Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ວິທີ ປະຕິລັດການເຜີຍແຜ່ຂໍ້ມູນຂ່າວສານບໍ່ຈິງ ທີ່ຄ່ອຍໆຊຶມເຂົ້າໃນທັດສະນະຂອງ ສະຫະລັດ


ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ປາກົດຢູ່ໃນຈໍໂທລະພາບ ຢູ່ທີ່ ຕະຫຼາດຮຸ້ນ ໃນນະຄອນ ແຟຣງເຟີຕ ຂອງເຢຍຣະມັນ, ເມື່ອວັນທີ 25 ກຸມພາ 2022, ໂດຍມີຄຳສັບທີ່ຂຽນວ່າ, "ສົງຄາມໃນການໂຄສະນາເຜີຍແຜ່ທາງອອນໄລນ໌ ແລະທາງໂທລະພາບ."
ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ປາກົດຢູ່ໃນຈໍໂທລະພາບ ຢູ່ທີ່ ຕະຫຼາດຮຸ້ນ ໃນນະຄອນ ແຟຣງເຟີຕ ຂອງເຢຍຣະມັນ, ເມື່ອວັນທີ 25 ກຸມພາ 2022, ໂດຍມີຄຳສັບທີ່ຂຽນວ່າ, "ສົງຄາມໃນການໂຄສະນາເຜີຍແຜ່ທາງອອນໄລນ໌ ແລະທາງໂທລະພາບ."

ໃນເກືອບວ່າທຸກໆວັນ ທ່ານສກັອດ ຄູລລີນານ ໄດ້ໂອ້ລົມກັບບັນດາສະມາຊິກ ລັດຖະສະພາ ກ່ຽວກັບ ສົງຄາມຂອງຣັດເຊຍໃນຢູເຄຣນ. ໃນຖານະເປັນນັກວິ້ງ ເຕັ້ນສຳລັບອົງການທີ່ບໍ່ຫວັງຜົນກຳໄລ ຣາຊອມ (Razom) ຊຶ່ງເປັນສ່ວນນຶ່ງ ໃນວຽກງານຂອງທ່ານ ແມ່ນເພື່ອຊັກຊວນໃຫ້ບັນດາສະມາຊິກສະພາໃຫ້ເຂົ້າໃຈ ເຖິງຄວາມຈຳເປັນຂອງຢູເຄຣນ ໃນການສະໜັບສະໜຸນຢ່າງຍິ່ງໃຫຍ່ຈາກ ສະຫະລັດ ເພື່ອຄວາມຢູ່ລອດ.

ແຕ່ໃນຂະນະທີ່ບັນດາສະມາຊິກສະພາທັງຫຼາຍໄດ້ທຳການອະພິປາຍກ່ຽວກັບຊຸດທຶນຊ່ວຍເຫຼືອມູນຄ່າ 95 ຕື້ໂດລາ ທີ່ລວມມີການຊ່ວຍເຫຼືອປະມານ 60 ຕື້ໂດລາ ສຳລັບຢູເຄຣນ ນັ້ນ ທ່ານຄູລລີນານ ໄດ້ສັງເກດເຫັນການເພີ້ມຂຶ້ນຂອງ ເລື້ອງເລົ່າໃນຫົວຂໍ້ຂອງການກ່າວຫາວ່າ ມີການສໍ້ລາດບັງຫຼວງໂດຍຊາວ ຢູເຄຣນ. ສິ່ງທີ່ໂດດເດັ່ນກໍແມ່ນວ່າ ເລື້ອງທັງຫຼາຍເຫຼົ່ານີ້ ແມ່ນຈຸດທີ່ເວົ້າແບບດຽວກັນກັບການເຜີຍແຜ່ຂໍ້ມູນຂ່າວສານບໍ່ຈິງ ໂດຍຣັດເຊຍ.

ສະນັ້ນເມື່ອໜັງສືພິມ ວໍຊິງຕັນ ໂພສ ໄດ້ພິມອອກເຜີຍແພ່ ບົດລາຍງານການ ສືບສວນຂອບ​ເຂດ ແລະ ການ​ໂຄ​ສະ​ນາ​ຂອງ ຣັດ​ເຊຍ ປະສານ ເພື່ອຊັກ​ຊວນ​ຈູງ​ໃຈຄວາມຄິດເຫັນຂອງມະຫາຊົນສະຫະລັດ ໃຫ້ປະຕິເສດການຊ່ອຍເຫຼືອແກ່ ຢູເຄຣນ ຊຶ່ງທ່ານຄູລລີນານ ກ່າວວ່າທ່ານບໍ່ແປກໃຈເລີຍ.

“ບັນຫານີ້ ໜັກຂຶ້ນ ແລະ ເຕີບ​ໂຕຂຶ້ນເລື້ອຍໆມາໄດ້ຫຼາຍປີແລ້ວ” ທ່ານກ່າວຕໍ່ ວີໂອເອ. ທ່ານກ່າວຕື່ມວ່າ “ຂ້າພະເຈົ້າເຊື່ອວ່າ ໂອກາດທີ່ດີທີ່ສຸດສຳລັບ ໄຊຊະນະຂອງຣັດເຊຍ ນັ້ນ ບໍ່ແມ່ນຢູ່ໃນສະໜາມລົບ ແຕ່ຜ່ານປະຕິບັດການ ດ້ານຂໍ້ມູນຂ່າວສານ ທີ່ແນໃສ່ນະຄອນຫຼວງຕ່າງໆຂອງປະເທດຕາເວັນຕົກ ລວມທັງ ວໍຊິງຕັນ.”

ໜັງສືພິມ ວໍຊິງຕັນໂພສ ໄດ້ອີງໃສ່ເອກະສານຫຼາຍກວ່າ 100 ສະບັບ ທີ່ໄດ້ ເກັບກຳມາໂດຍໜ່ວຍງານສືບລັບຂອງຢູໂຣບ.

On a near daily basis, Scott Cullinane talks with members of Congress about Russia's war in Ukraine. As a lobbyist for the nonprofit Razom, part of his job is to convince them of Ukraine's need for greater U.S. support to survive.

But as lawmakers debated a $95 billion package that includes about $60 billion in aid for Ukraine, Cullinane noticed an increase in narratives alleging Ukrainian corruption. What stood out is that these were the same talking points promoted by Russian disinformation.

So, when The Washington Post published an investigation into an extensive and coordinated Russian campaign to influence U.S. public opinion to deny Ukraine the aid, Cullinane says he was not surprised.

"This problem has been festering and growing for years," he told VOA. "I believe that Russia's best chance for victory is not on the battlefield, but through information operations targeted on Western capitals, including Washington."

FILE - The U.S. Capitol in Washington, Dec. 18, 2023. Two Congressional Republicans have recently said they believe Russian propaganda has influenced some members of their base.
FILE - The U.S. Capitol in Washington, Dec. 18, 2023. Two Congressional Republicans have recently said they believe Russian propaganda has influenced some members of their base.

The Post investigation is based on more than 100 documents collected by a European intelligence service.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG