Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ສະຫະລັດ ປະເຊີນກັບວິກິດການຂາດແຄນນາຍຄູ ຍ້ອນບັນດານາຍຄູປະເຊີນກັບຄວາມກົດດັນ ແລະ ການສິດສອນທີ່ນອກເໜືອຈາກວິຊາຮຽນ


ນັກຮຽນຕອບຄຳຖາມໃນຂະນະທີ່ເຂົາເຈົ້າອ່ານປື້ມກັບນາຍຄູຊັ້ນປໍ 3 ທ່ານນາງ ລານີກາ ກິລເບີດ-ແຈັກສັນ, ຂວາ, ຢູ່ໂຮງຮຽນປະຖົມ ບອຍດ໌ ໃນນະຄອນ ແອັດແລນຕ້າ, ລັດຈໍເຈຍ, 15 ທັນວາ 2022.
ນັກຮຽນຕອບຄຳຖາມໃນຂະນະທີ່ເຂົາເຈົ້າອ່ານປື້ມກັບນາຍຄູຊັ້ນປໍ 3 ທ່ານນາງ ລານີກາ ກິລເບີດ-ແຈັກສັນ, ຂວາ, ຢູ່ໂຮງຮຽນປະຖົມ ບອຍດ໌ ໃນນະຄອນ ແອັດແລນຕ້າ, ລັດຈໍເຈຍ, 15 ທັນວາ 2022.

ສະຫະລັດ ກຳລັງປະເຊີນກັບວິກິດການຂາດແຄນນາຍຄູທົ່ວປະເທດ, ເຊິ່ງມີຜົນເນື່ອງມາຈາກຄວາມອິດເມື່ອຍ ແລະ ຄວາມກົດດັນອື່ນໆໃນສັງຄົມ. ບັນຫາດັ່ງກ່າວເບິ່ງຄືວ່າຈະແກ່ຍາວໄປອີກດົນ. ພຸດທະສອນ ມີລາຍງານນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ຜູ້ໃຫ້ການສຶກສາ ຫຼື ນາຍຄູ ເປັນຜູ້ທີ່ມີຄວາມສຳຄັນທີ່ສຸດຕໍ່ສັງຄົມຂອງພວກເຮົາ. ເດັກນ້ອຍໃນປັດຈຸບັນນີ້ຈະເປັນຜູ້ນຳຂອງມື້ນອື່ນ, ແລະ ບັນດານາຍຄູແມ່ນຜູ້ທີ່ມີບົດບາດສຳຄັນທີ່ສຸດທີ່ຈະເຮັດໃຫ້ລູກຫຼານຂອງພວກເຮົາມີຄວາມພ້ອມສຳລັບອະນາຄົດ.

ການເປັນນາຍຄູແມ່ນມີຄວາມຫຍຸ້ງຍາກ ແລະ ກົດດັນຕ່າງກັນ, ເຊິ່ງມີລະດັບປະຖົມ, ມັດທະຍົມ ແລະ ມະຫາວິທະຍາໄລ. ການເປັນນາຍຄູຊັ້ນປະຖົມອາດຈະມີວຽກຫຼາຍກວ່າ ແລະ ກົດດັນກວ່າລະດັບການສຶກສາອື່ນໆເພາະວ່າເຂົາເຈົ້າຕ້ອງໄດ້ສອນວິຊາເລກ, ພາສາອັງກິດ, ສັງຄົມ, ວິທະຍາສາດ ແລະ ອື່ນໆ, ເຊິ່ງເຂົາເຈົ້າຕ້ອງໄດ້ກະກຽມສຳລັບການສອນແຕ່ລະມື້.

ປັດຈຸບັນນີ້ ສະຫະລັດ ໄດ້ປະເຊີນກັບການຂາດແຄນບັນດາຄູສອນໃນຂັ້ນທີ່ຮຸນແຮງ. ນາຍຄູໃໝ່ໃນ ສະຫະລັດ ແມ່ນບໍ່ມີຄວາມພ້ອມທີ່ຈະຮັບມືກັບບັນຫາໄດ້ພໍ, ເຊິ່ງນອກຈາກຈະສອນໜັງສືແລ້ວ ເຂົາເຈົ້າຍັງຕ້ອງໄດ້ຮັບມືກັບບັນຫາໃນສັງຄົມ ທີ່ບັນດານາຍຄູຕ້ອງໄດ້ສອນລູກສິດຂອງເຂົາເຈົ້າ.

ທ່ານນາງ ພວງເພັດ ພະຍາໄຊ ເລ ແມ່ນຄົນອາເມຣິກັນເຊື້ອສາຍລາວ, ເປັນນາຍຄູສອນຊັ້ນປໍສອງຢູ່ໂຮງຮຽນປະຖົມ ໂຣແວລ ໃນເມືອງເຟຣສໂນ ລັດຄາລິຟໍເນຍ, ລາວໄດ້ກ່າວ ກ່ຽວກັບ ບັນຫາການຂາດແຄນຄູວ່າ “ໂຮງ ຮຽນຢູ່ຂົງເຂດ ໃນເມືອງມີບັນຫາຫຼາຍຢູ່ເພາະວ່າມັນເປັນລະບົບທີ່ໃຫຍ່. ເປັນນາຍຄູດຽວນີ້ຕ້ອງມີຄວາມຕ້ອງ ການຫຼາຍທີ່ສຸດ ຫຼາຍກວ່າແຕ່ກ່ອນ ເພາະວ່າເດັກນ້ອຍດຽວນີ້ເຂົາເຈົ້າມີຄວາມຕ້ອງການຫຼາຍ. ບໍ່ແມ່ນຄວາມຕ້ອງການທີ່ຈະຮຽນໜັງສືເທົ່ານັ້ນ ແຕ່ມີຄວາມຕ້ອງການທາງດ້ານສັງຄົມ ແລະ ຄວາມຮູ້ສຶກຢ່າງຫຼວງຫຼາຍ. ນັກ ຮຽນມາກະມີບັນຫາຫຼາຍ, ມີບັນຫາຫຼາຍຢູ່ບ້ານ, ມີບັນຫາຫຼາຍຢ່າງໃນການຕັ້ງໃຈ, ໃນການເຂົ້າກັບຄົນອື່ນໆ ສະເພາະມັນຈະມີຄວາມກົດດັນຫຼາຍຕໍ່ນາຍຄູໃໝ່ ເພາະວ່າເຂົາເຈົ້າບໍ່ມີເທື່ອ.”

ໂຣກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ບັນດານາຍຄູ ແລະ ນັກຮຽນໃນດ້ານການປະພຶດ, ການເຂົ້າຫ້ອງຮຽນ, ສຸຂະພາບຈິດ ແລະ ອື່ນໆ, ເຊິ່ງໂຮງຮຽນລັດແມ່ນຖືກກະທົບຫຼາຍທີ່ສຸດ, ອີງຕາມຂໍ້ມູນຂອງສະຖາບັນວິທະຍາສາດການສຶກສາ.

ສະມາຄົມການສຶກສາແຫ່ງຊາດລາຍງາຍວ່າ ນາຍຄູຂອງເຂົາເຈົ້າຫຼາຍກວ່າເຄິ່ງນຶ່ງໄດ້ກ່າວວ່າ ເຂົາເຈົ້າມີຄວາມເປັນໄປໄດ້ສູງທີ່ຈະລາອອກ ຫຼື ອອກບຳນານຍ້ອນຄວາມກົດດັນຈາກວຽກງານ.

ສຳລັບວິທີແກ້ໄຂບັນຫານີ້ທ່ານນາງ ພວງເພັດ ກ່າວວ່າ: “ພໍ່ແມ່ນັກຮຽນ, ສະມາຊິກຂອງຊຸມຊົນຕ້ອງເຮັດວຽກຮ່ວມກັນຢ່າງຖືກຕ້ອງ. ຍອມຮັບບັນຫາວ່າ ອັນນີ້ແມ່ນບັນຫາ ຕ້ອງຊ່ອຍກັນ. ສະນັ້ນນາຍຄູທີ່ເຂົ້າມາ ເຂົາເຈົ້າຈຶ່ງໄດ້ເພັ່ງເລັງໃສ່ການສອນໃນດ້ານການສຶກສາເປັນສ່ວນໃຫຍ່ ແລະ ຄວາມຮູ້ສຶກທາງສັງຄົມໜ້ອຍລົງ ດັ່ງນັ້ນມັນຈຶ່ງເປັນຄວາມຮັບຜິດຊອບຂອງຄອບຄົວ ແລະ ຊຸມຊົນຫຼາຍກວ່າ ຫຼື ມີການພົວພັນເຮັດວຽກກັບນັກຮຽນ ແລະ ພໍ່ແມ່ ເຊິ່ງຂ້າພະເຈົ້າຄິດວ່ານັ້ນຈະເປັນວິທີນຶ່ງທີ່ຈະຊ່ວຍນາຍຄູທີ່ຍັງໜຸ່ມ ແລະ ມີຄູສ່ວນຕົວ ຫຼື ນາຍຄູຜູ້ທີ່ມີປະສົບການສູງໃຫ້ຄຳປຶກສາເຂົາເຈົ້າ. ຂ້າພະເຂົ້າຄິດວ່າມັນຈະຊ່ວຍໄດ້ຫຼາຍກວ່າ.”

ບັນຫາຄວາມຮຸນແຮງ ແລະ ການຍິງສັງຫານໝູ່ຢູ່ໂຮງຮຽນກໍຍັງໄດ້ສ້າງຄວາມເປັນຫ່ວງຕໍ່ບັນດານາຍຄູ່, ເຮັດໃຫ້ເຂົາເຈົ້າລາອອກຈາກວຽກ, ເຊິ່ງການຍິງສັງຫານໝູ່ຄັ້ງຫຼ້າສຸດແມ່ນໄດ້ເກີດຂຶ້ນຢູ່ໂຮງຮຽນປະຖົມ ຣອບ, ເມືອງ ຢູວາລເດ ໃນລັດເທັກຊັສເມື່ອປີ 2022.

ໄດ້ມີການປະກາດຮັບສະໝັກວຽກນາຍຄູຫຼາຍກວ່າຜູ້ທີ່ຖືກຈ້າງໃໝ່ເຖິງສອງເທົ່າໃນເດືອນມີນາທີ່ຜ່ານມາ, ອີງຕາມຫ້ອງການສະຖິຕິແຮງງານ.

XS
SM
MD
LG