Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ສະຫະລັດ ສະແຫວງຫາການພົວພັນກັບ ເກົາຫຼີເໜືອ ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ


ຈໍໂທລະພາບສະແດງໃຫ້ເຫັນ ທ່່ານກິມ ຈອງ ອຶນ ຂອງເກົາຫຼີເໜືອ ໃນລາຍການຂ່າວ ໃນ ໂຊລ, ເກົາຫຼີໃຕ້,​ 16 ມັງກອນ 2024. ທ່ານ ກິມ ໄດ້ຄວບຄຸມການຊ້ອມຂອງເຄື່ອງຍິງຈະຫຼວດດ້ວຍລູກປືນແທ້ທີ່ມີ ''ຂະໜາດໃຫຍ່ເປັນພິເສດ'' ຫຼາຍລູກ ທີ່ອອກແບບມາເພື່ອກຳນົດເປົ້າໝາຍໃສ່ ຫຼວງໂຊລ, ສື່ມວນຊົນລັດ ກ່າວໃນວັນທີ 19 ມີນາ 2024.
ຈໍໂທລະພາບສະແດງໃຫ້ເຫັນ ທ່່ານກິມ ຈອງ ອຶນ ຂອງເກົາຫຼີເໜືອ ໃນລາຍການຂ່າວ ໃນ ໂຊລ, ເກົາຫຼີໃຕ້,​ 16 ມັງກອນ 2024. ທ່ານ ກິມ ໄດ້ຄວບຄຸມການຊ້ອມຂອງເຄື່ອງຍິງຈະຫຼວດດ້ວຍລູກປືນແທ້ທີ່ມີ ''ຂະໜາດໃຫຍ່ເປັນພິເສດ'' ຫຼາຍລູກ ທີ່ອອກແບບມາເພື່ອກຳນົດເປົ້າໝາຍໃສ່ ຫຼວງໂຊລ, ສື່ມວນຊົນລັດ ກ່າວໃນວັນທີ 19 ມີນາ 2024.

ລັດ​ຖະ​ບານທ່ານ ໄບເດັນ ໄດ້ພະຍາຍາມຜັກດັນດ້ານການທູດ ເພື່ອການເຈລະ ຈາກັບເກົາຫຼີເໜືອ ດ້ວຍຂໍ້ສະເໜີທີ່ເປີດເຜີຍຢ່າງຈະແຈ້ງ ໃນການມີສ່ວນຮ່ວມ ຫຼາຍຂຶ້ນກວ່າຄັ້ງອື່ນໆ ນັບຕັ້ງແຕ່ເຂົ້າມາບໍລິຫານປະເທດ.

"ພວກເຮົາຕ້ອງການການເຈລະຈາ, ແລະ ມີຫຼາຍການປຶກສາຫາລືທີ່ມີປະ ໂຫຍດ" ທີ່ອາດເກີດຂຶ້ນກັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ, ຫຼື ສປປ ເກົາຫຼີ, ອີງ​ຕາມ​ການ​ກ່າວ​ຂອງທ່ານນາງ ຈຸງ ພາກ (Jung Pak), ເຈົ້າໜ້າທີ່ອາວຸໂສຂອງ ສະຫະລັດ ຮັບຜິດຊອບກ່ຽວກັບເກົາຫຼີເໜືອ.

ປະເດັນສຳລັບການປຶກສາຫາລືເຫຼົ່ານັ້ນອາດລວມເຖິງການລົງໂທດ, ການຮ່ວມ ມືດ້ານມະນຸດສະທຳ ແລະ ມາດຕະການສ້າງຄວາມເຊື່ອໝັ້ນ, ທ່ານ ນາງ ພາກ ກ່າວ​ໃນ​ງານ​ວັນ​ທີ 18 ມີນາ​ ເຊິ່ງຈັດຂຶ້ນໂດຍສູນ​ຍຸດ​ທະ​ສາດ ​ແລະ​ການ​ສຶກສາ​ລະຫວ່າງປະເທດ ຫຼື CSIS ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ, ສະຫະລັດ ຕ້ອງການ​ໃຫ້​ ເກົາຫຼີ​ເໜືອ​ ດຳ​ເນີນ​ມາດ​ຕະ ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ເພື່ອ​ຫຼີກ​ເວັ້ນການ​ຄິດ​ໄລ່​ທີ່​ຜິດພາດ​ ແລະ​ການ​ເພີ່ມ​ຄວາມ​ຮຸນ​ແຮງ​ໂດຍ​ບໍ່​ຕັ້ງ​ໃຈ. ນອກຈາກນີ້, ສະຫະລັດ​ ຍັງຕ້ອງການ​ໃຫ້ ​ພຽງ​ຢາງ ​ດຳ​ເນີນ​ບາດກ້າວ​ຊົ່ວຄາວ​ເພື່ອ​ກ້າວໄປສູ່ການປອດອາວຸດນິວເຄລຍ, ທ່ານນາງ ພາກ ​ໄດ້​ອະທິບາຍ​ໃນ​ອີກງານນຶ່ງທີ່​ຈັດ​ຂຶ້ນ​ໂດຍມູນນິທິ ຄາເນກີ ເພື່ອສັນຕິພາບສາກົນ (Carnegie Endowment for International Peace) ​ໃນ​ວັນ​ທີ 5 ມີນາ.

ທ່ານ ໂຈເຊບ ເດທຣານີ (Joseph DeTrani), ຜູ້​ທີ່​ດຳລົງ​ຕຳ​ແໜ່​ງ​ເປັນ​ທູດ​ພິ​ເສດ​ໃນ​ການ​ເຈລະຈາ​ປອດ​ນິວ​ເຄລຍ 6 ຝ່າຍ ກັບ​ເກົາຫຼີ​ເໜືອ​ ແຕ່​ປີ 2003 ຫາ​ປີ 2006 ​ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ທ່ານ ຈອຣ໌​ຈ ດັບ​ເບີນ​ຢູ ບຸ​ສ (George W. Bush) ກ່າວ​ຕໍ່​ວີ​ໂອ​ເອຜ່ານ​ທາງ​ອີ​ເມ​ວ​ໃນ​ວັນ​ສຸກທີ່ຜ່ານມາວ່າ ລັດຖະບານ​ທ່ານ ໄບເດັນ ກຳລັງ​ໃຊ້​ວິທີ​ການ​ນີ້ໃນຕອນນີ້ ເຊິ່ງຂັດກັບວິທີການ ກ່ອນໜ້ານີ້ ​ເນື່ອງ​ຈາກ​ວ່າ “ຄວາມ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາຫຼີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ ຈະຕ້ອງພະຍາຍາມ​ທຸກວິທີທາງເພື່ອ​ຢຸດຕິການຂະ​ຫຍາຍ​ຄວາມ​ຮຸນ​ແຮງນີ້ ແລະ ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG