Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ທ່ານ ໄບເດັນ ຈັດການຕ້ອນຮັບ ທ່ານ ກິຊິດະ ໃນການຢ້ຽມຢາມສະຫະລັດຢ່າງເປັນທາງການ ພ້ອມທັງຜັກດັນສາຍພົວພັນດ້ານຄວາມໝັ້ນຄົງກັບ ຍີ່ປຸ່ນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ຍ່າງໃນລະບຽງຂອງທໍານຽບຂາວ ລຸນຫຼັງພິທີການຕ້ອນຮັບຢ່າງເປັນທາງການ, ວັນທີ 10 ເມສາ 2024.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ຍ່າງໃນລະບຽງຂອງທໍານຽບຂາວ ລຸນຫຼັງພິທີການຕ້ອນຮັບຢ່າງເປັນທາງການ, ວັນທີ 10 ເມສາ 2024.

ຈາກຕົ້ນໝາກເຊີຣີ ໄປສູ່ການປ້ອງກັນຮ່ວມກັນ, ສະຫະລັດ ແລະ ຍີ່ປຸ່ນ ໄດ້ສະຫຼອງການເປັນພັນທະມິດທີ່ຍາວຫຼາຍ​ທົດ​ສະ​ວັດຂອງພວກເຂົາເຈົ້າໃນວັນ ພຸດວານນີ້, ໃນຂະນະທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈັດການ ຕ້ອນຮັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ຢູ່ທີ່ທຳນຽບຂາວ ສໍາລັບການຢ້ຽມຢາມຢ່າງເປັນທາງການ ແລະງານລ້ຽງອາຫານຄ່ຳຂອງລັດຖະ ບານ.

ຜູ້ນຳທັງສອງ ໄດ້ປະກາດຂໍ້ລິເລີ້ມໃໝ່ກ່ຽວກັບເທັກໂນໂລຈີ ແລະດ້ານຄວາມ ໝັ້ນຄົງ, ລວມທັງການຍົກລະດັບການຈັດການບັນຊາ ແລະຄວບຄຸມຂອງພັນ ທະມິດ ສຳລັບກອງກຳລັງຂອງສະຫະລັດ ແລະ ຍີ່ປຸ່ນ, ການລົງທຶນ ແລະການ ຮ່ວມມືອັນໃໝ່ໃນດ້ານອະວະກາດ, ປັນຍາປະດິດ, ໜ່ວຍ​ພະ​ລັງ​ງານ ຄວານ​ທຳ (quantum), ເຊມີຄອນດັກເຕີ້ (semiconductors) ແລະດ້ານພະລັງງານ ສະອາດ.

ປະທານາທິບໍດີ ໂຈ ໄບເດັນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ພາກັນຟັງເພງຊາດ ໃນລະຫວ່າງພິທີການຕ້ອນຮັບຢ່າງເປັນທາງການ ຢູ່ບໍລິເວນສວນກໍ້າໃຕ້ຂອງທໍານຽບຂາວ, ວັນທີ 10 ເມສາ 2024.
ປະທານາທິບໍດີ ໂຈ ໄບເດັນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ພາກັນຟັງເພງຊາດ ໃນລະຫວ່າງພິທີການຕ້ອນຮັບຢ່າງເປັນທາງການ ຢູ່ບໍລິເວນສວນກໍ້າໃຕ້ຂອງທໍານຽບຂາວ, ວັນທີ 10 ເມສາ 2024.

ແຕ່ເປົ້າໝາຍອັນສໍາຄັນທີ່​ສຸດ​ ແມ່ນ​ສຸມໃສ່ການ​ປ້ອງ​ກັນ​ທາງທະຫານ ​ເພື່ອ​ເພີ້ມ​ທະວີ​ການ​ຮ່ວມ​ມື​ທາງ​ທະ​ເລ​ຢູ່ໃນຂົງເຂດ​ທະ​ເລ​ຈີນ​ໃຕ້, ​ເຊັ່ນດຽວກັບ​ການ​ປ້ອງ​ກັນທາງ​ອາກາດ.

ທ່ານ ໄບເດັນ ກ່າວວ່າ “ເປັນຄັ້ງທຳອິດ, ທີ່ ຍີ່ປຸ່ນ, ສະຫະລັດ ແລະ ອອສເຕຣເລຍ ຈະພາກັນສ້າງລະບົບເຄືອຂ່າຍກ່ຽວກັບລູກສອນໄຟທາງອາກາດ ແລະໂຄງສ້າງກ່ຽວກັບການປ້ອງກັນ.”

​ຜູ້ນຳ​ທັງສອງ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສໍາລັບການສະໜອງ​ຍານ​ສຳຫຼວດ​ ເພື່ອ ສະໜັບ​ສະໜຸນນັກ​ບິນ​ອາ​ວະ​ກາດ​ທີ່ກໍາລັງ​ປະຕິບັດງານ​ກ່ຽວກັບ​ດວງ​ຈັນໃຫ້ແກ່ ຍີ່ປຸ່ນ. ສະຫະລັດ ​ຈະ​ຈັດ​ສັນໂອກາດໃຫ້ແກ່ ຍີປຸ່ນ ໃນການສົ່ງ​ນັກ​ບິນ​ນັກ​ບິນ​ອະ​ວະ​ກາດ​ສອງ​ຄົນ​ຂຶ້ນ​ສູ່ພື້ນ​ດວງ​ຈັນ​ ສໍາລັບພາລະກິດຂອງ​ອາ​ທີ​ມິ​ສໃນ ອະນາຄົດ.

ທ່ານ ໄບເດັນ ກ່າວວ່າ ນຶ່ງໃນນັກບິນອະວະກາດຊາວຍີ່ປຸ່ນເຫຼົ່ານັ້ນ “ຈະກາຍ ມາເປັນຄົນທຳອິດທີ່ບໍ່ແມ່ນຄົນສັນຊາດອາເມຣິກັນ ທີ່ໄດ້ລົງຈອດຢູ່ເທິງດວງ ຈັນ.”

ທ່ານ ໄບເດັນ ຮ້ອງ ທ່ານ ກິຊິດະ ວ່າ "ເປັນຜູ້ນໍາທີ່ມີວິໄສທັດ ແລະກ້າຫານ" ສໍາລັບຂັ້ນຕອນທີ່ທ່ານໄດ້ປະຕິບັດ ເພື່ອສະຫນັບສະຫນຸນຢູເຄຣນ ໃນການຕໍ່ ສູ້ຕ້ານການຮຸກຮານຂອງ ຣັດເຊຍ. ທ່ານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຜັກດັນຂອງ ​ທ່ານ ກິຊິດະ ​ເພື່ອຊຸກຍູ້​ຄວາມ​ອາດສາມາດ​ດ້ານຄວາມໝັ້ນຄົງ​ຂອງ​ຍີ່ປຸ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG