Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ທ້າວ ໂຊເຮ ໂອຕານິ ກ່າວວ່າ ລາວບໍ່ເຄີຍລົງເງິນໃສ່ກິລາໃດໆເລີຍ ນາຍພາສາຂອງລາວ ລັກເງິນ ແລະບອກຄວາມບໍ່ຈິງ


ທ້າວໂອຕານິ ຂອງທີມ ລອສ ແອນເຈີເລສ ດອດເຈີສ໌ ກຳລັງອຸ່ນເຄື່ອງ (Los Angeles Dodgers) ຢູ່ໃນສະໜາມ ກ່ອນໜ້າເກມເບສບອລ ຝຶກຊ້ອມໃນລະດີບານໃໝ່ ແຂ່ງກັບທີ ລອສ ແອນເຈີເລສ ເອ່ງໂຈລສ໌ (Los Angeles Angels), ວັນທີ 25 ມີນາ 2024, ໃນນະຄອນລອສ ແອນເຈີເລສ.
ທ້າວໂອຕານິ ຂອງທີມ ລອສ ແອນເຈີເລສ ດອດເຈີສ໌ ກຳລັງອຸ່ນເຄື່ອງ (Los Angeles Dodgers) ຢູ່ໃນສະໜາມ ກ່ອນໜ້າເກມເບສບອລ ຝຶກຊ້ອມໃນລະດີບານໃໝ່ ແຂ່ງກັບທີ ລອສ ແອນເຈີເລສ ເອ່ງໂຈລສ໌ (Los Angeles Angels), ວັນທີ 25 ມີນາ 2024, ໃນນະຄອນລອສ ແອນເຈີເລສ.

ດາວ​ເດັ່ນ​ຂອງ​ທີມ​ເບ​ສບອ​ລ ດອດເຈີສ໌ (Dodgers) ທ້າວໂຊເຮ ໂອຕານິ ໄດ້ກ່າວໃນວັນຈັນວານນີ້ວ່າ ລາວບໍ່ເຄີຍລົງເງິນພະນັນກິລາໃດໆ ແລະນາຍແປ ພາສາ ທ້າວ ອິບເປ ມິຊູຮາຣະ ໄດ້ລັກເງິນຈາກ​ລາວ ແລະ ບອກຄວາມບໍ່​ຈິງ.

ທ້າວໂອຕານິ ໄດ້ຈັດກອງປະຊຸມຖະແຫລງຂ່າວຢູ່ທີ່ສະໜາມກິລາຂອງ ດອດເຈີສ໌, ຫ້າວັນຫຼັງຈາກທີ່ ທ້າວ ມິຊູຮາຣະ ໄດ້ຖືກປົດອອກຈາກໜ້າທີ່ໂດຍ ທີມ ດອດເຈີສ໌ ພາຍຫຼັງມີລາຍງານຈາກໜັງສືພິມ Los Angeles Times ແລະ ໂທລະພາບ ESPN ກ່ຽວກັບຂໍ້ກ່າວຫາຕໍ່ລາວທີ່ວ່າ ມີສ່ວນກ່ຽວຂ້ອງກັບ ການຫຼິ້ນພະນັນທີ່ຜິດກົດໝາຍ ແລະເປັນໜີ້ຫຼາຍກວ່າ 1 ລ້ານໂດລາ.

“ຂ້າພະເຈົ້າຮູ້ສຶກເສົ້າໃຈຫຼາຍ ແລະຕື່ນຕົກໃຈທີ່ບຸກຄົນຜູ້ນຶ່ງທີ່ຂ້າພະເຈົ້າເຊື່ອໃຈ ໄດ້ເຮັດເຊັ່ນນີ້” ດາລາເບສບອລຊາວ ຍີ່ປຸ່ນ ໄດ້ກ່າວໂດຍມີທ້າວ ວິລ ອາຍຣ໌ຕັນ (Will Ireton) ນັ່ງຢູ່ຄຽງຂ້າງ ທີ່ເປັນຜູ້ຈັດການຝ່າຍປະຕິບັດການ ດ້ານປະສິດທິພາບຂອງທີມທີ່ໄດ້ທຳການແປພາສາ.

ທ້າວໂອຕານິ ໄດ້ກ່າວເປັນເວລາເກືອບ 12 ນາທີ ໂດຍອ້າງເຖິງເອກະສານ ສະບັບນຶ່ງຢູ່ຕໍ່ໜ້າລາວ. ລາວບໍ່ໄດ້ຮັບເອົາຄຳຖາມໃດໆເລີຍ. ລາວໄດ້ໃສ່ເສື້ອ ຢືດແຂນຍາວສີຟ້າ ແລະໝວກຂອງທີມ ດອດເຈີສ໌.

ທ້າວໂອຕານິ ເວົ້າອີກວ່າ “ທ້າວອິປເປ ໄດ້ລັກເອົາເງິນຈາກບັນຊີທະນາຄານ ຂອງຂ້ອຍແລະໄດ້ບອກຄວາມບໍ່​ຈິງ.”

ລາວ ເວົ້າຕື່ມວ່າ “ຂ້າພະເຈົ້າບໍ່ເຄີຍລົງເງິນໃນກິລາໃດໆເລີຍ ຫຼືຕັ້ງໃຈສົ່ງເງິນ ໄປໃຫ້ຜູ້ເປັນເຈົ້າມື.”

ທ້າວໂອຕານິ ຜູ້ທີ່ໄດ້ຮັບລາງວັນນັກກິລາດີເດັ່ນ ຫຼື MVP ສອງເທື່ອ ໄດ້ລາ ຈາກທີມ Los Angeles Angels ໃນເດືອນທັນວາປີກາຍນີ້ ເພື່ອເຊັນສັນຍາ ໄລຍະ 10 ປີທີ່ສູງເປັນປະຫວັດການເຖິງ 700 ລ້ານໂດລາ ກັບທີມ ດອດເຈີສ໌.

ທ້າວໂອຕານິ ໄດ້ກ່າວວ່າ “ຂ້ອຍບໍ່ເຄີຍລົງເງິນໃນເບສບອລ ຫຼື ກິລາອື່ນໆ ເລີຍ ຫຼື ບໍ່ເຄີຍຂໍໃຫ້ບຸກຄົນໃດນຶ່ງ ລົງເງິນໃນນາມຂອງຂ້ອຍ ແລະຂ້ອຍກໍບໍ່ ເຄີຍຂໍໃຫ້ຊ່ວຍຈ່າຍຄ່າລົງເງິນສຳລັບຄົນອື່ນໃດເລີຍ.”

Dodgers star Shohei Ohtani said Monday he never bet on sports and interpreter Ippei Mizuhara stole money from him and told lies.

Ohtani held a news conference at Dodger Stadium, five days after Mizuhara was fired by the Dodgers following reports from the Los Angeles Times and ESPN about his alleged ties to an illegal bookmaker and debts well over $1 million.

"I am very saddened and shocked someone whom I trusted has done this,” the Japanese baseball star said sitting next to Will Ireton, the team’s manager of performance operations, who translated.

Ohtani spoke for nearly 12 minutes, referring to a document in front of him. He did not take questions.

“Ippei has been stealing money from my account and has been telling lies,” Ohtani said. “I never bet on sports or have willfully sent money to the bookmaker.”

A two-time Most Valuable Player, Ohtani left the Los Angeles Angels in December to sign a record $700 million, 10-year contract with the Dodgers.

“I never bet on baseball or any other sports or have never asked somebody to do it on my behalf and I have never gone through a bookmaker to bet on sports. And I was never asked to assist betting payment for anyone else," Ohtani said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG