Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ກອງກຳລັງຂອງສະຫະລັດ ໂຈມຕີລະບົບລູກສອນໄຟ ຊອງກຸ່ມຮູຕີ ໃນປະເທດເຢເມນ


ແຟ້ມພາບ- ຜູ້ສະໜັບສະໜູນກຸ່ມຮູຕີ ຄົນນຶ່ງ ທຳທ່າຖືລູກສອນໄຟ ແບບເຢາະເຢີ້ຍ ໃນລະຫວ່າງການປະທ້ວງ ທີ່ເປັນຂີດໝາຍ ຂອງວັນແຫ່ງເຈຣູຊາແລັມ ໃນການສະໜັບສະໜຸນຊາວປາແລັສໄຕນ໌, ຢູ່ນະຄອນຫຼວງ ຊານາອາ, ເຢເມນ, ວັນທີ 5 ເມສາ 2024.
ແຟ້ມພາບ- ຜູ້ສະໜັບສະໜູນກຸ່ມຮູຕີ ຄົນນຶ່ງ ທຳທ່າຖືລູກສອນໄຟ ແບບເຢາະເຢີ້ຍ ໃນລະຫວ່າງການປະທ້ວງ ທີ່ເປັນຂີດໝາຍ ຂອງວັນແຫ່ງເຈຣູຊາແລັມ ໃນການສະໜັບສະໜຸນຊາວປາແລັສໄຕນ໌, ຢູ່ນະຄອນຫຼວງ ຊານາອາ, ເຢເມນ, ວັນທີ 5 ເມສາ 2024.

ກອງທັບສະຫະລັດ ໄດ້ກ່າວໃນຕອນແລງວັນຈັນວານນີ້ວ່າ ຕົນໄດ້ທຳລາຍ ລະບົບລູກສອນໄຟຂອງກຸ່ມຮູຕີ ໃນປະເທດເຢເມນ ແລະ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ຖືກສົ່ງອອກ​ມາໂດຍພວກຫົວຮຸນແຮງຢູ່ເໜຶອທະເລແດງ.

ສູນບັນຊາການໃນພາກຕາເວັນອອກກາງຂອງສະຫະລັດ ຫຼື CENTCOM ໄດ້ກ່າວວ່າ ການໂຈມຕີຄັ້ງທຳອິດຖືກລູກສອນໄຟຂອງກຸ່ມຮູຕີທີ່ກຳລັງກຽມພ້ອມ ຈະສົ່ງຂຶ້ນ ພ້ອມດ້ວຍສະຖານີຄວບຄຸມທາງພາກພື້ນດິນ.

ບໍ່ໄດ້ມີລາຍງານເຖິງຜູ້ໃດໄດ້ຮັບບາດເຈັບ ຫຼື ການເສຍຫາຍໃດໆຕໍ່ກຳປັ່ນຢູ່ໃນ ຂົງເຂດ.

CENTCOM ຍັງໄດ້ກ່າວວ່າ ລູກສອນໄຟຂີປະນາວຸດຕໍ່ຕ້ານກຳປັ່ນ ໄດ້ຍິງ ອອກໃນວັນອາທິດຜ່ານມານີ້ໄປໃນທິດທາງກຳປັ່ນບັນທຸກສິນຄ້າຊື່ວ່າ M/V Island, ຕິດທຸງຊາດ Marshall Islands, ທີ່ ອັງກິດ ເປັນເຈົ້າຂອງ, ແລະ ດຳເນີນງານໂດຍອີຕາລີ ຂະນະທີ່ກຳປັ່ນລຳນີ້ ໄດ້ຖືກຕິດຕາມໄປໂດຍກຳປັ່ນ ຂອງກຸ່ມພັນທະມິດ ໃນອ່າວອາເດນ.

ບໍ່ມີລາຍງານຂອງຜູ້ໄດ້ຮັບບາດເຈັບໃດໆ ຫຼື ການເສຍຫາຍ ໃນເຫດການ ດັ່ງກ່າວນັ້ນ.

ອົງການປະຕິບັດການດ້ານການຄ້າທາງທະເລຂອງສະຫະຣາຊະອານາຈັກອັງກິດ ໄດ້ກ່າວວ່າຕົນໄດ້ຮັບລາຍງານໃນວັນອາທິດວານນີ້ ກ່ຽວ​ກັບ ລູກສອນໄຟທີ່ໄດ້ ຕົກລົງໃນນ່ານນ້ຳໃກ້ກັບກຳປັ່ນລຳນຶ່ງໃນບໍລິເວນດຽວກັນນັ້ນ.

ພວກກູ່ມຮູຕີ ໄດ້ເລີ້ມການໂຈມຕີຫຼາຍຮອບທີ່ແນ​ເປົ້າໃສ່ກຳປັ່ນໃນທະເລແດ​ງ ແລະອ່າວອາເດນ ໃນຄວາມພະຍາຍາມທີ່ພວກເຂົາກ່າວວ່າ ເປັນຄວາມສາມັກຄີ ກັບຊາວປາແລັສໄຕນ໌ ທ່າມກາງສົງຄາມລະຫວ່າງອິສຣາແອລແລະຮາມາສ ໃນແຫຼມກາຊາ.

ການໂຈມຕີດັ່ງກ່າວ ໄດ້ກົດດັນບັນດາບໍລິສັດການຂົນ​ສົ່ງພານິດ ໃຫ້ປ່ຽນເສັ້ນ ທາງ ເພື່ອຫຼີກ​ລ່ຽງ​ພາກ​ພື້ນ​ນັ້ນ ແລະ ໃຊ້​ເສັ້ນ​ທາງ​ທີ່​ຍາວກວ່າ, ເສັ້ນ​ທາງ​ທີ່​ແພງກວ່າ​ໃນ​ການ​ເດີນ​ທາງອ້ອມ ອາ​ຟ​ຣິ​ກາ.

The U.S. military said late Monday it destroyed a Houthi missile system in Yemen and an aerial drone launched by the militants over the Red Sea.

U.S. Central Command (CENTCOM) said the first strike hit two Houthi missiles that were ready to launch, as well as a ground control station.

No injuries or damage to ships in the region were reported.

CENTCOM also said an anti-ship ballistic missile was launched Sunday in the direction of the Marshall Islands-flagged, U.K. owned, Italian operated cargo ship M/V Hope Island as it was being escorted by a coalition ship in the Gulf of Aden.

No injuries or damage were reported with that incident.

The United Kingdom Maritime Trade Operations agency said it received a report Sunday of a missile landing in the water close to a vessel in the same area.

The Houthis have launched numerous attacks targeting vessels in the Red Sea and Gulf of Aden in a campaign they say is in solidarity with Palestinians amid the Israeli-Hamas war in the Gaza Strip.

The attacks have forced many commercial shipping companies to alter routes to avoid the region and take the longer, more expensive route of going around Africa.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG