Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ບໍ​ລິ​ສັດ​ຜະ​ລິດ​ລົດ VinFast ຂອງ ຫວຽດ​ນາມ ຈະ​ເລີ່ມ​ຂາຍ​ລົດ​ໄຟ​ຟ້າ​ໃນ​ປະ​ເທດ ໄທ


ທ່ານ​ນາງ ວູ ດາງ ເຢັ​ນ ຮາງ, ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ VinFast ແຫ່ງ​ປະ​ເທດ ໄທ, ຢືນ​ຢູ່​ຕໍ່​ໜ້າ​ລົດ​ໄຟ​ຟ້າ VF7 ໃນ​ງານ​ວາງ​ສະ​ແດງ​ລົດ​ຍົນ ບາງກອກ ຄັ້ງ​ທີ 45 ໃນ​ຈັງ​ຫວັດ​ນົນ​ທະ​ບູ​ຣີ, ໄທ, 26 ມີ​ນາ 2024.
ທ່ານ​ນາງ ວູ ດາງ ເຢັ​ນ ຮາງ, ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ VinFast ແຫ່ງ​ປະ​ເທດ ໄທ, ຢືນ​ຢູ່​ຕໍ່​ໜ້າ​ລົດ​ໄຟ​ຟ້າ VF7 ໃນ​ງານ​ວາງ​ສະ​ແດງ​ລົດ​ຍົນ ບາງກອກ ຄັ້ງ​ທີ 45 ໃນ​ຈັງ​ຫວັດ​ນົນ​ທະ​ບູ​ຣີ, ໄທ, 26 ມີ​ນາ 2024.

ຜູ້​ຜະ​ລິດ​ລົດ​ຍົນ VinFast ຂອງ​ ຫວຽດ​ນາມ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ​ ເຂົາ​ເຈົ້​າ​ມີ​ແຜນ​ທີ່​ຈະ​ຂາຍ​ລົດ​ໄຟ​ຟ້າ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ໄທ ແລະ ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົວ​ພັນ​ກັບ​ບັນ​ດາ​ບໍ​ລິ​ສັດ​ຂາຍ​ລົດ​ເພື່ອ​ເປີດ​ຫ້ອງວາງ​ສະ​ແດງ​ໃນ​ປະ​ເທດ​ດັ່ງ​ກ່າວ.

ບໍ​ລິ​ສັດ VinFast, ເຊິ່ງ​ໄດ້​ເລີ່ມ​ສົ່ງ​ອອກ​ລົດ​ໄຟ​ຟ້າ​ຂອງ​ເຂົາ​ເຈົ້າ​ພຽງ​ປີ​ກາຍນີ້​ເທົ່າ​ນັ້ນ, ໄດ້​ປະ​ເຊີນ​ກັບ​ການ​ແຂ່ງ​ຂັນ​ທີ່​ຫຍຸ້ງ​ຍາກ​ກັບ​ຜູ້​ຜະ​ລິ​ດ​ລົດຂອງ ຈີນ ຄື BYD ໃນ​ປະ​ເທດ ໄທ. ສ່ວນ ບໍ​ລິ​ສັດ Tesla ເມື່ອ​ບໍ່​ດົນ​ມານີ້ ​ກໍ​ໄດ້​ເຂົ້າ​ສູ່​ການ​ແຂ່ງ​ຂັນເຊັ່ນ​ກັນ. ທັງ​ສາມ​ບໍ​ລິ​ສັດ​ນັ້ນ​ ໄດ້​ສະ​ແດງ​ລົດ​ລຸ້ນຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ​ຢູ່​ງານ​ວາງ​ສະ​ແດງ​ລົດສາ​ກົນ​ໃນ ບາງ​ກອກ.

ຕະຫຼາດ​ລົດ​ໄຟ​ຟ້າ​ຂອງ ໄທ ແມ່ນ​ນ້ອຍ​ແຕ່​ກຳ​ລັງ​ເຕີບ​ໂຕ​ໄວ, ເຊິ່ງ​ຖືກ​ຄ້ຳ​ຈູນ​ໂດຍ​ສິ່ງ​ກະ​ຕຸ້ນ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ຈາກ​ລັດ​ຖະ​ບານ. ປະ​ເທດ​ທີ່​ມີ​ປະ​ຊາ​ກອນຫຼາຍກວ່າ 70 ລ້ານ​ຄົນ​ນັ້ນ ​ມີ​ແຜນ​ທີ່​ຈະ​ຫັນ​ປ່ຽນ 30 ເປີ​ເຊັນ​ຂອງ​ລົດ 2 ລ້ານ 5 ແສນ​ຄັນ​ ທີ່​ເຂົາ​ເຈົ້າ​ຜະ​ລິດ​ໃນ​ແຕ່​ລະ​ປີ​ໄປ​ເປັນ​ລົດ​ໄຟ​ຟ້າ​ພາຍ​ໃນ​ປີ 2030.

ບໍ​ລິ​ສັດ VinFast ຫວັງ​ທີ່​ຈະ​ເລີ່ມ​ຂາຍ​ທັງ ສ​ກູ​ເຕີ ໄຟ​ຟ້າ​ຂອງ​ເຂົາ​ເຈົ້າ ແລະ ລົດ SUV ໄຟ​ຟ້າ​ໃນ​ປະ​ເທດ​ດັ່ງ​ກ່າວ ​ໃນ​ສອງ​ເດືອນ​ຂ້າງ​ໜ້າ, ທ່ານນາງ ວູ ດາງ ເຢັນ ຮາງ, ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ VinFast ແຫ່ງ​ປະ​ເທດ ໄທ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP.

ລາຍ​ລະ​ອຽດ ກ່ຽວ​ກັບ ລາ​ຄາ ແລະ ການ​ຊື້​ລົດ​ໄຟ​ຟ້າ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ຈະ​ຖືກ​ປະ​ກາດ​ໃນ​ທ້າຍ​ປີນີ້.

ປະ​ເທດ ໄທ ປະ​ກອບເປັນ 58 ເປີ​ເຊັນ​ຂອງ​ການ​ຂາຍ​ລົດ​ໄຟ​ຟ້າ​ທັງ​ໝົດ​ໃນພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ ໃນ​ປີ 2022, ນຳ​ໜ້າທັງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ, ອີງ​ຕາມ​ບໍ​ລິ​ສັດ​ຄົ້ນ​ຄວ້າ​ຕະຫຼາດ Counterpoint Research. ແຕ່​ຕະຫຼາດ​ລົດ​ໄຟ​ຟ້າ​ແມ່ນ​ຍັງ​ນ້ອຍ, ເທົ່າ​ກັບ​ພຽງ 0.5 ເປີ​ເຊັນ​ເທົ່າ​ນັ້ນ​ໃນ​ທົ່ວ​ໂລກ​ ໃນ​ປີ 2022.

ປະ​ເທດ ໄທ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ປ່ຽນ​ແປງ​ສິ່ງ​ນີ້ດ້ວຍ​ສິ່ງ​ກະ​ຕຸ້ນ​ເພື່ອ​ສົ່ງ​ເສີມ​ການ​ຜະ​ລິດ ແລະ ຂາຍ​ລົດ​ໄຟ​ຟ້າ, ເຊັ່ນຫຼຸດ​ຜ່ອນ​ພາ​ສີ​ນຳ​ເຂົ້າ ແລະ ການ​ຊ່ວຍ​ເຫຼືອ​ໃນການ​ຈ່າຍ​ເງິນ ​ເພື່ອ​ເຮັດ​ໃຫ້​ມັນ​ມີລາ​ຄາ​ທີ່​ສາ​ມາດ​ແຂ່ງ​ຂັນກັນ​ໄດ້​ຫຼາຍ​ຂຶ້ນ.

VinFast ໄດ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຂາຍ​ລົດ​ຂອງ​ເຂົາ​ເຈົ້າ​ໃນ 50 ຕະຫຼາດ​ທົ່ວ​ໂລກ​ພາຍ​ໃນ​ທ້າຍ​ປີ 2024.

ອ່ານ​ຂ່າວນີ້​ຕື່ມເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG