Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ໃນຂະນະທີ່ຫຼາຍລັດ ຫ້າມການເຮັດແທ້ງລູກ, ແມ່ມານທີ່ບໍ່ມີຄວາມພ້ອມ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ


ແມ່ຍິງຄົນນຶ່ງລູບທ້ອງຂອງລາວໃນລະຫວ່າງໄລຍະສຸດທ້າຍຂອງການຖືພາ, 28 ເມສາ 2010.
ແມ່ຍິງຄົນນຶ່ງລູບທ້ອງຂອງລາວໃນລະຫວ່າງໄລຍະສຸດທ້າຍຂອງການຖືພາ, 28 ເມສາ 2010.

ຫຼັງ​ຈາກ​ສານ​ສູງ​ສຸດ ສະ​ຫະ​ລັດ ໄດ້​ຕັ​ດ​ສິນ​ຕ່າ​ວ​ປີ້ນ​ຄະ​ດີ ໂຣ ພົບ​ກັບ ເວດ, ເຊິ່ງ​ແມ່ນ​ຄະ​ດີ​ສານ​ທີ່​ໃຫ້​ການ​ປົກ​ປ້ອງ​ສິດ​ທິ​ໃນ​ການ​ເຮັດ​ແທ້ງ​ລູກ​ທົ່ວ ສະ​ຫະ​ລັດ ນັ້ນ, ລັດ​ຖະ​ສະ​ພາ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາ​ການ​ປົກ​ປ້ອງ​ການ​ເຂົ້າ​ຫາ​ການ​ຄຸມ​ກຳ​ເນີດ​ສຳ​ລັບ​ແມ່​ຍິງ​ທຸ​ກ​ຄົນ.

ແມ່​ຍິງ​ທີ່​ມີ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ໃນ​ຂະ​ນະ​ທີ່​ຖືກ​ພາ, ຜູ້​ຖື​ກ​ຂົ່ມ​ຂືນ ແລະ ຊາວ​ໜຸ່ມ​ທີ່ບໍ່​ມີ​ຄວາມ​ພ້ອມ ຫຼື ທຸກ​ຍາກແມ່ນ​ຄົນ​ສ່ວນຫຼາຍ​ທີ່​ໄປ​ເຮັດ​ແທ້ງ​ລູກ. ແຕ່​ສຳ​ລັບ​ແມ່​ມານ​ທີ່​ຍັງ​ເປັນ​ຊາວ​ໜຸ່ມ ແລະ ບໍ່​ມີ​ຄວາມ​ພ້ອມ​ທີ່​ຮັກ​ສາ​ລູກ​ເອົາ​ໄວ້​ນັ້ນ, ລັດ​ຖະ​ບານ ສະ​ຫະ​ລັດ ແມ່ນ​ມີ​ນະ​ໂຍ​ບາຍ ແລະ ຫຼາຍ​ໂຄງ​ການ​ເພື່ອ​ຊ່ວຍ​ເຫຼືອ ແລະ ສະໜັບ​ສະ​ໜູນ​ເຂົາ​ເຈົ້າ, ດັ່ງ​ທີ່​ແມ່​ຂອງ​ຍິງ​ໄວ​ໜຸ່ມ​ລາວ​ອາ​ເມ​ຣິ​ກັນຄົນ​ນຶ່ງ​ທີ່​ກຳ​ລັງ​ຖື​ພາໃນ​ລັດ​ເທັກ​ຊັ​ສ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ

“ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າມີ​ອາ​ຍຸ 20 ປີ, ລາວກຳ​ລັງ​ຈະ​ເສັງ​ເຂົ້າ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ແຕ່​ລາວ​ຖື​ພາ​ກ່ອນ. ປັດ​ຈຸ​ບັນ​ນີ້​ລາວ​ໄດ້​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ ເພາະ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ວຽກ​ທີ່​ໝັ້ນ​ຄົງ​. ລັດ​ຖະ​ບານເພິ່ນ​ກໍ​ມີ​ເງິນ​ຊ່ວຍ​ເຫຼືອຊົ່ວ​ຄາວ​ໃຫ້​ເຂົາ​ເຈົ້າ ແລະ ຊ່ວຍ​ເຫຼືອ​ໃນ​ການ​ຫາ​ວຽກ​ເຮັດ​ງານ​ທຳ​. ເຂົາ​ເຈົ້າ​ຍັງ​ໄດ້​ຊ່ວ​ຍ​ເຫຼືອ​ອີກຫຼາຍ​ຢ່າງ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕັ້ງ​ໂຕ​ໄດ້.”

ມັນ​ມີຫຼາຍ​ໂຄງ​ການ​ຂອງ​ລັດ​ຖະ​ບານ​ກາງ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ບັນ​ດາ​ແມ່​ຍິງ​ທີ່​ຖື​ພາ. ບັນ​ດາ​ແມ່​ຍິງ​ດັ່ງ​ກ່າວ​ນັ້ນ​ສາ​ມາດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ, ອາ​ຫານ​ບຳ​ລຸງ, ການ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ​ທີ່​ສຳ​ຄັນ, ຊ່ວຍ​ເຫຼືອ​ໃນ​ການ​ຈ່າຍ​ຄ່າ​ເຊົ່າ​ບ້ານ​ລາ​ຄາ​ຖືກ ລະ ອື່ນໆ.

XS
SM
MD
LG