ໂດຍແຜນທີ່ທໍລະນີສາດແຮ່ທາດໃນລາວ ທີ່ນຳໃຊ້ໃນປັດຈຸບັນນີ້ ໄດ້ດຳເນີນການສຳຫຼວດ ແລະຈັດທຳໂດຍກົມໃຫຍ່ທໍລະນີສາດ ກະຊວງປ້ອງກັນປະເທດຂອງຈີນ ທີ່ໄດ້ສຳຫຼວດພົບແຫ່ງແຮ່ທາດໃນລາວ ເຖິງ 570 ແຫ່ງ
ພ້ອມກັນນີ້ ກໍຈະຊຸກຍູ້ໃຫ້ມີການລົງທຶນສ້າງຕັ້ງໂຮງງານແຍກແຮ່ຫາຍາກເປັນທາດດຽວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ກ່ອນປີ 2030 ໂດຍຈະຈັດຕັ້ງລັດວິສາຫະກິດພັດທະນາແຮ່ທາດລາວຂຶ້ນມາ ເພື່ອຮັບຜິດຊອບໃນການຄຸ້ມຄອງ ແລະເບິ່ງແຍງຜົນປະໂຫຍດຈາກແຮ່ຫາຍາກໃຫ້ກັບລັດຖະບານລາວ ເປັນການສະເພາະດ້ວຍ
ປະຊາຄົມມຽນມາໃນລາວ ກ່າວຕໍ່ VOA ພາກພາສາມຽນມາວ່າ ຜູ້ຖືກຈັບກຸມສ່ວນໃຫຍ່ແມ່ນຄົນສັນຊາດມຽນມາ, ໃນຈໍານວນນັ້ນ ກໍໄດ້ຖືກປະກັນໂຕໂດຍນາຍຈ້າງຂອງພວກເຂົາເຈົ້າໄປເທື່ອລະໜ້ອຍ
ທ່ານ ບົວຈັນ ສີຫາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ໄດ້ເນັ້ນໜັກເຖິງຄວາມໝັ້ນໝາຍຂອງ ສປປ ລາວ ທີ່ມີຕໍ່ນະໂຍບາຍສົ່ງເສີມ ຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການທີ່ດີ, ແລະ ລະບົບນິເວດກະສິກຳ ແບບຍືນຍົງ
ຢ່າງໃດກໍຕາມ ສປປ ລາວ ກໍຍັງໄດ້ຮັບຜົນປະໂຫຍດຢ່າງບໍ່ເຕັມສ່ວນຈາກການໃຫ້ບໍລິການດ້ານການຂົນສົ່ງ
ລັດຖະບານລາວ ວາງແຜນການຈະຈັດເກັບລາຍຮັບ ໃນປີ 2024 ໃຫ້ໄດ້ ເພີ້ມຂຶ້ນ 29 ເປີເຊັນ ທຽບໃສ່ປີ 2023 ທັງຍັງຈະຕ້ອງກູ້ຢືມເງິນຈາກຕ່າງປະເທດຫຼາຍຂຶ້ນ ເພື່ອດຸ່ນດ່ຽງການຂາດແຄນເງິນຕາ ທີ່ເພີ້ມຂຶ້ນນັບມື້
ດຣ. ມານະ ສຸດທິຈັກ ກ່າວອີກວ່າ ຕ່າງກັນກັບ 100 ກວ່າປະເທດຢູ່ໃນໂລກ ການເກັບພາສີຈາກບໍລິສັດຂອງລາວ ບໍ່ໄດ້ເພີ້ມຂຶ້ນ ເຖິງແມ່ນວ່າ ຈະມີຍອດລວມຜະລິດຕະພັນພາຍໃນ ຫລື GDP ເພີ້ມຂຶ້ນກໍຕາມໃນທົດສະວັດກວ່າຜ່ານມານີ້
ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ ໄດ້ໃຫ້ການຢືນຢັນວ່າ ອາຊະຍາກຳທາງ ອິນເຕີເນັດ ແລະການຄ້າມະນຸດຂ້າມຊາດ ມີທ່າອ່ຽງທີ່ຈະເພີ້ມລະດັບຂອງຄວາມຮຸນແຮງຫຼາຍຂຶ້ນອີກ ຖ້າຫາກວ່າ ບໍ່ມີການຮ່ວມມືລະຫວ່າງປະເທດ ເພື່ອດຳເນີນມາດຕະການປາບປາມຢ່າງຈິງຈັງ
ນັກຊ່ຽວຊານຂອງໄທ ໄດ້ໃຫ້ການຢືນຢັນວ່າ “ເມື່ອຕົ້ນປີນີ້ເອງ ກໍຄືເປັນຄົນຈີນ ຊຶ່ງຖືກຫລອກເຂົ້າໄປເຮັດວຽກ call center ແລ້ວກະຖືກຂາຍຕໍ່ຈາກເຂດສາມຫຼ່ຽມທອງຄຳຫັ້ນ ໄປທີ່ຝັ່ງແມ່ສອດ ສຸດທ້າຍກະໜີອອກມາເນາະ ອັນນີ້ ທາງໂຄງການວິໄຈຂອງຂ້ອຍ ໄດ້ເຂົ້າໄປສຳພາດເຫຍື່ອໂດຍກົງ"
ມີການລັກລອບເຜົາປ່າໄມ້ ເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອເພີ້ມການສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ ໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປຄິດເປັນເປັນພື້ນທີ່ກວ້າງກວ່າ 476,960 ເຮັກຕາໃນປີ 2023
ໂດຍການຊ່ວຍເຫຼືອດັ່ງກ່າວ ເປັນໄປຕາມມະຕິຕົກລົງຈາກກອງປະຊຸມລັດຖະມົນຕີວ່າການຕ່າງປະເທດຂອງອາຊຽນ ທີ່ນະຄອນຫຼວງພະບາງ ໃນຊ່ວງວັນທີ 28-29 ມັງກອນ 2024 ຜ່ານມາ ຊຶ່ງໄດ້ໃຫ້ຄວາມສຳຄັນເປັນພິເສດໃນການຮ່ວມມືກັນເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງໃນມຽນມາ ດ້ວຍການຈັດຕັ້ງປະຕິບັດຕາມສັນທາມະຕິ 5 ຂໍ້
ທາງການລາວ ຍັງໄດ້ຈັດທຳຮ່າງກົດໝາຍວ່າດ້ວຍການອະນຸຍາດໃຫ້ຄົນເຊື້ອຊາດລາວ ທີ່ຢູ່ຕ່າງປະເທດໃຫ້ສາມາດກັບຄືນມາຢູ່ລາວໄດ້ຢ່າງຖາວອນດ້ວຍ ຊຶ່ງຄາດວ່າ ຈະບັນຈຸເຂົ້າສູ່ວາລະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດລາວ ເພື່ອລົງມະຕິຮັບຮອງ ແລະສະເໜີຕໍ່ປະທານປະເທດ ເພື່ອລົງນາມອະນຸມັດຢ່າງເປັນທາງການພາຍໃນປີ 2024 ນີ້
ໂຫລດຕື່ມອີກ
No live streaming currently available