Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ວີໂອເອລາວ ສຳພາດນາງ ດາຣູນີ ບັອບບີ ພູມີ ນັກກິລາ ພິກໂກບອລ ໃນລາຍການຊຸມຊົມຊາວລາວ ໃນທະວີບອາເມຣິກາ


ທ່ານນາງ ດາຣູນີ ບັອບບີ ພູມີ, ນັກກິລາ ພິກໂກບອລ.
ທ່ານນາງ ດາຣູນີ ບັອບບີ ພູມີ, ນັກກິລາ ພິກໂກບອລ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວໃນທະວີບອາເມຣິກາມື້ນີ້, ພວກເຮົາມີການສຳພາດກັບທ່ານນາງ ດາຣູນີ ບັອບບີ ພູມີ, ນັກກິລາ ພິກໂກບອລ ອາຊີບ ແລະ ເປັນອະດີດມື 17 ຂອງໂລກໃນປະເພດຄູ່ມາສະເໜີທ່ານ. ໃນການສຳພາດນີ້ພວກເຮົາໄດ້ລົມກັບລາວ ກ່ຽວກັບ ຊີວິດສ່ວນຕົວ ແລະ ການແຂ່ງຂັນກິລາ ພິກໂກບອລ ເປັນອາຊີິບຂອງລາວ, ເຊີນທ່ານຕິດຕາມຟັງກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.

ຫຼາຍທ່ານຄົງຈະບໍ່ຮູ້ວ່າກິລາ ພິກໂກບອລ ແມ່ນຫຍັງ. ມັນແມ່ນກິລາທີ່ກຳລັງໄດ້ຮັບຄວາມນິຍົມ

ທ່ານນາງ ດາຣູນີ ບັອບບີ ພູມີ.
ທ່ານນາງ ດາຣູນີ ບັອບບີ ພູມີ.

ເພີ່ມຂຶ້ນຢ່າງໄວວາໃນຂະນະນີ້ຢູ່ ສະຫະລັດ ແລະ ກໍກຳລັງແຜ່ກະຈາຍໄປຫຼາຍປະເທດໃນໂລກແລ້ວ. ມັນເປັນກິລາທີ່ຄ້າຍຄືກັບ ເທັນນິສ ແຕ່ບໍ່ແມ່ນເທັນນິສ, ປິ່ງປ່ອງກໍບໍ່ແມ່ນ, ດອກປີກໄກ່ກໍແຮງໄກກັນ, ແລ້ວມັນແມ່ນຫຍັງແທ້? ທ່ານນາງ ບັອບບີ ມີຄຳຕອບມາໃຫ້ທ່ານ, ເຊິ່ງລາວແຂ່ງຂັນກິລານີ້ເປັນອາຊີບ ແລະ ກໍເຄີຍຕິດອັນດັບໂລກທີ່ດີອີກດ້ວຍ.

ແຕ່ກ່ອນອື່ນໝົດພວກເຮົາຈະມາຮູ້ຈັກກັນກັບລາວກ່ອນ.

ທ່ານນາງ ບັອບບີ ໄດ້ອາໄສຢູ່ລັດ ເທັກຊັສ 6 ປີແລ້ວ. ສ່ວນພໍ່ແມ່ຂອງລາວແມ່ນຍັງອາໄສຢູ່ລັດ ອາແຄນຊໍ ແລະ ເຮັດວຽກຢູ່ບໍລິສັດ Tyson ເຊິ່ງແມ່ນຜູ້ຈຳໜ່າຍຊີ້ນທີ່ໃຫຍ່ທີ່ສຸດໃນ ສະຫະລັດ. ທ່ານນາງ ບັອບບີ ແມ່ນຫຍັງໂສດຢູ່ ແຕ່ວ່າໄດ້ຢູ່ກັບຄູ່ຂອງລາວມາໄດ້ດົນເຕີບແລ້ວ, ເຊິ່ງລາວກ່າວວ່າ

ເຂດທີ່ທ່ານນາງ ບັອບບີ ອາໄສຢູ່ແມ່ນບໍ່ມີຄົນລາວ, ມີແຕ່ຄົນ ອາເມຣິກັນ ແລະ ເຊື່ອຊາດອື່ນ.

ທ່ານນາງ ບັອບບີ ເຮັດວຽກໃຫ້ບໍລິສັດ ແກມມາ (Gamma) ເຊິ່ງແມ່ນບໍລິສັດທີ່ຜະລິດອຸປະກອບສຳລັບກິລາເທັນນິສ ແລະ ພິກໂກບອລ, ໄດ້ແກ່ສາຍເທັນນິສ, ໄມ້ເທັນນິສ, ແລະ ໄມ້ຕີ ພິກໂກບອລ. ເປັນບໍລິສັດທີ່ໃຫຍ່ ແລະ ມີຊື່ສຽງໃນວົງການກິລາດັ່ງກ່າວ.

ທ່ານນາງ ບັອບບີ ກຳລັງຕີໝາກບານ.
ທ່ານນາງ ບັອບບີ ກຳລັງຕີໝາກບານ.

ບໍລິສັດ ແກມມາ ໄດ້ເປັນຜູ້ອຸປະຖໍາ ຫຼື ສປອນເຊີ ໃຫ້ທ່ານນາງ ບັອບບີ ໃນການແຂ່ງຂັນກິລາ ພິກໂກບອລ. ກິລາ ພິກໂກບອລ ເປັນກິລາໃໝ່ຄືທີ່ຂ້າພະເຈົ້າໄດ້ກ່າວໄປຂ້າງເທິງນັ້ນ, ແລະ ຕໍ່ໄປທ່ານນາງ ບັອບບີ ຈະອະທິບາຍໃຫ້ເຮົາຟັງທີ່ມາສາເຫດຂອງກິລານີ້.

ທ່ານນາງ ບັອບບີ ໄດ້ຄົ້ນພົບກິລາ ພິກໂກບອລ ຈາກການໄປເປັນຄູສອນກິລາເທັນນິສຢູ່ສູນກິລາແຫ່ງນຶ່ງ. ຕອນທຳອິດລາວກໍບໍ່ໄດ້ສົນໃຈຢາກຫຼິ້ນ ແຕ່ຫຼັງຈາກໄດ້ຫຼິ້ນເທື່ອນຶ່ງແລ້ວລາວກໍຕິດໃຈ.

ທ່ານນາງ ບັອບບີ ໄດ້ກາຍເປັນນັກກິລາ ພິກໂກບອລ ອາຊີບພາຍໃນພຽງ 7 ເດືອນ. ຍ້ອນລາວມີທັກສະທີ່ເກັ່ງໃນກິລາ ເທັນນິສ ຈຶ່ງເຮັດໃຫ້ລາວປັບຕົວໄດ້ໄວ ແລະ ຫຼິ້ນເກັ່ງໄວກວ່າຄົນທົ່ວໄປ.

ທ່ານນາງ ບັອບບີ ໄດ້ອັນດັບທີສອງໃນການແຂ່ງຂັນ.
ທ່ານນາງ ບັອບບີ ໄດ້ອັນດັບທີສອງໃນການແຂ່ງຂັນ.

ທ່ານນາງ ບັອບບີ ເປັນຄົນມັກສິ່ງທ້າທາຍ. ຕອນເລີ່ມຫຼິ້ນໃໝ່ໆລາວມັກເສຍໃຫ້ຄູ່ແຂ່ງຂັນຕະຫຼອດ ມັນເຮັດໃຫ້ລາວມີໃຈຢາກເອົາຊະນະເຂົາເຈົ້າໃຫ້ໄດ້. ລາວໄດ້ຝຶກຊ້ອມຕົນເອງດ້ວຍການຕີໃສ່ຝາ ແລະ ໄດ້ຮຽນຮູ້ວິທີການຫຼິ້ນຈົນວ່າເກັ່ງຂຶ້ນເຖິງປັດຈຸບັນນີ້.

ທ່ານນາງ ບັອບບີ ກ່າວວ່າ ກິລາ ພິກໂກບອລ ແມ່ນກຳລັງຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງດຽວນີ້ມີນັກກິລາທີ່ໄດ້ລົງຖະບຽນແລ້ວຫ້າລ້ານກວ່າຄົນ ນອກນັ້ນຍັງມີຄົນທີ່ຫຼິ້ນເພື່ອອອກກຳລັງອີກຢ່າງຫຼວງຫຼາຍ. ສະນັ້ນແລ້ວກິລາດັ່ງກ່າວເປັນກິລາທີ່ກຳລັງເຕີບໂຕໄວທີ່ສຸດໃນໂລກ.

ນັກກິລາ ພິກໂກບອລ ກຳລັງຕີໝາກບານ.
ນັກກິລາ ພິກໂກບອລ ກຳລັງຕີໝາກບານ.

ເມື່ອຖາມທ່ານນາງ ບັອບບີ ວ່າຢາກໄປເຜີຍແຜ່ກິລານີ້ໃນປະເທດ ລາວ ແລະ ສອນຄົນລາວຫຼິ້ນບໍ່? ລາວຕອບວ່າຖ້າຄົນຢູ່ລາວສົນໃຈ ແລະ ຖ້າທາງການລາວຢາກພັດທະນາກິລານີ້ໃນປະເທດ ລາວ ກໍມີຄວາມຍິນດີທີ່ຈະໃຫ້ການຮ່ວມມື ແລະ ກໍຖືກວ່າເປັນກຽດຢ່າງສູງ ແລະ ພູມໃຈທີ່ຈະໄປສອນໃຫ້ຄົນຢູ່ລາວໄດ້ຫຼິ້ນກິລານີ້.

MC: ທີ່ທ່ານໄດ້ຟັງໄປນັ້ນແມ່ນການສຳພາດກັບທ່ານນາງ ດາຣູນີ ບັອບບີ ພູມີ, ນັກກິລາ ພິກໂກບອລ ທີ່ໄດ້ລົມນຳພວກເຮົາ ກ່ຽວກັບ ການອົບພະຍົບມາຢູ່ ສະຫະລັດ ແລະ ການຫຼິ້ນກິລາດັ່ງກ່າວ. ພວກເຮົາຈະມີການສຳພາດໃໝ່ມາສະເໜີທ່ານໃນອາທິດໜ້າ, ເຊິ່ງວ່າຈະແມ່ນໃຜນັ້ນ ຂໍເຊີນທ່ານຕິດຕາມຮັບຟັງ.

XS
SM
MD
LG