Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ສະຫະລັດ ຕອບໂຕ້ຕໍ່ການປະທ້ວງຂອງ ຣັດເຊຍ ກ່ຽວກັບການລົງໂທດຂອງ ເກົາຫຼີໃຕ້


ແຟ້ມຮູບ-ໃນແຟ້ມຮູບທີ່ຖ່າຍໃນວັນທີ 11 ເມສາ 2019, ບັນດານັກທ່ອງທ່ຽວ ພາກັນເບິ່ງຝ່ານເໜືອ ຈາກສາລາ ອິມຈິນກາກ (Imjingak) ໃນເມືອງ ປາຈູ (Paju), ເກົາຫຼີໃຕ້.
ແຟ້ມຮູບ-ໃນແຟ້ມຮູບທີ່ຖ່າຍໃນວັນທີ 11 ເມສາ 2019, ບັນດານັກທ່ອງທ່ຽວ ພາກັນເບິ່ງຝ່ານເໜືອ ຈາກສາລາ ອິມຈິນກາກ (Imjingak) ໃນເມືອງ ປາຈູ (Paju), ເກົາຫຼີໃຕ້.

ສະຫະລັດ ກໍາລັງສະແດງຄວາມຍິນດີກັບການລົງໂທດຂອງເກົາຫຼີໃຕ້ ຕໍ່ກຳປັ່ນຂອງຣັດເຊຍຫຼາຍລຳ ທີ່ສົງໄສວ່າ ກໍາລັງຂົນສົ່ງອາວຸດຈາກເກົາຫຼີເຫນືອ, ເຖິງແມ່ນຈະມີການປະທ້ວງຂອງຣັດເຊຍກໍຕາມ.

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ກ່າວວ່າ “ພວກ​ເຮົາ​ຊົມ​ເຊີຍຕໍ່​ການ​ປະຕິບັດງານໃນປັດຈຸບັນຂອງສາທາລະນະລັດ​ເກົາຫຼີ ຫຼື ROK ​ເພື່ອ​ຂັດຂວາງ ​ແລະ ​ເປີດ​ເຜີຍ​ການ​ໂອນ​ອາວຸດ​ລະຫວ່າງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ​ເກົາຫຼີ ຫຼື DPRK ​ແລະ ຣັດ​ເຊຍ, ​ເຊິ່ງລວມມີ​ການ​ລົງ​ໂທດກຳປັ່ນ 2 ລຳ ຂອງ ຣັດເຊຍ ທີ່​ກ່ຽວຂ້ອງກັບ​ການ​ນໍາສົ່ງ​ອາວຸດໄປ​ໃຫ້​ຣັດ​ເຊຍ.

ທ່ານໂຄສົກ ກ່າວຜ່ານທາງອີເມລ ທີ່ສົ່ງໃຫ້ VOA ພາກພາສາເກົາຫຼີ ໃນສຸກແລ້ວນີ້ວ່າ "ມັນເປັນສິ່ງສໍາຄັນສໍາລັບປະຊາຄົມສາກົນ ທີ່ຈະສົ່ງຂໍ້ຄວາມທີ່ເຂັ້ມແຂງ ແລະສາມັກຄີກັນ ວ່າ ສປປ ເກົາຫລີ ຕ້ອງຍຸຕິການປະພຶດທີ່ບໍ່ມີຄວາມຮັບຜິດຊອບຂອງຕົນ, ປະຕິບັດຕາມພັນທະຂອງຕົນ ພາຍໃຕ້ມະຕິສະພາຄວາມຫມັ້ນຄົງສະຫະປະຊາຊາດ, ພ້ອມທັງດໍາເນີນການພົວພັນດ້ານການທູດຢ່າງຈິງຈັງ ແລະ ຍືນຍົງ."

ສາທາລະນະລັດ​ເກົາຫຼີ ຫຼື ເກົາຫຼີໃຕ້, ໃນວັນທີ 2 ເມສາ ທີ່ຜ່ານມາ ໄດ້ທໍາການ​ລົງ​ໂທດ​ກຳປັ່ນ 2 ​ລຳ​ຂອງ​ຣັດ​ເຊຍ​ ທີ່​ມີສ່ວນພົວພັນໃນການຂົນສົ່ງລຳລຽງອຸປະກອນສໍາລັບທາງ​ການ​ທະຫານ​ຈາກ​ ສປປ ​ເກົາຫຼີ ​ໄປ​ຍັງປະເທດຣັດ​ເຊຍ.

ຢູ່ທີ່ກອງປະຊຸມຖະແຫຼງຂ່າວ ໃນມື້ຕໍ່ມາ, ໂຄສົກກະຊວງການຕ່າງປະເທດຂອງຣັດເຊຍ ທ່ານນາງ ມາເຣຍ ຊາຄາໂຣວາ (Maria Zakharova) ໄດ້ຮ້ອງການດໍາເນີນງານຂອງລັດຖະບານໂຊລ ວ່າ “ບາດກ້າວທີ່ບໍ່ເປັນມິດ” ທີ່ພຽງແຕ່ຈະ “ນໍາໄປສູ່ການເພີ້ມຄວາມເຄັ່ງຕຶງຂຶ້ນ” ແລະ “ຈະສົ່ງຜົນຕໍ່ການພົວພັນຂອງ ເກົາຫຼີໃຕ້-ຣັດເຊຍໄປໃນທິດທາງລົບເທົ່ານັ້ນ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG