ປັນຍາປະດິດ ຫຼື AI ແມ່ນຢູ່ອ້ອມຮອບຊີວິດດ້ານການເມືອງຂອງສະຫະລັດ, ນັບຕັ້ງແຕ່ການລະດົມທຶນຈົນເຖິງການໂຄສະນາຫາສຽງ. ສະມາຊິກສະພາບາງຄົນ ກຳລັງຫາທາງທີ່ຈະກວດກາການນໍາໃຊ້ເນື້ອໃນທີ່ສ້າງຂຶ້ນໂດຍ AI ໃນການເລືອກຕັ້ງປະທານາທິບໍດີ ປີນີ້ ໃຫ້ດີຂຶ້ນກວ່າເກົ່າ
ເກືອບສາມສ່ວນສີ່ຂອງຊາວອາເມຣິກັນທີ່ອາໄສຢູ່ໃນລັດຕ່າງໆ ບ່ອນທີ່ກັນຊາແມ່ນຖືກຕ້ອງສຳລັບເພື່ອໃຊ້ໃນທາງການແພດ
ການເດີນທາງໄປຮອດຈີນຂອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ໃນວັນພຸດແລ້ວນີ້ ເຮັດໃຫ້ພົບກັບຄວາມສົງໄສ, ການເຍາະເຍີ້ຍ ແລະມີຄໍາແນະນຳວ່າ ການບໍ່ມີຜ້າພົມສີແດງ ສຳລັບການມາເຖິງຂອງນັກການທູດລະດັບສູງຂອງສະຫະລັດ ແມ່ນຂໍ້ຄວາມທີ່ສະແດງເຖິງຄວາມບໍ່ເລິກເຊິ່ງຈາກປັກກິ່ງ
ທ່ານ ແພັກເກີ້ ກ່າວຕໍ່ໄອຍະການວ່າ ທ່ານບໍ່ໄດ້ມີເຈດຕະນາຮ້າຍຕໍ່ ທ່ານ ທຣໍາ, 'ໃນທາງກົງກັນຂ້າມ,' ຂ້າພະເຈົ້າຮູ້ສຶກວ່າ 'ທ່ານ ດໍໂນລ ທຣໍາ ເປັນຄູສອນຂອງຂ້າພະເຈົ້າ, ທ່ານຊ່ວຍເຫຼືອຕະຫຼອດໄລຍະອາຊີບຂອງຂ້າພະເຈົ້າ'
ສານສູງສຸດ, ໃນວັນພະຫັດວານນີ້ ປາກົດວ່າມີຄວາມສົງໄສຕໍ່ການກ່າວອ້າງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າ ທ່ານ ໄດ້ຮັບການຄຸ້ມກັນ (ຍົກເວັ້ນ) ໂທດຢ່າງຮອບດ້ານຈາກການຖືກດຳເນີນຄະດີອາຍາ ສຳລັບການກະທຳທີ່ເປັນທາງການທີ່ທ່ານໄດ້ເຮັດ ໃນຂະນະທີ່ດຳລົງຕຳແໜ່ງ
ຕຳຫຼວດໄດ້ດຳເນີນການຈັບກຸມຂະໜາດໃຫຍ່ຢູ່ໃນມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດ ໃນບາງຄັ້ງກໍໃຊ້ສານເຄມີເຮັດໃຫ້ມີອາການຄັນຕົວ ແລະໃຊ້ອຸປະກອນຊັອດເພື່ອໃຫ້ພວກປະທ້ວງກ່ຽວກັບສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ ນັ້ນ ສະຫລາຍຕົວ
ທ່ານເດວິດ ແພັກເກີ້ ຜູ້ທີ່ອອກມາເປັນພະຍານໃນວັນພະຫັດມື້ນີ້ ກ່ຽວກັບການກ່າວອ້າງຂອງແມ່ຍິງຄົນນຶ່ງທີ່ພົວພັນກັບ ທ່ານ ທຣໍາ ຖືກຈ່າຍເງິນແນວໃດເພື່ອມິດງຽບກ່ອນການເລືອກຕັ້ງປີ 2016
ຕົວເລກ 2 ຕື້ ແລະຍັງຄົງເພີ້ມຂຶ້ນເລື້ອຍໆ, Gen Alpha (ຜູ້ທີ່ເກີດລະຫວ່າງ ປີ 2010 ຫາ 2024) ຄາດວ່າຈະເປັນຄົນລຸ້ນທີ່ຫຼາຍທີ່ສຸດໃນປະຫວັດສາດ. ແລະເຖິງແມ່ນສະມາຊິກທີ່ອາຍຸຫຼາຍທີ່ສຸດ ຈະມີອາຍຸພຽງແຕ່ 14 ປີກໍຕາມ
ເຈົ້າໜ້າທີ່ຕຳຫຼວດໄດ້ປະທະກັບພວກປະທ້ວງທີ່ເປັນນັກສຶກສາໃນລັດເທັກຊັສ ແລະລັດຄາລິຟໍເນຍ ໃນຂະນະທີ່ການຕັ້ງຄ້າຍແຫ່ງໃໝ່ ໄດ້ເກີດຂຶ້ນໃນວັນພຸດວານນີ້ ຢູ່ທີ່ມະຫາວິທະຍາໄລຮາວາດ ແລະມະຫາວິທະຍາໄລອື່ນໆ ໃນຂະນະທີ່ພວກຜູ້ນຳໂຮງຮຽນໄດ້ຊອກຫາວິທີທີ່ຈະສະກັດກັ້ນກະແສການປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ທີ່ກໍາລັງເພີ້ມຫຼາຍຂຶ້ນ
ທີມກົດໝາຍຂອງຜູ້ລົງສະໝັກປະທານາທິບໍດີຈາກພັກຣີພັບບລິກັນ ຈະທໍາການໂຕ້ແຍ້ງວ່າທ່ານເປັນຜູ້ບໍລິສຸດ ກ່ຽວກັບການກະທໍາທີ່ເກີດຂຶ້ນໃນລະຫວ່າງທີ່ທ່ານດໍາລົງຕໍາແໜ່ງເປັນປະທານາທິບໍດີຢູ່ນັ້ນ
ໃນບັນດາຊຸດຮ່າງກົດໝາຍການຊ່ວຍເຫຼືອດ້ານການທະຫານທີ່ຮັບຜ່ານ ໃນວັນອັງຄານແລ້ວນີ້, ສະພາສູງສະຫະລັດ ໄດ້ອະນຸມັດຮ່າງກົດໝາຍທີ່ຮຽກຮ້ອງໃຫ້ ByteDance ທີ່ເປັນບໍລິສັດແມ່ຂອງ TikTok ຂາຍພື້ນທີ່ທາງອິນເຕີເນັດສຳລັບເນື້ອໃນທີ່ເປັນວິດີໂອ, ຖ້າບໍ່ດັ່ງນັ້ນ ລັດຖະບານອາດຫ້າມແອັບຯນີ້
ດຣ. ໄມໂກລ ໂວໂຣບີ ນັກຊີວະວິທະຍາດ້ານວິວັດທະນາການ ຢູ່ມະຫາວິທະຍາໄລ ອາຣິໂຊນາ ໄດ້ກ່າວວ່າ ອີງຕາມຂໍ້ມູນໃໝ່ ມັນປາກົດວ່າ ການຕິດແປດກັບ ໄວຣັສ H5N1 ໃນນົມງົວ ໄດ້ເກີດຂຶ້ນຜ່ານການແຜ່ເຊື້ອໃນເຫດການພຽງຄັ້ງດຽວຈາກນົກໂຕນຶ່ງ ໄປຫາງົວໂຕນຶ່ງ ໃນຕອນໃດຕອນນຶ່ງ ເມື່ອທ້າຍປີ 2023 ເປັນໄປໄດ້ສູງໃນເດືອນທັນວາ
ໂຫລດຕື່ມອີກ
No live streaming currently available