່ງທີ່ໄດ້ສະເໜີຢູ່ໃນບົດລາຍງານ ກອງປະຊຸມໂອ້ລົມສົນທະນາດ້ານນະໂຍບາຍທີ່ຈັດຂຶ້ນຢູ່ຈັງຫວັດຊຽງຣາຍ ທີ່ມີຜູ້ຕາງໜ້າຈາກສະຖາບັນຕ່າງໆ ຂອງປະເທດໃນເຂດລຸ່ມແມ່ນໍ້າຂອງ, ອົງການຈັດຕັ້ງສາກົນ ແລະຜູ້ຕາງໜ້າຊຸມຊົນທ້ອງຖິ່ນ.

XS
SM
MD
LG