Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ທ່ານເຊເລັນສກີ ຮຽກຮ້ອງໃຫ້ມີການສະໜັບສະໜຸນ ໃນດ້ານການປ້ອງກັນທາງອາກາດ ລຸນຫຼັງ ຄາກີບ ຖືກໂຈມຕີ


ຜົນຈາກການໂຈມຕີໂດຍລູກສອນໄຟຂອງ ຣັດເຊຍ ໃສ່ເມືອງຄາກີບຂອງ ຢູເຄຣນ
ຜົນຈາກການໂຈມຕີໂດຍລູກສອນໄຟຂອງ ຣັດເຊຍ ໃສ່ເມືອງຄາກີບຂອງ ຢູເຄຣນ

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ມັນສຳຄັນຫຼາຍ​ທີ່​ຈະເສີມ​ສ້າງ​ລະ​ບົບ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ປະ​ເທດ​ຕົນ ​ແລະຮີບ​ສົ່ງ​ເຮືອບິນ​ສູ້​ລົບ F-16 ​ໂດຍ​ໄວ ​ເພື່ອ​ໃຊ້​ຕໍ່ຕ້ານໃນການ​ບຸກ​ໂຈມ​ຕີ​ຂອງ ຣັດ​ເຊຍ.

ທ່ານ ເຊເລັນສກີ ກ່າວໃນສື່ສັງຄົມວ່າ "ບໍ່ມີຄໍາອະທິບາຍທີ່ສົມເຫດສົມຜົນໃດໆ ວ່າ ເປັນຫຍັງລະບົບປ້ອງກັນທາງອາກາດ ພາທຣີອອດສ໌ (Patriots), ທີ່ມີ ຢ່າງຫຼວງຫຼາຍຢູ່ໃນທົ່ວໂລກ ຈຶ່ງຍັງບໍ່ສາມາດປົກຫຸ້ມທ້ອງຟ້າຂອງເມືອງຄາກີບ ແລະເມືອງອື່ນໆ ພ້ອມທັງຊຸມຊົນຕ່າງໆທີ່ຖືກໂຈມຕີໂດຍພວກກໍ່ການຮ້າຍ ຣັດເຊຍ ໄດ້, ໃນທຸກມື້ ພວກເຮົາປະຕິບັດງານເພື່ອດໍາເນີນການປົກປ້ອງທີ່ດີ ກວ່າເກົ່າສໍາລັບປະຊາຊົນ ແລະປະເທດຢູເຄຣນຂອງພວກເຮົາ."

ຄຳ​ເຫັນ​ຂອງ​ ທ່ານເຊເລັນສກີ ມີ​ຂຶ້ນລຸນ​ຫຼັງການ​ບຸກ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃສ່ ເມືອງຄາກີບ ທີ່ຕັ້ງຢູ່ທາງພາກ​ຕາ​ເວັນ​ອອກ​ຂອງ​ຢູເຄຣນ ອັນໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 1 ຄົນ ແລະ ບາດ​ເຈັບອີກ 19 ຄົນ.

ເຈົ້າຄອງເມືອງຄາກີບ ທ່ານອີຮໍ ເຕເຣຄອ​ຟ (Ihor Terekhov) ກ່າວ​ວ່າ ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາ​ຄານ​ທີ່​ຢູ່​ອາ​ໄສທັງ ໝົດ 18 ຫລັງ.

ຣັດ​ເຊຍ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ໄດ້​ສະກັດ​ກັ້ນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ​ຢູ​ເຄຣນ ທີ່ໄດ້​ແນເປົ້າໝາຍ​ໃສ່ຂົງ​ເຂດ ແບລໂກຣອດ (Belgorod), ​ໃນ​ຂະນະ​ທີ່​ຢູ​ເຄຣນກ່າວ​ວ່າ ຣັດ​ເຊຍ​ໄດ້ທໍາການ​ໂຈມ​ຕີ​ໃນຕອນ​ກາງຄືນ​ດ້ວຍ​ເຮືອ ບິນບໍ່ມີຄົນຂັບຈໍານວນ 13 ລຳ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ, ການ​ປ້ອງ​ກັນ​ທາງອາກາດ ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງຢູເຄຣນ 18 ລູກ.

ທ່ານ ວີຢາເຊສລາບ ກລາດຄອ​ຟ (Vyacheslav Gladkov), ຜູ້ປົກຄອງເຂດ ແບລໂກຣອດ ກ່າວໃນເທເລກຣາມວ່າ ມີເຮືອນຈໍານວນນຶ່ງໄດ້ຮັບຄວາມເສຍ ຫາຍຢູ່ໃນຫຼາຍໆບ້ານ, ແລະມີຢ່າງນ້ອຍນຶ່ງຄົນໄດ້ຮັບບາດເຈັບ.

ຂົງເຂດແບລໂກຣອດ, ຕັ້ງ​ຢູ່​ລຽບຕາມເຂດ​ຊາຍ​ແດນ​ລະ​ຫວ່າງ​ ຣັດ​ເຊຍ ​ແລະ ​ຢູ​ເຄຣນ, ອັນເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ຕໍ່​ຢູເຄຣນ​ເລື້ອຍໆ ໃນ​ຂະ​ນະ​ທີ່ ຢູເຄຣນ ພະຍາຍາມຊອກ​ຫາ​ທາງທີ່​ຈະ​ເອົາ​ຊະ​ນະຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ ຣັດ​ເຊຍ ​ທີ່​ໄດ້​ດໍາ​ເນີນມາ​ຫຼາຍ​ກ​ວ່າ 2 ປີ​ທີ່ຜານມາ.

Ukrainian President Volodymyr Zelenskyy said Wednesday it is vital to bolster his country’s air defenses and speed delivery of F-16 fighter jets for use against Russia’s invasion.

“There are no rational explanations for why Patriots, which are plentiful around the world, are still not covering the skies of Kharkiv and other cities and communities under attack by Russian terrorists,” Zelenskyy said on social media. “Every day, we work to provide better protection for our people and Ukraine.”

Zelenskyy’s comments came after Russian strikes on the eastern Ukrainian city of Kharkiv killed one person and injured 19 others.

Kharkiv Mayor Ihor Terekhov said the Russian attack damaged 18 residential buildings.

Russia said Wednesday it thwarted rocket attacks by Ukraine targeting the Belgorod region, while Ukraine said Russia attacked overnight with 13 aerial drones.

Russia’s Defense Ministry said the country’s air defenses shot down 18 Ukrainian rockets.

Vyacheslav Gladkov, the governor of Belgorod, said on Telegram there was some damage to homes in several villages, and that at least one person was hurt.

Belgorod, located along the border between Russia and Ukraine, is a frequent target of Ukrainian attacks as Ukraine seeks to defeat the invasion Russia launched more than two years ago.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG